ແລມພາດ ບໍ່ຢ້ານຖືກປົດ ເຖິງວ່າ ເອຟເວີຕັນ ຜົນງານຕົກຕຳ່




ແຟຣັງ ແລມພາດ ຜູ້ຈັດການທີມຊາດອັງກິດ ອອກມາສະແດງຄວາມຫມັ້ນໃຈວ່າບໍ່ຖືກປົດ ເຖິງວ່າຜົນງານຂອງທີມ ເອຟເວີຕັນ ຈະບໍ່ຄ່ອຍດີ ແລະ ປັດຈຸບັນຄອງອັນດັບ 19 ຂອງຕາຕະລາງພຣີເມຍລີກ ອັງກິດ ກໍຕາມ.
ເອຟເວີຕັນ ຂອງ ແລມພາດ ບໍ່ຊະນະໃຜມາແລ້ວ 8 ນັດຕິດຕໍ່ກັນ ໂດຍເປັນການເສຍ 6 ເກມ ແລະ ສະເຫມີ ອີກ 2 ເກມ ເຊິ່ງຖືເປັນສະຖິຕິບໍ່ມີໄຊຊະ ນະມາຍາວນານທີ່ສຸດ ຂອງ ແຟຣັງ ແລມພາດ ຕັ້ງແຕ່ເຂົ້າມາເຮັດວຽກໃນຖານະຜູ້ຈັດການທີມ ຫລັງເຄີຍດົ່ງດັງສະໄຫມເປັນນັກເຕະຂອງເຊລຊີ ແລະ ແມນເຊສເຕີ ຊິຕີ.
ຂະນະທີ່ຜົນງານໃນສ່ວນຂອງບານເຕະຂັນ ເອຟເວີຕັນ ກໍຕົກຮອບຂັນໃນປະເທດທັງ 2 ລາຍການ ຢ່າງ ຄາຣາບາວ ຄັບ ແລະ ເອຟເອ ຄັບ ຮຽບຮ້ອຍແລ້ວ.
ແລະ ເຖິງວ່າສະຖານະການຂອງທີມທີ່ບໍ່ຄ່ອຍດີນັກເຕະຈະສ້າງໃຫ້ຫລາຍຝ່າຍຄາດວ່າຈະເກີດແຮງກົດດັນຂຶ້ນສຳລັບການເຮັດໜ້າທີ່ຂອງແລມພາດ ແຕ່ລາວໃຫ້ສຳພາດວ່າ “ ຂ້ອຍບໍ່ຢ້ານເລື່ອງການຖືກປົດເລີຍ ຂ້ອຍພູມໃຈທີ່ໄດ້ເຮັດວຽກນີ້ ”.
“ ຂ້ອຍພຽງເຮັດວຽກຂອງຕົນເອງ ຂ້ອຍຕື່ນຂຶ້ນມາທຸກມື້ ແລະ ຄິດວ່າຈະມີວິທີໃດທີ່ເຮັດໃຫ້ເຮົາດີຂຶ້ນໄດ້ແດ່ ມັນກໍລຽບງ່າຍແບບນັ້ນ ເຮົາມີການຕໍ່ສູ້ທີ່ສຸດ ຍອດ ແລະ ຢູ່ລອດໃນລີກເມື່ອລະດູການຜ່ານມາ ເຮົາເສຍ ຣິຊາລິຊອນໄປ ແລະ ຕອນນີ້ເຮົາພະຍາຍາມທີ່ຈະສ້າງທີມໃຫມ່ ມັນຈຶ່ງເປັນເລື່ອງທຳມະດາ ທີ່ເຮົາຕ້ອງສູ້ອີກຄັ້ງເມື່ອສະໂມສອນຕ່າງໆກຳລັງພະຍາຍາມທີ່ຈະກ້າວໄປຂ້າງໜ້າ ”.