15 ປີ ແຫ່ງການສ້າງຕັ້ງສະພາການຄ້າ ຫູນານ ປະຈຳ ສປປ ລາວ ໄດ້ຊ່ວຍພັດທະນາດ້ານເສດຖະກິດ-ການຄ້າ ໃນລາວເພີ່ມຂຶ້ນ


ວັນທີ 13 ມັງກອນ 2023 ນີ້, ສະພາການຄ້າ ຫູນານ ປະຈຳ ສປປ ລາວ ໄດ້ຈັດພິທີສະຫລອງວັນສ້າງຕັ້ງຄົບຮອບ 15 ປີ ຂຶ້ນຢູ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ມີຮອງອະດີດສະພາການຄ້າແຫ່ງຊາດລາວ, ທີ່ປຶກສາວຽກງານເສດຖະກິດ-ການຄ້າ ສະຖານທູດຈີນປະຈຳລາວ, ຫົວໜ້າກົມຮ່ວມມືພົວພັນສາກົນ ຂອງອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.


ທ່ານ ປະທານສະພາການຄ້າ ຫູນານ ປະຈຳ ສປປ ລາວ ກ່າວວ່າ: ຕະຫລອດໃນໄລຍະ 15 ປີ ຜ່ານມາ ການພັດທະນາອຸດສາຫະກຳ ແລະ ການຄ້າ ຂອງ ຫູນານ ໃນລາວ ໄດ້ພະຍາຍາມຊອກຫາທຸກແນວທາງໃນການເຮັດວຽກດ້ານລົງທຶນ, ເຊິ່ງໄດ້ເຮັດໜ້າທີ່ເປັນຂົວຕໍ່ລະຫວ່າງ ສປປ ລາວ ແລະ ຫູນານ ສປ ຈີນ ທາງດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ດ້ວຍຄວາມຮ່ວມມືຈາກລັດຖະບານ ພ້ອມທັງໄດ້ແລກປ່ຽນວັດທະນະທຳ ລາວ-ຈີນ ອີກດ້ວຍ. ນອກນີ້, ກໍໄດ້ສົ່ງເສີມວິສາຫະກິດທ້ອງຖິ່ນໃນແຂວງຫູນານດ້ວຍຄວາມແກ້ງແຍ້ງແຂ່ງຂັນກັນໃຫ້ໄດ້ເດີນທາງໄປຕ່າງປະເທດ ແລະ ເສີມສ້າງການແລກປ່ຽນຄວາມຮ່ວມມືກັບເສດຖະກິດ-ສັງຄົມໃນລາວ ໂດຍໄດ້ຜະລິດສິນຄ້າທີ່ມີຄຸນນະພາບສູງ ໂດຍສະເພາະການຜະລິດອຸປະກອນກົນຈັກ ແລະ ເຄື່ອງຈັກ ຫລາຍປະເພດ ທີ່ພໍ່ຄ້າຫູນານໄດ້ຮ່ວມລົງນາມເຊັນສັນຍາຂອງໂຄງການຮອບສອງ ມູນຄ່າຫລາຍກວ່າ 70 ລ້ານໂດລາສະຫະລັດ. ຂະນະດຽວກັນດູນການຄ້າກໍມີຄວາມສຳເລັດໃນການພັດທະນາຂອງພໍ່ຄ້າຊາວຫູນານໃນລາວໃຫ້ກັບປະຊາຊົນເກີດມີການແຂ່ງຂັນກັນ ໃນປີ 2021 ພ້ອມທັງໄດ້ສົ່ງເສີມການຈັດຕັ້ງເຄື່ອຂ່າຍໂລຈິກສະຕິກການຄ້າຂ້າມຊາຍແດນລະຫວ່າງແຂວງຫູນານ ແລະ ສປປ ລາວອີກດ້ວຍ.


ໂອກາດນີ້, ທ່ານຮອງເຈົ້າຄອງນະຄອນຫລວງວຽງຈັນ ໄດ້ມີຄຳເຫັນວ່າ: ສະພາການຄ້າ ຫູນານ ປະຈຳ ສປປ ລາວ ແມ່ນເປັນສ່ວນສຳຄັນໜຶ່ງໃນການພັດທະນາດ້ານເສດຖະກິດ-ການຄ້າ ແລະ ການລົງທຶນໃນລາວ, ທັງເປັນປະເທດທີ່ມີສາຍສຳພັນມິດຕະພາບຮ່ວມມື ລາວ-ຈີນ, ຈີນ-ລາວ ອັນແໜ້ນແຟ້ນ. ນອກນີ້ກໍຂໍໃຫ້ທັງສອງປະເທດເອົາໃຈໃສ່ສ້າງພັດທະນາດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ຮ່ວມກັນກັບນະຄອນຫລວງວຽງຈັນ, ຮ່ວມແກ້ໄຂສະຖານະການດ້ານຄວາມຫຍຸ້ງຍາກຂອງເສດຖະກິດໃຫ້ມີການພັດທະນາຍິ່ງໆຂຶ້ນໄປ ແລະ ໃຫ້ການຊ່ວຍເຫລືອເຊິ່ງກັນຖານສະຫາຍອ້າຍນ້ອງທີ່ພົບຄວາມຫຍຸ້ງຍາກ ໂດຍສະເພາະປະຊາຊົນບັນດາເຜົ່າ ໂດຍບໍ່ປະຖິ້ມໃຜໄວ້ທາງຫລັງ.