ປີ 2022 ແຂວງອັດຕະປື ສ້າງລາຍຮັບໄດ້ຈາກການທ່ອງທ່ຽວ ບັນລຸ 35 ຕື້ກວ່າກີບ


ແຫລ່ງຂ່າວແຂວງອັດຕະປື ລາຍງານວ່າ: ໃນປີ 2022 ຜ່ານມາ ມີນັກທ່ອງທ່ຽວເຂົ້າມາທ່ຽວພາຍໃນແຂວງ ທັງໝົດ 98.348 ເທື່ອຄົນ, ລື່ນແຜນທີ່ສະພາຮັບຮອງ 9% (ມະຕິສະພາ 90.000 ເທື່ອຄົນ) ແລະ ສາມາດກະຈາຍລາຍຮັບໄດ້ ທັງໝົດ 35,527 ຕື້ກີບ, ລື່ນແຜນທີ່ສະພາຮັບຮອງ 7,7% (ມະຕິສະພາ 33 ຕື້ກີບ).
ທ່ານ ຄໍາພັນ ບຸນຍະວົງສີ ຫົວໜ້າຂະແໜງທ່ອງທ່ຽວ ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື ໃຫ້ຮູ້ໃນວັນທີ 25 ມັງກອນ 2023 ນີ້ວ່າ: ວຽກງານການທ່ອງທ່ຽວ ເປັນຂະແໜງບໍລິການໜຶ່ງທີ່ສ້າງລາຍຮັບໃຫ້ແຂວງ ແລະ ຍັງເປັນຂະແໜງການໜຶ່ງທີ່ສໍາຄັນ ໃນການຍູ້ແຮງເຮັດໃຫ້ເສດຖະກິດພາຍໃນແຂວງ ມີການຂະຫຍາຍຕົວ, ເຊິ່ງຜ່ານມາທາງອໍານາດການປົກຄອງແຂວງ ກໍຄືຂະແໜງການທ່ອງທ່ຽວຂອງແຂວງໄດ້ເອົາໃຈໃສ່ປັບປຸງ ແລະ ພັດທະນາການທ່ອງທ່ຽວຂອງແຂວງຢ່າງຕໍ່ເນື່ອງ, ມີຈຸດສຸມ ເພື່ອສົ່ງເສີມການທ່ອງທ່ຽວທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ຕິດພັນກັບການທ່ອງທ່ຽວກະສິກຳຕາມທິດສີຂຽວ, ຍືນຍົງ ແລະ ມີສ່ວນຮ່ວມຂອງປະຊາຊົນ, ພ້ອມກັນນັ້ນກໍໄດ້ສຳເລັດການຮັບຮອງແບບ ແລະ ແນວຄວາມຄິດພັດທະນາແຫລ່ງທ່ອງທ່ຽວ ພູສະພອງ,ສຳເລັດການຜ່ານແບບພັດທະນາແຫລ່ງທ່ອງທ່ຽວເຂດຕະມໍຢອດ, ສຳເລັດການລົງສຳຫລວດປັກຫລັກໝາຍແຫລ່ງທ່ອງທ່ຽວຮ່ອງຮອຍເມືອງມາລະ,ເມືອງອົງການ, ດົງຫໍ ແລະ ໄດ້ສ້າງແຜນລົງສຳຫລວດແຫລ່ງທ່ອງທ່ຽວ ພູກາງໂຮງ, ປ່າທາມສະໂໜດ ແລະ ຕາດໄຮ, ເພື່ອສືກສາຄວາມເປັນໄປໄດ້ໃນການພັດທະນາປັນແຫລ່ງທ່ອງທ່ຽວຂອງແຂວງໄດ້ສ້າງແຜນຟື້ນຟູການທ່ອງທ່ຽວຂອງແຂວງ ແຕ່ ປີ 2022-2025 ແລະ ສ້າງແຜນກິດຈະກຳພັດທະນາ ຜະລິດຕະພັນການທ່ອງທ່ຽວ ເພື່ອເຊື່ອມຕໍ່ກັບບັນດາແຂວງພາກໃຕ້ ແລະ ບັນດາແຂວງຂອງເຂດສາມຫຽ່ມພັດທະນາ CLV.
ປັດຈຸບັນທົ່ວແຂວງມີແຫລ່ງທ່ອງທ່ຽວທັງໝົດ 81 ແຫ່ງ, ໃນນີ້: ແຫລ່ງທ່ອງທ່ຽວທຳມະຊາດ 52 ແຫ່ງ, ແຫລ່ງທ່ອງທ່ຽວປະຫວັດສາດ 10 ແຫ່ງ ແລະ ແຫລ່ງທ່ອງທ່ຽວທາງວັດທະນະທຳ 19 ແຫ່ງ.