ຖວທ ເນັ້ນສົ່ງເສີມການທ່ອງທ່ຽວພາຍໃນ ໂດຍປີ 2022 ມີນັກທ່ອງທ່ຽວເຂົ້າມາທ່ຽວລາວເກືອບ 1,7 ລ້ານຄົນ


ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ລາຍງານຕໍ່ກອງປະຊຸມສະຫລຸບວຽກງານ ຖວທ ທົ່ວປະເທດປີ 2022 ແລະ ວາງທິດທາງແຜນການປີ 2023 ໃນວັນທີ 23 ມັງກອນ 2023 ທີ່ຫໍວັດທະນະທຳແຫ່ງຊາດ ວ່າ: ປີ 2022, ມີນັກທ່ອງທ່ຽວເຂົ້າມາທ່ຽວລາວ 1.681.806 ເທື່ອຄົນເມື່ອທຽບໃສ່ແຜນປີ 1.966.000 ເທື່ອຄົນບັນລຸ 85,54%. ໃນນີ້, ມີນັກທ່ອງທ່ຽວພາຍໃນ 1.037.050 ເທື່ອຄົນ ແລະ ນັກທ່ອງທ່ຽວສາກົນ 644.756 ເທື່ອຄົນ ແລະ ຄາດຄະ ເນສ້າງລາຍຮັບໄດ້ປະມານ 219 ລ້ານກວ່າໂດລາສະຫະລັດໂດຍສະເລ່ຍໄລຍະພັກເຊົາຂອງນັກທ່ອງທ່ຽວສາກົນ 5 ມື້/ຄົນ ແລະ ນັກທ່ອງທ່ຽວພາຍໃນ 2,5 ມື້/ຄົນ.
ການທ່ອງທ່ຽວເປັນຂະແໜງເສດຖະກິດໜຶ່ງທີ່ສຳຄັນ ແລະ ເປັນກໍາລັງແຮງຍູ້ດັນ, ຂັບເຄື່ອນການຂະ ຫຍາຍຕົວເສດຖະກິດຂອງປະເທດ ໂດຍພັກ-ລັດຖະບານ ໄດ້ມີແນວທາງນະໂຍບາຍຊຸກຍູ້ສົ່ງເສີມການ ທ່ອງທ່ຽວໃຫ້ກາຍເປັນເສດຖະກິດປາຍແຫລມ ປະກອບສ່ວນສຳຄັນສ້າງລາຍຮັບໃຫ້ປະເທດຢ່າງຕໍ່ເນື່ອງ. ສະນັ້ນເພື່ອເປັນການຜັນຂະຫຍາຍແນວທາງລວມຂອງພັກ-ລັດຖະບານ ຕໍ່ການຟື້ນຟູການທ່ອງທ່ຽວພາຍ ຫລັງທີ່ໄດ້ເປີດປະເທດ ເຫັນວ່າ: ການທ່ອງທ່ຽວ ໄດ້ສືບຕໍ່ເຄື່ອນໄຫວຢ່າງຕັ້ງໜ້າເພື່ອໂຄສະນາດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຕິດພັນກັບແຜນສົ່ງເສີມ “ລາວທ່ຽວລາວ” ແລະ ແຜນຕ້ອນຮັບນັກທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວ ແລະ ເສັ້ນທາງທ່ອງທ່ຽວສີຂຽວ ໂດຍສະເພາະໄດ້ຈັດຕັ້ງປະຕິບັດແຜນແນວທາງຟື້ນຟູການທ່ອງທ່ຽວຂອງສປປ ລາວ ພາຍຫລັງການແພ່ລະບາດຂອງພະຍາດໂຄວິດ-19 ຫລຸດໜ້ອຍຖອຍລົງ, ແຜນພັດທະນາການທ່ອງທ່ຽວສໍາລັບປີ 2021-2025 ແລະ ປະສານສົມທົບກັບພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດແຜນຮອງຮັບນັກທ່ອງທ່ຽວຈາກຕ່າງປະເທດໃນເຂດທ່ອງທ່ຽວສີຂຽວ.


ນອກນີ້ຍັງໄດ້ສຸມໃສ່ໂຄສະນາການທ່ອງທ່ຽວດ້ວຍຫລາຍຮູບການພາຍຫລັງເປີດປະເທດ ເພື່ອເປັນການດຶງດູດນັກທ່ອງທ່ຽວສາກົນ ແລະ ພາກພື້ນທັງສົ່ງເສີມການທ່ອງທ່ຽວທີ່ໄດ້ຮັບທຶນຊ່ວຍເຫລືອຈາກທະນາຄານ ພັດທະນາອາຊີຢູ່ບັນດາແຂວງເປົ້າໝາຍຄື: ແຂວງຫລວງພະບາງ, ແຂວງວຽງຈັນ ແລະ ແຂວງຈຳປາສັກ; ສືບຕໍ່ປັບປຸງສິ່ງອໍານວຍຄວາມສະດວກຢູ່ບັນດາຕົວເມືອງທ່ອງທ່ຽວເປັນຕົ້ນເສັ້ນທາງເຂົ້າສະຖານທີ່ທ່ອງທ່ຽວທັງທາງບົກ, ທາງນໍ້າ, ການບໍລິການ ແລະ ການປັບປຸງສິ່ງແວດລ້ອມອີກດ້ວຍ.