ນະຄອນຫລວງວຽງຈັນ ຂຶ້ນແຜນງົບປະມານ 190 ຕື້ກວ່າກີບ ເພື່ອແກ້ໄຂບບັນຫາເສັ້ນທາງ ແລະ ນໍ້າຖ້ວມຂັງ


ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ໃຫ້ສຳພາດເນື່ອງໃນເວລະກອງປະຊຸມສະໄມສາມັນເທື່ອທີ 4 ຂອງສະພານະຄອນຫລວງວຽງຈັນສະໄໝທີ II ໃນວັນທີ 13 ມັງກອນ 2022 ຜ່ານມານີ້ວ່າ: ກ່ຽວກັບກົນໄກໃນການສ້າງຖະໜົນຫົນທາງພາຍໃນນະຄອນຫລວງວຽງຈັນ ເພື່ອຮອງຮັບການຈັດກອງປະຊຸມສຸດຍອດອາຊຽນໃນປີ 2024 ປັດຈຸບັນໄດ້ວາງແຜນເກັບກຳຂໍ້ມູນບັນດາເສັ້ນທາງທີ່ນອນຢູ່ໃນເປົ້າໝາຍ ເປັນຕົ້ນ ເສັ້ນທາງທີ່ຢູ່ໃກ້ຫໍປະຊຸມແຫ່ງຊາດ, ທາງທີ່ຕິດພັນກັບສະຖານທີ່ໂຮງແຮມ, ເຮືອນພັກ, ສະຖານທີ່ທ່ອງທ່ຽວ ແລະ ທາງເຂົ້າ-ອອກເມືອງຈຳນວນໜຶ່ງ.
ເບື້ອງຕົ້ນພວກເຮົານຳສະເໜີແຜນເປັນຈຳນວນ 26 ກວ່າຕື້ ໃນນັ້ນລວມມີທັງການແຕ້ມເສັ້ນຈະລາຈອນ, ບັນດາເສັ້ນທາງທີ່ມີຄວາມຈຳເປັນ ພາຍຫລັງທີ່ມີການສະເໜີ ປະສານສົມທົບກັບພະແນກແຜນການ ແລະ ໄດ້ມີການຈັດກອງປະຊຸມ ໂດຍພາຍໃຕ້ການຊີ້ນຳຂອງເຈົ້າຄອງນະຄອນຫລວງວຽງຈັນ ແລະ ໄດ້ປະສານກັບບັນດາເມືອງທີ່ກ່ຽວຂ້ອງແລ້ວໄດ້ຂຶ້ນແຜນປະມານງົບປະມານ 190 ຕື້ກວ່າກີບ (ຕົວເລກປະເມີນເບື້ອງຕົ້ນ).
ສ່ວນການແກ້ໄຂບັນຫານ້ຳຖ້ວມຂັງໃນນະຄອນຫລວງວຽງຈັນ ໃນປີ 2023 ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງ ໄດ້ປະສານສົມທົບກັບເມືອງ ຂຶ້ນແຜນໂຄງການຈຸດທີ່ມີຄວາມສ່ຽງ ທີ່ພາໃຫ້ເກີດນ້ຳຖ້ວມຂັງ ຕາມການແຈ້ງການຂອງຫ້ອງວ່າການນະຄອນຫລວງວຽງຈັນ ພ້ອມທັງໄດ້ສ້າງແຜນຄຸ້ມຄອງລະບົບຮ່ອງລະບາຍນ້ຳ ເພື່ອສະດວກໃນການຄຸ້ມຄອງຕາມທິດຊີ້ນຳຂອງເຈົ້າຄອງນະຄອນຫລວງວຽງຈັນ.
ຂ່າວ: ໂທລະພາບນະຄອນຫລວງ