ທັອດແນມ ຮັອດສະເປີ ຄວ້າ ຟອຍ ມາຮ່ວມທີມແລ້ວ
August 31, 2017 - 4:32 PM




ຟອຍ ອາຍຸ 19 ປີ ເປັນ ນັກເຕະຄົນທີ 3 ທີ່ ເມົາຣິຊິໂອ ໂປເຊັດຕິໂນ ຜູ້ຈັດການທີມ ທັອດແນມ ຮັອດສະເປີ ດຶງມາ ເສີມທັບໃນໄລຍະລະດູການນີ້ ຕໍ່ຈາກ ເປົາໂລ ກາດຊານິ ກ້າ ຜູ້ຮັກສາປະຕູຊາວ ອາເຈນ ຕິນາ ແລະ ດາວິນຊອນ ຊານ ຊເດ ກອງຫຼັງຄົນເກັ່ງທີ່ດຶງມາ ຈາກ ອາແຈັກ ອຳສະເຕີດຳ.
ທັງນີ້ ຟອຍ ຫາກໍຂຶ້ນມາ ຫຼິ້ນໃຫ້ທີມຊຸດໃຫຍ່ຂອງ ເອສ ຕູດຽນເຕສ ໄດ້ພຽງ 7 ເດືອນ ເທົ່ານັ້ນ ກ່ອນໄດ້ຮັບຄວາມ ສົນໃຈຈາກທັງ ປາຣິສ ແຊັງ ແຊັກແມັງ, ໂຣມາ ແລະ ອິນເຕີ ມິລານ ແຕ່່ສຸດທ້າຍເປັນ ທັອດ ແນມ ຮັອດສະເປີ ທີ່ໄດ້ໂຕໄປ ໂດຍເຊື່ອວ່າຄ່າໂຕຈະຢູ່ປະ ມານ 8 ລ້ານປອນ.