ຟີຟາ ລົງໂທດ ເມສຊີ 4 ນັດ ພາດຊ່ວຍ ອາເຈນຕິນາ ໃນການແຂ່ງຂັນບານໂລກ 2018 ຮອບຄັດເລືອກ
March 29, 2017 - 4:39 PM


ການຖຶກໂທດໃນຄັ້ງນີ້ເຮັດ ໃຫ້ ເມສຊີ ຈະບໍ່ສາມາດລົງສະ ໜາມຊ່ວຍ ອາເຈນຕິນາ ເຮັດ ການແຂ່ງຂັນບານໂລກ 2018 ຮອບຄັດເລືອກເຂດ ອາເມຣິກາ ໃຕ້ ນັດທີ່ເຫຼືອທັງໝົດໄດ້ແກ່ເກມ ທີ່ ອາເຈນຕິນາ ບຸກໄປຢາມ ອຸຣຸກ ໄກວ ວັນທີ 31 ສິງຫາ, ເປີດສະ ໜາມພົບກັບ ເວເນຊູເອລາ ວັນທີ 5 ກັນຍາ, ເປີດສະໜາມພົບກັບ ເປຣູ ວັນທີ ຕຸລາ ແລະ ໄປຢາມ ເອກວາດໍ 10 ຕຸລານີ້.
ໂດຍ ເມສຊີ ຈະກັບມາລົງ ສະໜາມໃຫ້ ອາເຈນຕິນາ ໄດ້ອີກ ຄັ້ງ ຫລັງຈົບທົວນາເມນບານ ໂລກ 2018 ຮອບຄັດເລືອກເຂດ ອາເມຣິກາໃຕ້ ເຊິ່ງຕ້ອງລຸ້ນວ່າ ອາເຈນຕິນາ ຈະຄວ້າສິດຜ່ານ ເຂົ້າໄປຫຼິ້ນຮອບສຸດທ້າຍໄດ້ ຫຼື ບໍ່ ຫາກເຮັດໄດ້ສຳເລັດ ເມສຊີ ຈະ ໄດ້ນຳທັບ ອາເຈນຕິນາ ໄປໄລ່ລາ ຄວ້າແຊ໊ມໂລກທີ່ ປະເທດຣດເຊຍ ຕໍ່ໄປ.