ເບກແຄມ ວາງເປົ້າຄວ້າ ໂຣນັນໂດ ມາຮ່ວມທີມຂອງໂຕເອງ
September 3, 2017 - 2:09 PM




ເປັນທີ່ເຂົ້າໃຈວ່າ ເບກ ແຄມ ທຸ່ມເງິນປະມານ 15 ລ້ານປອນ ຊື້ທີມບານເຕະໃນ ເມືອງໄມອາມີ ໂດຍລາວຖື ຫຸ້ນຢູ່ທ່ີ 25% ດ້ວຍກັນ ແລະ ລາວເອງໄດ້ວາງເປົ້າໃຫຍ່ນັ້ນຄືມີແຜນຄວ້າ ໂຣນັນໂດ ມາ ຮ່ວມທີມ ເພື່ອເປັນໂຕດຶງດູດ ທັງໃນ ແລະ ນອກສະຖານທີ່.
ສຳລັບ ໂຣນັນໂດ ຕົກ ເປັນຂ່າວຕ້ອງການຍ້າຍອອກຈາກທີມ ຣິນ ມາດຣິດ ຫຼັງ ລາວເອງບໍ່ມີຄວາມສຸກ ເນື່ອງ ຈາກຖືກສານໃນ ປະເທດສະ ເປນ ຟ້ອງດຳເນີນຄະດີໃນຂໍ້ ຫາໜີພາສີໃນລະຫວ່າງປີ 2011-14 ແຕ່ທ້າຍທີ່ສຸດ ແລ້ວລາວເອງກໍຍັງຢູ່ກັບທີມຕໍ່ໄປ.