ເປີດນໍາໃຊ້ໂຄງການພັດທະນາຈໍສະແດງຜົນ ລະບົບ TaxRIS ເພື່ອຕ້ານການຮົ່ວໄຫລ ເບິ່ງເຫັນໄດ້ 148 ເມືອງທົ່ວປະເທດ

ເປີດນໍາໃຊ້ໂຄງການພັດທະນາຈໍສະແດງຜົນ ລະບົບ TaxRIS ເພື່ອຕ້ານການຮົ່ວໄຫລ ເບິ່ງເຫັນໄດ້ 148 ເມືອງທົ່ວປະເທດ - kitchen vibe - ເປີດນໍາໃຊ້ໂຄງການພັດທະນາຈໍສະແດງຜົນ ລະບົບ TaxRIS ເພື່ອຕ້ານການຮົ່ວໄຫລ ເບິ່ງເຫັນໄດ້ 148 ເມືອງທົ່ວປະເທດ

 ວັນທີ10 ມັງກອນ 2023 ນີ້ ກະຊວງການເງິນ ເປີດການນໍາໃຊ້ໂຄງການພັດທະນາຈໍສະແດງຜົນ(DashBoard) ຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ.

ໂຄງການພັດທະນາຈໍສະແດງຜົນ (DashBoard) ແມ່ນໜຶ່ງໃນເຄື່ອງມືທັນສະໄໝ, ເປັນເຄື່ອງມືໃນການຄຸ້ມຄອງຕິດຕາມການນຳໃຊ້ລະບົບ TaxRIS ໃຫ້ສາມາດນຳໃຊ້ໄດ້ຢ່າງຕໍ່ເນື່ອງ ແລະ ມີຜົນປະໂຫຍດສູງສຸດ ເຊິ່ງສາມາດຕິດຕາມການເຮັດວຽກຂອງລະບົບເຊີເວີ, ຖານຂໍ້ມູນ, ລະບົບຄວາມປອດໄພ, ລະບົບເຄືອຂ່າຍເຊື່ອມຕໍ່ໄປຫາ 18 ແຂວງ ແລະ 148 ເມືອງໃນຂອບເຂດທົ່ວປະເທດໃຫ້ສາມາດນຳໃຊ້ລະບົບໄດ້ຕະຫລອດເວລາ, ຄຸ້ມຄອງ ແລະ ຕິດຕາມການນຳໃຊ້ລະບົບ, ຕິດຕາມການເຊື່ອມຕໍ່ຂໍ້ມູນໃບເກັບເງິນເອເລັກໂຕຣນິກ, ຕິດຕາມການຊຳລະອາກອນຜ່ານລະບົບທະນາຄານ ເຊິ່ງເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ ບັນດາຜູ້ປະກອບການໃນການມອບລາຍຮັບຂອງສ່ວຍສາອາກອນໃນຂອບເຂດທົ່ວປະເທດ ດ້ວຍຄວາມໂປງໃສ, ຖືກຕ້ອງ, ຄົບຖ້ວນ ແລະ ກວດສອບໄດ້.

ເປີດນໍາໃຊ້ໂຄງການພັດທະນາຈໍສະແດງຜົນ ລະບົບ TaxRIS ເພື່ອຕ້ານການຮົ່ວໄຫລ ເບິ່ງເຫັນໄດ້ 148 ເມືອງທົ່ວປະເທດ - Visit Laos Visit SALANA BOUTIQUE HOTEL - ເປີດນໍາໃຊ້ໂຄງການພັດທະນາຈໍສະແດງຜົນ ລະບົບ TaxRIS ເພື່ອຕ້ານການຮົ່ວໄຫລ ເບິ່ງເຫັນໄດ້ 148 ເມືອງທົ່ວປະເທດ

ຈໍນອກນີ້ ຍັງເຮັດໜ້າທີ່ຕິດຕາມການນຳໃຊ້ລະບົບຂອງເຈົ້າໜ້າທີ່ສ່ວຍສາອາກອນ, ສັງລວມຂໍ້ມູນຕ່າງໆຂອງລະບົບຂໍ້ມູນຂ່າວສານ TaxRIS ນຳມາສະແດງໃຫ້ໜ້າຕ່າງຈໍສະແດງຜົນຄວບຄຸມ, ແຜນທີ່ການຕິດຕັ້ງລະບົບ TaxRIS ຢູ່ແຂວງ ແລະ ເມືອງຕ່າງໆທົ່ວປະເທດ, ພ້ອມທັງລະບຸສະຖານະຈຸດທີ່ເຮັດວຽກປົກກະຕິ ຫລື ມີເຫດຂັດຂ້ອງ, ແຜນທີ່ເຄືອຂ່າຍການເຊື່ອມຕໍ່ລະບົບ TaxRIS ຂັ້ນເມືອງ, ແຜນວາດການຕິດຕາມອຸປະກອນຕ່າງໆໃນຫ້ອງ DataCenter ເຊັ່ນ: ເຄື່ອງແມ່ຂ່າຍ, ອຸປະກອນເຄືອຂ່າຍ, ອຸປະກອນຄວາມປອດໄພເຄືອຂ່າຍ,ອຸປະກອນຈັດເກັບຂໍ້ມູນ, ອຸປະກອນສຳຮອງຂໍ້ມູນ. ພ້ອມນີ້, ຈໍສະແດງຜົນຄວບຄຸມຜົນລາຍຮັບ, ສະແດງລະບົບຄວາມປອດໄພ ແລະ ການຖືກໂຈມຕີຈາກພາຍນອກເຂົ້າມາ.

ພ້ອມກັນນີ້, ລະບົບໂປຣແກຣມ, ອຸປະກອນ Server, Network ຂອງ PTIN ແລະ IPOS ເພື່ອຕິດຕາມກວດປະສິດທິພາບ ແລະ ການນຳໃຊ້ຂອງລະບົບເຊີເວີ; ຕິດຕາມກວດກາການເຊື່ອມຕໍ່ກັບລະບົບພາຍນອກ ເປັນຕົ້ນ ການຊຳລະອາກອນ, ການສົ່ງຂໍ້ມູນໃບເກັບເງິນເອເລັກໂຕຣນິກເຂົ້າມາໃນລະບົບ TaxRIS, ການເຊື່ອມຕໍ່ກັບພາກສ່ວນອື່ນໆຂອງລັດ ຜ່ານໂປຣແກຣມກວດກາຕິດຕາມປະລິມານທີ່ນຳໃຊ້ລະບົບ TaxRIS ແລະ ກວດກາຕິດຕາມຂໍ້ມູນເອີເລີ ຈາກການນຳໃຊ້ຕົວຈິງຜ່ານໂປຣແກມ ເພື່ອກວດຕິດຕາມລະບົບຄວາມປອດໄພ ແລະ ລະບົບເຊື່ອມຕໍ່ລະບົບພາຍໃນຂອງ TaxRIS ອາກອນເມືອງ ໃຫ້ສາມາດສະແດງຜົນແບບ Real Time

 

ເປີດນໍາໃຊ້ໂຄງການພັດທະນາຈໍສະແດງຜົນ ລະບົບ TaxRIS ເພື່ອຕ້ານການຮົ່ວໄຫລ ເບິ່ງເຫັນໄດ້ 148 ເມືອງທົ່ວປະເທດ - 3 - ເປີດນໍາໃຊ້ໂຄງການພັດທະນາຈໍສະແດງຜົນ ລະບົບ TaxRIS ເພື່ອຕ້ານການຮົ່ວໄຫລ ເບິ່ງເຫັນໄດ້ 148 ເມືອງທົ່ວປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!