ໂຣມາໂນ ຢືນຢັນ ເຊລຊີ ໄດ້ ເຟລິກ ມາຮ່ວມທີມແບບຢືມຕົວຮຽບຮ້ອຍແລ້ວ

ໂຣມາໂນ ຢືນຢັນ ເຊລຊີ ໄດ້ ເຟລິກ ມາຮ່ວມທີມແບບຢືມຕົວຮຽບຮ້ອຍແລ້ວ - football joao felix atletico madrid 6018946 - ໂຣມາໂນ ຢືນຢັນ ເຊລຊີ ໄດ້ ເຟລິກ ມາຮ່ວມທີມແບບຢືມຕົວຮຽບຮ້ອຍແລ້ວ
ໂຣມາໂນ ຢືນຢັນ ເຊລຊີ ໄດ້ ເຟລິກ ມາຮ່ວມທີມແບບຢືມຕົວຮຽບຮ້ອຍແລ້ວ - kitchen vibe - ໂຣມາໂນ ຢືນຢັນ ເຊລຊີ ໄດ້ ເຟລິກ ມາຮ່ວມທີມແບບຢືມຕົວຮຽບຮ້ອຍແລ້ວ

ໂຣມາໂນ ຢືນຢັນ ເຊລຊີ ໄດ້ ເຟລິກ ມາຮ່ວມທີມແບບຢືມຕົວຮຽບຮ້ອຍແລ້ວ - football joao felix atletico madrid 6018946 - ໂຣມາໂນ ຢືນຢັນ ເຊລຊີ ໄດ້ ເຟລິກ ມາຮ່ວມທີມແບບຢືມຕົວຮຽບຮ້ອຍແລ້ວ

ເຊລຊີ ພວມຈະໄດ້ນັກເຕະມາເສີມທີມອີກຄົນ  ຫລັງ ຟາບຣີຊີໂອ ຢືນຢັນວ່າເຊລຊີ ໄດ້ບັນລຸຂໍ້ຕົກລົງຢືມ ຊູເອົາ ເຟລິກ ຮຽບຮ້ອຍ ແລະ ນັກເຕະພວມເດີນທາງມາກວດຮ່າງກາຍ.

ໂຣມາໂນ ຢືນຢັນ ເຊລຊີ ໄດ້ ເຟລິກ ມາຮ່ວມທີມແບບຢືມຕົວຮຽບຮ້ອຍແລ້ວ - Visit Laos Visit SALANA BOUTIQUE HOTEL - ໂຣມາໂນ ຢືນຢັນ ເຊລຊີ ໄດ້ ເຟລິກ ມາຮ່ວມທີມແບບຢືມຕົວຮຽບຮ້ອຍແລ້ວ

ຟາບຣີຊີໂອ ໂຣມາໂນ ນັກຂ່າວຄົນດັງຊາວອີຕາລີ ປະກາດຢືນຢັນວ່າ ເຊລຊີ ບັນລຸຂໍ້ຕົກລົງຢືມຕົວ ຊູເອົາ ເຟລິກ ກອງໜ້າທີມຊາດໂປຣຕຸເກສ ຂອງສະໂມສອນ ແອັດເລຕີໂກ ມາດຣິດ ມາເຂົ້າຖິ່ນ ສະແຕມຟອດ ບຣິດ ໃນໄລຍະເປີດຕະຫລາດໜ້າໜາວເດືອນມັງກອນ ຮຽບຮ້ອຍແລ້ວ.

ໂຣມາໂນ ໄດ້ຂຽນຂໍ້ຄວາມຜ່ານທະວິດເຕີ ເມື່ອວັນອັງຄານທີ 10 ມັງກອນນີ້ວ່າ ຊູເອົາ ເຟລິກ ໄປ ເຊລຊີ, ເຮຍ ວີ ໂກ, ບັນລຸຂໍ້ຕົກຂໍ້ຕົກລົງດ້ວຍ ວາຈາເຕັມຮູບແບບ ການຍ້າຍແບບຢືມຕົວມີຄ່າທຳນຽມ 11 ລ້ານຢູໂຣ ໂດຍ ເຊລຊີ ຈະເປັນຝ່າຍຈ່າຍຄ່າເມື່ອຍໃຫ້ນັກເຕະ 100%.

“ ກ່ອນຍ້າຍທີມ ຊູເອົາ ເຟລິກ ຈະຕໍ່ສັນຍາກັບ ແອດເລຕີໂກ ມາດຣິດ ໄປຈົນເຖິງປີ 2027 ຊູເອົາ ຈະເດີນທາງໄປລອນດອນໃນອີກບໍ່ເທົ່າ ໃດຊົ່ວໂມງຂ້າງໜ້າເພື່ອເຂົ້າຮັບການກວດຮ່າງກາຍ ແລະ ເຊັນສັນຍາຕໍ່ໄປ ”.

ທັງນີ້ ເຟລິກ ຈະເປັນການເສີມທີມລາຍທີ 4 ຂອງ ເຊລຊີ ໃນໄລຍະເປີດເປີດຕະຫລາດໜ້າໜາວຕໍ່ຈາກພວກດາວຮຸ່ງທັງ ອັນເດຣ ຊານໂຕສ ກອງກາງບຣາຊິລ, ເບີນົວ ບາເດຍຊິລ ກອງຫລັງຊາວຝຣັ່ງ ແລະ ດາວິດ ດາໂຊ ໂຟຟານາ ກອງໜ້າຊາວໄອວໍຣີ ໂຄສ.

ໂຣມາໂນ ຢືນຢັນ ເຊລຊີ ໄດ້ ເຟລິກ ມາຮ່ວມທີມແບບຢືມຕົວຮຽບຮ້ອຍແລ້ວ - 5 - ໂຣມາໂນ ຢືນຢັນ ເຊລຊີ ໄດ້ ເຟລິກ ມາຮ່ວມທີມແບບຢືມຕົວຮຽບຮ້ອຍແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!