ຈໍານວນຜູ້ເສຍຊີວິດຈາກເຫດກວາດຍິງໃກ້ລອສແອນເຈລິສເພີ່ມເປັນ 11 ຄົນ ຕໍາຫລວດຍັງເລັ່ງຫາແຮງຈູງໃຈ


ວັນທີ 23 ມັງກອນ, ຈໍານວນຜູ້ເສຍຊີວິດຈາກເຫດກວາດຍິງໃນຫ້ອງບອນລູມເຕັ້ນລໍາ Star Ballroom Dance Studio ຢູ່ເມືອງມອນເທີເຣພາກ ໃກ້ກັບນະຄອນລອສແອນເຈລິສ ເພີ່ມຂຶ້ນເປັນ 11 ຄົນແລ້ວ ຫລັງມີເຫຍື່ອອາການສາຫັດຄົນໜຶ່ງເສຍຊີວິດເພີ່ມ ໂດຍປັດຈຸບັນເຈົ້າໜ້າທີ່ຕໍາຫລວດຍັງພະຍາຍາມສືບຫາແຮງຈູງໃຈໃນການກໍ່ເຫດສະເທືອນຂວັນທີ່ເກີດຂຶ້ນ.
ຕໍາຫລວດເປີດເຜີຍວ່າ: ຜູ້ກໍ່ເຫດເປັນຜູ້ຊາຍຊາວອາຊີຊື່ ຫູ ກ໋ານ ຕຣໍາ ອານຸ 72 ປີ ໂດຍເຫດກວາດຍິງຄັ້ງນີ້ເກີດຂຶ້ນຫລັງເວລາ 22:00 ໂມງ ຂອງວັນທີ 21 ມັງກອນ ຕາມເວລາອາເມລິກາ. ຂະນະທີ່ປະຊາຊົນກໍາລັງຮ່ວມສະຫລອງເທດສະການກຸດຈີນ ສົ່ງຜົນໃຫ້ໃນເວລາດັ່ງກ່າວມີຜູ້ເສຍຊີວິດທັນທີ 10 ຄົນ ແລະ ບາດເຈັບອີກ 10 ຄົນ ແລະ ພາຍຫລັງກໍ່ເຫດແລ້ວພຽງ 20 ນາທີ ມືປືນຄົນນີ້ຍັງເລັ່ງຈະໄປກວາດຍິງອີກໃນສະຕູດີໂອເຕັ້ນລໍາອີກແຫ່ງໜຶ່ງໃນເມືອງອັລຮໍາບຣາ ແຕ່ໂຊກດີທີ່ມີພົນລະເມືອງດີ 2 ຄົນ ສາມາດຍາດປືນຈາກທ່ານມາໄດ້ ກ່ອນຜູ້ຊາຍຄົນນີ້ຈະຫລົບໜີໄປ ແລະ ຍິງໂຕເອງຕາຍໃນລົດຕູ້ໃນເວລາເຈົ້າໜ້າທີ່ປິດລ້ອມນໍາຈັບ.
ອ້າງອີງ:
https://edition.cnn.com/…/monterey-park…/index.html