ບາງປັດໄຈທີ່ຕ້ອງປັບປຸງ ແລະ ຍົກມາດຖານການທ່ອງທ່ຽວລາວ ໃຫ້ສົມກັບປະເທດທີ່ເປັນຕາທ່ອງທ່ຽວປີ 2023


ການທ່ອງທ່ຽວລາວກຳລັງກັບມາຄຶກຄື້ນອີກຄັ້ງພາຍຫຼັງຖືກຜົນກະທົບຢ່າງໜັກຈາກ ການລະບາດພະຍາດ ໂຄວິດມາ 2 ປີກວ່າ ແຕ່ຂອດທີ່ຍັງຄົງຄ້າງກໍແມ່ນຄຸນນະພາບການບໍລິການທີ່ຈະຕ້ອງເພີ່ມການປັບປຸງ.
ໃນໄລຍະການລະບາດຂອງພະຍາດໂຄວິດ 19 ວຽກງານການທ່ອງທ່ຽວແມ່ນຂະແໜງການໜຶ່ງທີ່ໄດ້ຮັບຜົນກະທົບໜັກກວ່າໝູ່ ເຊິ່ງຈຳນວນນັກທ່ອງທ່ຽວຫລຸດລົງຫລາຍກວ່າ 80% ແຕ່ຢ່າງໃດກໍຕາມພໍເມື່ອການລະບາດຂອງພະຍາດໂຄວິດໄດ້ຜ່ອນຄາຍລົງ ແລະ ສປປ ລາວ ໄດ້ເປີດປະເທດເຕັມຮູບແບບ ບວກກັບການສ້າງໂຄງລ່າງພື້ນຖານ ໂດຍສະເພາະ ທາງລົດໄຟລາວ-ຈີນ ນັ້ນສາມາດ ດຶງດູດນັກທ່ອງທ່ຽວໄດ້ຫລາຍສົມຄວນ.
ພ້ອມນັ້ນ, ສື່ຕ່າງປະເທດຕ່າງກໍຍົກໃຫ້ ສປປລາວ ເປັນປະເທດທີ່ເປັນຈຸດໝາຍປາຍທາງທີ່ໜ້າທ່ອງທ່ຽວຂອງໂລກ ເຊັ່ນ ໜັງສືພິມເທເລກຣາບ (telegraph) ຂອງປະເທດອັງກິດຈັດໃຫ້ ສປປ ລາວ ເປັນໜຶ່ງໃນ 20 ປະເທດທີ່ໜ້າທ່ຽວຊົມທີ່ສຸດໃນປີ 2023 ເຊິ່ງເປັນປະເທດດຽວໃນຂົງເຂດອາຊີຕາເວັນອອກສຽງໃຕ້. ພ້ອມດຽວກັນນັ້ນວາລະສານດັງ ດັ່ງ National Geographic ກໍໄດ້ຈັດໃຫ້ ສປປ ລາວ ເປັນປະເທດໜ້າທ່ອງທ່ຽວຂອງໂລກເຊັ່ນດຽວກັນ.
ການທີ່ສື່ດັງຂອງຕ່າງປະເທດໄດ້ຈັດໃຫ້ປະເທດລາວເປັນປະເທດທີ່ໜ້າທ່ອງທ່ຽວນັ້ນໄດ້ສົ່ງຜົນດີແກ່ພວກເຮົາຢ່າງຍິງ ທີ່ຈະດຶງດູດນັກທ່ອງທ່ຽວໃຫ້ເພີ່ມຂຶ້ນ ແຕ່ພວກເຮົາກໍຕ້ອງແລເບິ່ງຕົວເອງວ່າ ຈະສົມຄຳຍ້ອງຍໍຊົມເຊີຍນັ້ນໄດ້ແນວໃດ?
ປັດໄຈທີ່ສຳຄັນທີ່ ສປປ ລາວ ຖືກຈັດໃຫ້ເປັນປະເທດທີ່ໜ້າທ່ອງທ່ຽວແມ່ນການ “ເຂົ້າເຖິງ” ເຊິ່ງໝາຍເຖິງການເດີນທາງດ້ວຍລົດໄຟລາວ-ຈີນ ທີ່ສະດວກສະບາຍ ໃຊ້ເວລາໜ້ອຍກວ່າເກົ່າ ແຕ່ອີກດ້ານໜຶ່ງ ຍັງມີຫາງສຽງສັງຄົມ ແລະນັກທ່ອງທ່ຽວຕ່າງປະເທດກ່ຽວກັບບັນຫາການຈອງປີ້ລົດໄຟ ທີ່ມີຄວາມຫຍຸ້ງຍາກ, ຖ້າຄິວຍາວຖືກພວກນາຍໜ້າເອົາປຽບ, ບໍ່ສາມາດຊື້ປີ້ໄປກັບໄດ້ ແລະອື່ນໆ ຈົນຫລາຍຄົນອອກປາກວ່າໂຄງການຫລາຍຕື້ໂດລາໃນການກໍ່ສ້າງຈົນສຳເລັດແຕ່ເປັນຫຍັງຂອດການບໍລິການການຊື້ປີ້ (ທີ່ອາດງ່າຍກວ່າ ໃຊ້ງົບໜ້ອຍກວ່າຫລາຍເທົ່າ) ພັດຍັງບໍ່ສາມາດແກ້ໄຂໃຫ້ສະດວກດີເທົ່າທີ່ຄວນ.
ພ້ອມນັ້ນ, ການບໍລິການທີ່ພັກ-ຮ້ານອາຫານ ຍັງຂາດຄວາມເປັນມືອາຊີບ ຄືດັ່ງໜັງສືພີມລາວພັດທະນາພວກ ເຮົາໄດ້ນຳສະເໜີ ຕົ້ນປີນີ້ ນັກທ່ອງທ່ຽວໄດ້ຈົ່ມວ່າ ການຈອງທີ່ພັກໂຮງແຮມລ່ວງໜ້າ ແຕ່ຖືກຍົກເລີກໂດຍ ບໍ່ມີການແຈ້ງລ່ວງໜ້າ. ພ້ອມນັ້ນ, ຄ່າບໍລິການ ການຂົນສົ່ງຂອງລົດໂດຍສານ, ລົດແທັກຊີ, ລົດຕຸກໆ ທີ່ແພງເກີນໄປ ເຮັດໃຫ້ນັກທ່ອງທ່ຽວຫລາບ ແລະ ເສຍພາບພົດຂອງພວກເຮົາໃນນາມເປັນປະເທດເຈົ້າພາບ.
ນອກນັ້ນ, ປີ້ເຂົ້າຊົມສະຖານທີ່ທ່ອງທ່ຽວຫລາຍແຫ່ງ ຍັງມີຄວາມແຕກຕ່າງລະຫວ່າງຄົນລາວ ແລະຕ່າງປະເທດຫລາຍເກີນໄປ ເຮັດໃຫ້ນັກທ່ອງທ່ຽວຕ່າງປະເທດຮູ້ສຶກວ່າເຂົາເຈົ້າຖືກເອົາປຽບ ເຊັ່ນດຽວກັບຄ່າບໍລິການ ແລະອາຫານທີ່ຜູ້ປະກອບການຂາດຈັນຍາທຳ ຂື້ນລາຄາຕາມໃຈມັກ.
ການຮັກສາຄວາມສະອາດ ຂອງສະຖານທີ່ທ່ອງທ່ຽວ, ຕາມເສັ້ນທາງ ແລະ ສະຖານທີ່ສຳຄັນນັ້ນ ຍັງເຮັດບໍ່ທັນໄດ້ດີ ມີຂີ້ເຫຍື້ອຖິ້ມຊະຊາຍນັ້ນ ເປັນພາບທີ່ບໍ່ເພິ່ງປາຖະໜາສຳລັບນັກທ່ອງທ່ຽວທຸກຄົນ ບັນຫານີ້ ແມ່ນມີເກືອບທຸກບ່ອນ ແມ່ນແຕ່ເມືອງທ່ອງທ່ຽວທີ່ມີຊື່ສຽງຂອງລາວ.
ເພາະສະນັ້ນ, ການບໍລິການໃນວຽກງານທ່ອງທ່ຽວ ແລະ ຂະແໜງການປິ່ນອ້ອມຄວນໄດ້ຮັບການປັບປຸງຢ່າງຮີບດ່ວນ ໂດຍສະເພາະການຊື້ປີ້ລົດໄຟ ຄວນເລັງໃສ່ການພັດທະນາທີ່ສາມາດໃຫ້ຜູ້ໂດຍສານຊື້ປີ້ທາງອອນລາຍໃຫ້ໄວທີ່ສຸດ ຄຽງຄູ່ກັບການຍົກສູງມາດຕະຖານຄຸນນະພາບການບໍລິການຂອງໂຮງແຮມ, ຮ້ານອາຫານ, ມີມາດຕະການ ແລະ ກົນໄກການຄວບຄຸມລາຄາສິນຄ້າ ແລະການບໍລິການໂດຍສະເພາະຕໍ່ນັກທ່ອງທ່ຽວຕ່າງປະເທດ ເຊັ່ນວ່າ ເມື່ອເຂົາເຈົ້າຖືກເອົາປຽບເລື່ອງລາຄາສິນຄ້າຈະສາມາດແຈ້ງໃຜທີ່ສາມາດປົກປ້ອງສິດເຂົາເຈົ້າໄດ້? ພ້ອມນັ້ນ ການຮັກສາຄວາມສະອາດໃນສະຖານທີ່ຕ່າງໆ ແມ່ນຄວນໄດ້ການເອົາໃຈໃສ່ພິເສດ ເຊິ່ງເຂົ້າໃຈວ່າອາດບໍ່ແມ່ນວຽກທີ່ສາມາດແກ້ໄຂໄດ້ ມື້ໜຶ່ງຍາມດຽວແຕ່ກໍຄວນມີມາດຕະການທີ່ເຄັ່ງຄັດຈະແຈ້ງຕື່ມອີກ.
ທັງໝົດນັ້ນ, ກໍເພື່ອການຮອງຮັບນັກທ່ອງທ່ຽວທີ່ຈະເພີ່ມຂຶ້ນ ໂດຍສະເພາະ ການເປີດປະເທດຂອງ ສປ ຈີນນັ້ນ ຄາດວ່າຈຳນວນນັກທ່ອງທ່ຽວຈະຫລັ່ງໄຫລເຂົ້າມາປະເທດເຮົາຢ່າງຫລວງຫລາຍ ແລະເປັນການຮັກສາຊື່ສຽງທີ່ສື່ສາກົນ ໄດ້ມອບໃຫ້ພວກເຮົາ, ສ້າງໃຫ້ນັກທ່ອງທ່ຽວມີຄວາມປະທັບໃຈ ເມື່ອໄດ້ມາທ່ຽວຊົມ ສປປ ລາວ.
ໃນປີ 2022 ມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມປະເທດເຮົາຫລາຍກວ່າ 1 ລ້ານເທື່ອຄົນ, ສ້າງລາຍຮັບຫລາຍກວ່າ 200 ລ້ານໂດລາ ແລະ ເຊື່ອໝັ້ນວ່າໃນປີ 2023 ຈຳນວນນັກທ່ອງທ່ຽວຈະເພີ່ມຂຶ້ນຕື່ມອີກຖ້າພວກເຮົາສາມາດປັບປຸງຂອດການບໍລິການຕ່າງໆໄດ້ດີ.