ເບຣຊິນຈັບຜູ້ປະທ້ວງ 1,000 ກວ່າຄົນ ຫລັງກໍ່ເຫດບຸກລັດຖະສະພາ


ວັນທີ 9 ມັງກອນ, ເຈົ້າໜ້າທີ່ຂອງເບຣຊິນໄດ້ຈັບຜູ້ປະທ້ວງປະມານ 1,000 ພັນ ຫລັງຈາກກໍ່ເຫດບຸກເຂົ້າສູ່ອາຄານລັດຖະສະພາໃນນະຄອນຫລວງເບຣຊິນໃນທ້າຍອາທິດຜ່ານມາ ຂະນະມີລາຍງານວ່າ: ທ່ານ ຢາອີ ໂບລໂຊນາໂຣ ອະດີດປະທານາທິບໍດີຂອງເບຣຊິນ ເຂົ້າຮັບການປິ່ນປົວໃນໂຮງໝໍຢູ່ລັດຟໍຣິດາຂອງອາເມລິກາ.
ການເຄື່ອນໄຫວດັ່ງກ່າວມີຂຶ້ນ ຫລັງທ່ານ ລູອິຊ ອິນາຊິໂອ ລູລາ ດາ ຊິລວາ ປະທານາທິບໍດີເບຣຊິນຈາກພັກຝ່າຍຊ້າຍ ເຊິ່ງເຂົ້າຮັບຕຳແໜ່ງໃນວັນທີ 1 ມັງກອນຜ່ານມາ ໃຫ້ຄຳໝັ້ນຈະນຳເອົາຜູ້ກໍ່ເຫດຮຸນແຮງເຂົ້າສູ່ຂະບວນການຍຸຕິທຳ ໂດຍໃນທ້າຍອາທິດຜ່ານມາ ຊາວເບຣຊິນຜູ້ສະໜັບສະໜູນທ່ານ ໂບລໂຊນາໂຣ ໄດ້ລວມຕົວກັນປະທ້ວງ ແລະ ກໍ່ເຫດອາລະວາດໃນອາຄານລັດຖະສະພາ, ສານດີກາ ແລະ ທຳນຽບປະທານາທິບໍດີ ໂດຍມີການທຳລາຍປ່ອງຢ້ຽມ, ເຟີນີເຈີ ແລະ ງານສິລະປະຫລາຍອັນ ອີກທັງຍັງໄດ້ປະທະກັບເຈົ້າໜ້າທີ່ຮັກສາຄວາມປອດໄພນຳອີກ ເຊິ່ງຖືເປັນການໂຈມຕີອາຄານຂອງລັດຄັ້ງຮ້າຍແຮງທີ່ສຸດ ນັບແຕ່ເບຣຊິນຄືນສູ່ປະຊາທິປະໄຕໃນປີ 1980.
ວັນທີ 9 ມັງກອນ, ເຈົ້າໜ້າທີ່ທະຫານຂອງເບຣຊິນໄດ້ຮື້ແຄ້ມທີ່ພັກຂອງຜູ້ສະໜັບສະໜູນຂອງທ່ານ ໂບລໂຊນາໂຣ ທີ່ຕັ້ງຢູ່ກົງກັນຂ້າມກັບກອງບັນຊາການກອງທັບ ເຊິ່ງເປັນສະຖານທີ່ທີ່ພວກເຂົາໃຊ້ປັກຫລັກປະທ້ວງນັບແຕ່ທ່ານ ໂບລໂຊນາໂຣ ເສຍໄຊການເລືອກຕັ້ງໃນເດືອນຕຸລາ 2022 ແລະ ໄດ້ຈັບຜູ້ປະທ້ວງປະມານ 1,000 ຄົນເພື່ອໄປດໍາເນີນການສືບສວນຕໍ່ໄປ.
ເຖິງຢ່າງໃດກໍຕາມ, ບໍ່ແນ່ນອນວ່າອະນາຄົດຂອງທ່ານ ໂບລໂຊນາໂຣ ໃນອາເມລິກາຈະເປັນແນວໃດ ຫລັງທ່ານ ວາຄີນ ຄາສໂຕຣ ສສ ຈາກພັກເດໂມແຄຣດ ເປີດເຜີຍຕໍ່ສໍານັກຂ່າວ CNN ວ່າ: ອາເມລິກາບໍ່ຄວນໃຫ້ບ່ອນຫລົບໄພຕໍ່ “ຜະເດັດການທີ່ເປັນແຮງບັນດານໃຈໃຫ້ເກີດການກໍ່ການຮ້າຍໃນປະເທດ” ແລະ ຄວນສົ່ງທ່ານ ໂບລໂຊນາໂຣ ກັບປະເທດ, ຂະນະທີ່ລັດຖະບານອາເມລິກາປະຕິເສດຈະສະແດງຄວາມຄິດເຫັນກ່ຽວກັບສະຖານະວີຊາຂອງທ່ານ ໂບລໂຊນາໂຣ.
ອ້າງອີງ:
www.reuters.com/world/americas/brazil-investigates-who-led-anti-democratic-riots-capital-2023-01-09/