ລັດຖະກອນໃໝ່ ປີ 2023 ຮັບພຽງ 800 ຄົນ ໃຫ້ສິດຄູ ແລະ ແພດອາສາເຂດຫ່າງໄກສອກຫຼີກ ຢຸດຮັບອາສາສະໝັກໃໝ່ຂົງເຂດວຽກງານລັດເດັດຂາດ

ລັດຖະກອນໃໝ່ ປີ 2023 ຮັບພຽງ 800 ຄົນ ໃຫ້ສິດຄູ ແລະ ແພດອາສາເຂດຫ່າງໄກສອກຫຼີກ ຢຸດຮັບອາສາສະໝັກໃໝ່ຂົງເຂດວຽກງານລັດເດັດຂາດ - 323404711 539531918203907 5396807638157599170 n - ລັດຖະກອນໃໝ່ ປີ 2023 ຮັບພຽງ 800 ຄົນ ໃຫ້ສິດຄູ ແລະ ແພດອາສາເຂດຫ່າງໄກສອກຫຼີກ ຢຸດຮັບອາສາສະໝັກໃໝ່ຂົງເຂດວຽກງານລັດເດັດຂາດ
ລັດຖະກອນໃໝ່ ປີ 2023 ຮັບພຽງ 800 ຄົນ ໃຫ້ສິດຄູ ແລະ ແພດອາສາເຂດຫ່າງໄກສອກຫຼີກ ຢຸດຮັບອາສາສະໝັກໃໝ່ຂົງເຂດວຽກງານລັດເດັດຂາດ - kitchen vibe - ລັດຖະກອນໃໝ່ ປີ 2023 ຮັບພຽງ 800 ຄົນ ໃຫ້ສິດຄູ ແລະ ແພດອາສາເຂດຫ່າງໄກສອກຫຼີກ ຢຸດຮັບອາສາສະໝັກໃໝ່ຂົງເຂດວຽກງານລັດເດັດຂາດ

ວັນທີ 28 ພະຈິກ 2022 ຜ່ານມານີ້ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ທິດຊີ້ນໍາຂອງກອງປະຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ ມາຍັງທ່ານຊາບ ດັ່ງນີ້:

  1. ເຫັນດີໃຫ້ສະເໜີສະພາແຫ່ງຊາດຮັບຮອງແຜນບັນຈຸລັດຖະກອນໃຫມ່ ປີ 2023 ຈໍານວນ 800 ຄົນ ຕາມການສະເໜີຂອງກະຊວງພາຍໃນ, ແຕ່ການຈັດສັນລັດຖະກອນດັ່ງກ່າວ ແມ່ນບຸລິມະສິດໃຫ້ພະນັກງານຕາມສັນຍາ ແລະ ອາສາສະມັກ ທີ່ຕົກຄ້າງມາຫຼາຍປີ ເຊັ່ນ: ຄູ ແລະ ແພດອາສາສະໝັກ ຢູ່ເຂດຫ່າງໄກສອກຫຼີກທຸລະກັນດານ. ພ້ອມກັນນັ້ນກໍເຫັນດີ ໃຫ້ສະເໜີສະພາແຫ່ງຊາດ ເພື່ອຮັບຮອງເອົາການປະຕິບັດນະໂຍບາຍອຸດໜູນຄ່າຄອງຊີບໃຫ້ແກ່ພະນັກງານ-ລັດຖະກອນ ແລະ ພະນັກງານອາວຸໂສບໍານານ ຈໍານວນ 150.000 ກີບ/ຄົນ/ເດືອນ ເປັນການທົດລອງໃນປີ 2023.
  2. ເຫັນດີໃຫ້ຢຸດການຮັບພະນັກງານຕາມສັນຍາ ແລະ ອາສາສະໝັກເຮັດວຽກໃໝ່ ໃນທຸກຂົງເຂດວຽກງານຂອງລັດ ນັບແຕ່ມື້ເຊັນແຈ້ງການ ສະບັບນີ້ເປັນຕົ້ນໄປ.
  3. ເຫັນດີໃຫ້ຫັນການເຝິກຈ່າຍເງິນເດືອນຜ່ານລະບົບທະນາຄານ (ATM) ສໍາລັບພະນັກງານທີ່ເຮັດວຽກ ບໍລິຫານ ແລະ ຊ່ວຍຫນູນ (ບໍ່ແມ່ນກໍາລັງສູ້ຮົບ) ຂອງກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດ ເພື່ອເຮັດໃຫ້ການ ເບີກຈ່າຍເງິນເດືອນໄວຂຶ້ນ.
ລັດຖະກອນໃໝ່ ປີ 2023 ຮັບພຽງ 800 ຄົນ ໃຫ້ສິດຄູ ແລະ ແພດອາສາເຂດຫ່າງໄກສອກຫຼີກ ຢຸດຮັບອາສາສະໝັກໃໝ່ຂົງເຂດວຽກງານລັດເດັດຂາດ - 4 - ລັດຖະກອນໃໝ່ ປີ 2023 ຮັບພຽງ 800 ຄົນ ໃຫ້ສິດຄູ ແລະ ແພດອາສາເຂດຫ່າງໄກສອກຫຼີກ ຢຸດຮັບອາສາສະໝັກໃໝ່ຂົງເຂດວຽກງານລັດເດັດຂາດ
ລັດຖະກອນໃໝ່ ປີ 2023 ຮັບພຽງ 800 ຄົນ ໃຫ້ສິດຄູ ແລະ ແພດອາສາເຂດຫ່າງໄກສອກຫຼີກ ຢຸດຮັບອາສາສະໝັກໃໝ່ຂົງເຂດວຽກງານລັດເດັດຂາດ - Visit Laos Visit SALANA BOUTIQUE HOTEL - ລັດຖະກອນໃໝ່ ປີ 2023 ຮັບພຽງ 800 ຄົນ ໃຫ້ສິດຄູ ແລະ ແພດອາສາເຂດຫ່າງໄກສອກຫຼີກ ຢຸດຮັບອາສາສະໝັກໃໝ່ຂົງເຂດວຽກງານລັດເດັດຂາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!