ອົງການອະນາໄມໂລກຮຽກຮ້ອງຜູ້ເດີນທາງໃສ່ຜ້າປິດປາກ ຍ້ອນໂຄວິດສາຍພັນໃໝ່ແພ່ລະບາດ

ອົງການອະນາໄມໂລກຮຽກຮ້ອງຜູ້ເດີນທາງໃສ່ຜ້າປິດປາກ ຍ້ອນໂຄວິດສາຍພັນໃໝ່ແພ່ລະບາດ - 20230111 Canva                                                         1024x576 1 - ອົງການອະນາໄມໂລກຮຽກຮ້ອງຜູ້ເດີນທາງໃສ່ຜ້າປິດປາກ ຍ້ອນໂຄວິດສາຍພັນໃໝ່ແພ່ລະບາດ
ອົງການອະນາໄມໂລກຮຽກຮ້ອງຜູ້ເດີນທາງໃສ່ຜ້າປິດປາກ ຍ້ອນໂຄວິດສາຍພັນໃໝ່ແພ່ລະບາດ - kitchen vibe - ອົງການອະນາໄມໂລກຮຽກຮ້ອງຜູ້ເດີນທາງໃສ່ຜ້າປິດປາກ ຍ້ອນໂຄວິດສາຍພັນໃໝ່ແພ່ລະບາດ

ເຈົ້າໜ້າທີ່ອົງການອະນາໄມໂລກ (WHO) ກ່າວໃນວັນທີ 10 ມັງກອນວ່າ: ປະເທດຕ່າງໆຄວນແນະນຳໃຫ້ຜູ້ໂດຍສານໃສ່ຜ້າປິດປາກໃນຖ້ຽວບິນໄລຍະໄກ ເນື່ອງຈາກການແພ່ລະບາດຢ່າງວ່ອງໄວຂອງເຊື້ອໂອມິຄຣອນສາຍພັນຍ່ອຍຫລ້າສຸດຂອງໄວຣັສໂຄວິດ-19 ໃນອາເມລິກາ.

ເຈົ້າໜ້າທີ່ຂອງ WHO ແລະ ເອີຣົບລະບຸໃນຖະແຫລງຂ່າວວ່າ: ໃນເອີຣົບມີການກວດພົບເຊື້ອສາຍພັນ XBB.1.5 ເຊິ່ງເປັນສາຍພັນຍ່ອຍຂອງໂອມິຄຣອນ ເຖິງວ່າຈະພົບຈໍານວນໜ້ອຍແຕ່ໂຕເລກຜູ້ຕິດເຊື້ອກໍເພີ່ມຂຶ້ນເລື້ອຍໆ.

ອົງການອະນາໄມໂລກຮຽກຮ້ອງຜູ້ເດີນທາງໃສ່ຜ້າປິດປາກ ຍ້ອນໂຄວິດສາຍພັນໃໝ່ແພ່ລະບາດ - Visit Laos Visit SALANA BOUTIQUE HOTEL - ອົງການອະນາໄມໂລກຮຽກຮ້ອງຜູ້ເດີນທາງໃສ່ຜ້າປິດປາກ ຍ້ອນໂຄວິດສາຍພັນໃໝ່ແພ່ລະບາດ

ທ່ານ ນາງ ແຄດເທີຣີນ ສະມໍວູດ ເຈົ້າໜ້າທີ່ສຸກເສີນອາວຸໂສຂອງອົງການອະນາໄມໂລກປະຈໍາເອີຣົບ ກ່າວວ່າ: ຜູ້ໂດຍສານຄວນໃສ່ຜ້າປິດປາກໃນສະຖານທີ່ທີ່ມີຄວາມສ່ຽງສູງເຊັ່ນ: ຖ້ຽວບິນໄລຍະໄກ. ນອກຈາກນີ້ ທ່ານຍັງກ່າວວ່າ: “ນີ້ຄວນເປັນຄຳແນະນໍາທີ່ແຈ້ງຜູ້ໂດຍສານທີ່ມາຈາກທຸກບ່ອນທີ່ມີເຊື້ອໂຄວິດ-19 ແພ່ລະບາດ”.

ເຈົ້າໜ້າທີ່ສາທາລະນະສຸກ່າວວ່າ: ໃນອາທິດທໍາອິດຂອງປີນີ້ XBB.1.5 ເປັນສາຍພັນຍ່ອຍຂອງໂອມິຄຣອນທີ່ກວດພົບໄດ້ຫລາຍທີ່ສຸດ ມີອັດຕາສ່ວນ 27,6% ຂອງຜູ້ຕິດເຊື້ອໂຄວິດ-19 ໃນອາເມລິກາ.

ນາງ ສະມໍວູດ ກ່າວວ່າ: ປະເທດຕ່າງໆຈໍາເປັນຕ້ອງເບິ່ງຫລັກຖານການກວດຫາເຊື້ອກ່ອນອອກເດີນທາງ ແລະ ຖ້າມາດຕະການດ້ານການເດີນທາງໄດ້ຮັບການພິຈາລະນາ ຄວນດໍາເນີນງານໃນລັກສະນະທີ່ບໍ່ເລືອກປະຕິບັດ. ນາງຍັງກ່າວອີກວ່າ: ນັ້ນບໍ່ໄດ້ໝາຍຄວາມວ່າ WHO ແນະນໍາໃຫ້ກວດເຊື້ອຜູ້ໂດຍສານຈາກອາເມລິກາໃນເວລານີ້.

ທັງນີ້ ມາດຕະການທີ່ອາດນໍາມາໃຊ້ໄດ້ແກ່ ການໃຊ້ຂໍ້ມູນຈີໂນມໃນການເຝົ້າລະວັງ ແລະ ການກວດເຊື້ອຜູ້ໂດຍສານຈາກປະເທດອື່ນໆ ຕາບໃດທີ່ບໍ່ສົງຜົນກະທົບຕໍ່ລະບົບການເຝົ້າລະວັງພາຍໃນປະເທດ.

ອົງການອະນາໄມໂລກຮຽກຮ້ອງຜູ້ເດີນທາງໃສ່ຜ້າປິດປາກ ຍ້ອນໂຄວິດສາຍພັນໃໝ່ແພ່ລະບາດ - 3 - ອົງການອະນາໄມໂລກຮຽກຮ້ອງຜູ້ເດີນທາງໃສ່ຜ້າປິດປາກ ຍ້ອນໂຄວິດສາຍພັນໃໝ່ແພ່ລະບາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!