ທະນາຄານໂລກຫລຸດຄາດຄະເນເສດຖະກິດໂລກປີນີ້ ເຫລືອ 1,7% ສ່ຽງພົບສະພາບຫລຸດຖອຍ

ທະນາຄານໂລກຫລຸດຄາດຄະເນເສດຖະກິດໂລກປີນີ້ ເຫລືອ 1,7% ສ່ຽງພົບສະພາບຫລຸດຖອຍ - shutterstock 1887371014 jp 4 1 x - ທະນາຄານໂລກຫລຸດຄາດຄະເນເສດຖະກິດໂລກປີນີ້ ເຫລືອ 1,7% ສ່ຽງພົບສະພາບຫລຸດຖອຍ
ທະນາຄານໂລກຫລຸດຄາດຄະເນເສດຖະກິດໂລກປີນີ້ ເຫລືອ 1,7% ສ່ຽງພົບສະພາບຫລຸດຖອຍ - kitchen vibe - ທະນາຄານໂລກຫລຸດຄາດຄະເນເສດຖະກິດໂລກປີນີ້ ເຫລືອ 1,7% ສ່ຽງພົບສະພາບຫລຸດຖອຍ

ລາຍງານທ່າອ່ຽງເສດຖະກິດໂລກ (GEP) ສະບັບຫລ້າສຸດຈາກກຸ່ມທະນາຄານໂລກ (World Bank Group) ເຊິ່ງເຜີຍແຜ່ໃນວັນທີ 10 ມັງກອນ ລະບຸວ່າ: ເສດຖະກິດໂລກມີທ່າອ່ຽງເຕີບໃຫຍ່ 1,7% ໃນປີ 2023 ຕໍ່າກວ່າຕົວເລກຄາດຄະເນໃນເດືອນມິຖຸນາປີຜ່ານມາ 1,3 ຈຸດ ເຊິ່ງຖືເປັນອັດຕາການເຕີບໃຫຍ່ຕໍ່າສຸດເປັນອັນດັບ 3 ໃນຮອບເກືອບທົດສະວັດ.

ລາຍງານລະບຸວ່າ: ການເຕີບໃຫຍ່ຂອງເສດຖະກິດທົ່ວໂລກຂະຫຍາຍຕົວຊ້າລົງຈົນເຖິງລະດັບໃກ້ເຂົ້າສູ່ສະພາບຫລຸດຖອຍ ເນື່ອງຈາກຜະເຊີນຜົນກະທົບທາງລົບເຊັ່ນ: ອັດຕາເງິນເຟີ້ສູງ, ອັດຕາດອກເບ້ຍເພີ່ມຂຶ້ນ, ການລົງທຶນທີ່ອ່ອນແອ ແລະ ວິກິດຢູເຄຣນ.

ທະນາຄານໂລກຫລຸດຄາດຄະເນເສດຖະກິດໂລກປີນີ້ ເຫລືອ 1,7% ສ່ຽງພົບສະພາບຫລຸດຖອຍ - Visit Laos Visit SALANA BOUTIQUE HOTEL - ທະນາຄານໂລກຫລຸດຄາດຄະເນເສດຖະກິດໂລກປີນີ້ ເຫລືອ 1,7% ສ່ຽງພົບສະພາບຫລຸດຖອຍ

ລາຍງານເປີດເຜີຍວ່າ: ການຫລຸດຕົວເລກຄາດຄະເນສະທ້ອນໃຫ້ເຫັນເຖິງການບັງຄັບໃຊ້ນະໂຍບາຍທີ່ເຂັ້ມງວດຍິ່ງຂຶ້ນແບບພ້ອມພຽງກັນ ໂດຍມີເປົ້າໝາຍເພື່ອຄວບຄຸມອັດຕາເງິນເຟີ້ທີ່ສູງຂຶ້ນ ຕະຫລອດຈົນສະພາບທາງການເງິນທີ່ບໍ່ຄ່ອຍດີ, ຄວາມເຊື່ອໝັ້ນທີ່ຫລຸດລົງ ແລະ ການຢຸດສະງັກຂອງອຸປະທານພະລັງງານ ໂດຍຕົວເລກຄາດຄະເນການເຕີບໃຫຍ່ທົ່ວໂລກທີ່ປັບແລ້ວເປັນຮອງພຽງສະພາບເສດຖະກິດຫລຸດຖອຍທົ່ວໂລກໃນປີ 2009 ແລະ 2020. ເຖິງຢ່າງໃດກໍດີ, ໃນປີ 2024 ເສດຖະກິດທົ່ວໂລກຈະດຳເນີນໄປຕາມເປົ້າສູ່ການເຕີບໃຫຍ່ໃນລະດັບ 2,7%.

ລາຍງານຄາດວ່າ: ການເຕີບໃຫຍ່ຂອງກຸ່ມປະເທດພັດທະນາແລ້ວຈະຂະຫຍາຍຕົວຊ້າລົງເຫລືອ 0,5% ໃນປີ 2023 ເຊິ່ງຕໍ່າກວ່າຕົວເລກຄາດຄະເນໃນເດືອນມິຖຸນາ 1,7 ຈຸດ. ຂະນະທີ່ຕົວເລກຄາດຄະເນການເຕີບໃຫຍ່ຂອງເສດຖະກິດອາເມລິກາໃນປີນີ້ຖືກປັບຫລຸດ 1,9 ຈຸດ ເຫລືອ 0,5 ເຊິ່ງເປັນຕົວເລກລະດັບຕໍ່າສຸດນັບແຕ່ປີ 1970 ຖ້າບໍ່ນັບລວມໄລຍະສະພາບຫລຸດຖອຍ, ສ່ວນເສດຖະກິດກຸ່ມເຂດໃຊ້ເງິນເອີໂຣມີທ່າອ່ຽງເຕີບໃຫຍ່ໃນລະດັບ 0% ຫລຸດລົງ 1,9 ຈຸດຈາກການຄາດຄະເນຄັ້ງກ່ອນ.

ຂະນະດຽວກັນ, ຕົວເລກຄາດຄະເນການເຕີບໃຫຍ່ຂອງກຸ່ມປະເທດຕະຫລາດເກີດໃໝ່ ແລະ ກຸ່ມປະເທດກຳລັງພັດທະນາຈະຂະຫຍາຍຕົວຊ້າລົງເຫລືອ 3,4 ໃນປີ 2023 ເຊິ່ງຕໍ່າກວ່າການຄາດຄະເນໃນເດືອນມິຖຸນາ 0,8 ຈຸດ. ທັງນີ້, ປະລິມານການຄ້າໂລກຈະເຕີບໃຫຍ່ 1,6% ໃນປີນີ້ ຫລຸດລົງ 2,7 ຈຸດຈາກການຄາດຄະເນຄັ້ງກ່ອນ.

ທະນາຄານໂລກຫລຸດຄາດຄະເນເສດຖະກິດໂລກປີນີ້ ເຫລືອ 1,7% ສ່ຽງພົບສະພາບຫລຸດຖອຍ - 5 - ທະນາຄານໂລກຫລຸດຄາດຄະເນເສດຖະກິດໂລກປີນີ້ ເຫລືອ 1,7% ສ່ຽງພົບສະພາບຫລຸດຖອຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!