ສາຍການບິນອາເມລິກາກັບມາໃຫ້ບໍລິການຕາມປົກກະຕິແລ້ວ ຫລັງ FAA ຍົກເລີກຄໍາສັ່ງຫ້າມບິນ

ສາຍການບິນອາເມລິກາກັບມາໃຫ້ບໍລິການຕາມປົກກະຕິແລ້ວ ຫລັງ FAA ຍົກເລີກຄໍາສັ່ງຫ້າມບິນ - 63bebc56a7e51 - ສາຍການບິນອາເມລິກາກັບມາໃຫ້ບໍລິການຕາມປົກກະຕິແລ້ວ ຫລັງ FAA ຍົກເລີກຄໍາສັ່ງຫ້າມບິນ
ສາຍການບິນອາເມລິກາກັບມາໃຫ້ບໍລິການຕາມປົກກະຕິແລ້ວ ຫລັງ FAA ຍົກເລີກຄໍາສັ່ງຫ້າມບິນ - kitchen vibe - ສາຍການບິນອາເມລິກາກັບມາໃຫ້ບໍລິການຕາມປົກກະຕິແລ້ວ ຫລັງ FAA ຍົກເລີກຄໍາສັ່ງຫ້າມບິນ

ສາຍການບິນຂອງອາເມລິກາໄດ້ກັບມາໃຫ້ບໍລິການຕາມປົກກະຕິແລ້ວ ຫລັງສໍານັກງານບໍລິຫານການບິນແຫ່ງຊາດອາເມລິກາ (FAA) ປະກາດຍົກເລີກຄໍາສັ່ງໂຈະການບິນສໍາລັບສາຍການບິນທົ່ວອາເມລິກາທີ່ມີການບັງຄັບໃຊ້ກ່ອນໜ້ານີ້.

ທັງນີ້, FAA ອອກຄໍາສັ່ງໂຈະການບິນສໍາລັບຖ້ຽວບິນພາຍໃນປະເທດທັງໝົດຈົນຮອດເວລາ 9:00 ໂມງ ຕາມເວລາອາເມລິກາ ຫລື 21:00 ໂມງ ຕາມເວລາປະເທດລາວ ຫລັງພົບວ່າລະບົບ NOTAM ຂອງ FAA ປະສົບບັນຫາຂັດຂ້ອງ ໂດຍ NOTAM ເປັນລະບົບຮັກສາຄວາມປອດໄພຂອງຖ້ຽວບິນອາເມລິກາ ໂດຍມີການແຈ້ງເຕືອນນັກບິນໃຫ້ຮູ້ເຖິງອັນຕະລາຍ ລວມທັງການປິດທາງແລ່ນ, ການປ່ຽນແປງຂອງອາຄານ ແລະ ຂະບວນການຕ່າງໆຂອງສະໜາມບິນ.

ສາຍການບິນອາເມລິກາກັບມາໃຫ້ບໍລິການຕາມປົກກະຕິແລ້ວ ຫລັງ FAA ຍົກເລີກຄໍາສັ່ງຫ້າມບິນ - Visit Laos Visit SALANA BOUTIQUE HOTEL - ສາຍການບິນອາເມລິກາກັບມາໃຫ້ບໍລິການຕາມປົກກະຕິແລ້ວ ຫລັງ FAA ຍົກເລີກຄໍາສັ່ງຫ້າມບິນ

ເຖິງຢ່າງໃດກໍດີ, ເຈົ້າໜ້າທີ່ອາເມລິກາຍັງບໍ່ສາມາດບະລຸສາເຫດຂອງການເກີດບັນຫາດັ່ງກ່າວ, ແຕ່ຢືນຢັນວ່າຍັງບໍ່ມີຫລັກຖານບົ່ງຊີ້ການໂຈມຕີທາງໄຊເບີ.

ຂໍ້ມູນຈາກ FlightAware.com ລະບຸວ່າ: ການຂັດຂ້ອງຂອງລະບົບດັ່ງກ່າວສົ່ງຜົນໃຫ້ຖ້ຽວບິນຈໍານວນ 4.300 ກວ່າຖ້ຽວຕ້ອງຊັກຊ້າ ເຊິ່ງເປັນຖ້ຽວບິນພາຍໃນອາເມລິກາ ລວມທັງຖ້ຽວບິນຂາເຂົ້າ ແລະ ຂາອອກຈາກອາເມລິກາ. ຂະນະທີ່ມີການຍົກເລີກຖ້ຽວບິນປະມານ 700 ຖ້ຽວ.

ສາຍການບິນອາເມລິກາກັບມາໃຫ້ບໍລິການຕາມປົກກະຕິແລ້ວ ຫລັງ FAA ຍົກເລີກຄໍາສັ່ງຫ້າມບິນ - 5 - ສາຍການບິນອາເມລິກາກັບມາໃຫ້ບໍລິການຕາມປົກກະຕິແລ້ວ ຫລັງ FAA ຍົກເລີກຄໍາສັ່ງຫ້າມບິນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!