ຄວາມເປັນມາ ການສ້າງຕັ້ງສຳນັກຂ່າວສານປະເທດລາວ

ຄວາມເປັນມາ ການສ້າງຕັ້ງສຳນັກຂ່າວສານປະເທດລາວ - FB IMG 1672919745080 - ຄວາມເປັນມາ ການສ້າງຕັ້ງສຳນັກຂ່າວສານປະເທດລາວ
ຄວາມເປັນມາ ການສ້າງຕັ້ງສຳນັກຂ່າວສານປະເທດລາວ - kitchen vibe - ຄວາມເປັນມາ ການສ້າງຕັ້ງສຳນັກຂ່າວສານປະເທດລາວ

ຕະຫລອດ​ໄລຍະ​​ແຫ່ງ​ການ​ຕໍ່ສູ້​ກູ້​ຊາດ​ ເພື່ອ​ປົດ​ປ່ອຍປະ​ເທດ​ອອກ​ຈາກ​ແອກ​ຄອບ​ຄອງ​ ຂອງ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ​ແລະ ​ໃໝ່, ພັກ​ປະຊາຊົນປະຕິວັດ​ລາວ ຍາມ​ໃດ​ກໍ​ຖື​ເອົາ​ວຽກງານ ໂຄສະນາ, ສຶກສາອົບຮົມ, ຂົນຂວາຍ ​ແລະ ປຸກ​ລະດົມ ນ້ຳ​ໃຈ​ຮັກ​ຊາດຂອງ​ປະຊາຊົນ ​ແລະ ​ເຂົ້າຮ່ວມ​ຂະ​ບວນການ ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ ຢ່າງ​ພິລະ​ອາດ​ຫານ,​ ໃນ​ນັ້ນ ໜ່ວຍງານຂ່າວສານ​ ​ເປັນໜ່ວຍງານໜຶ່ງ​ໄດ້​ຕິດ​ພັນ​ ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ການ​ເຮັດໜ້າທີ່ດັ່ງກ່າວ ນັບ​ທັງ​ການ​ບັນທຶກ​ເຫດການ​ສຳຄັນ​ຕ່າງໆ ​ໂດຍ​ສະ​ເພາະ ແມ່ນ​ບັ້ນໂຄສະນາ​ປຸກລະດົມ ​ປະຊາຊົນ​ລຸກ​ຮືຂຶ້ນ ຢຶດອຳນາດການ​ປົກຄອງຈາກ​ກຳມື ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນແບບ​ເກົ່າ​, ໃນຊຸມ​ປີ ​1940.  ຈາກ​ນັ້ນມາ ໜ່ວຍງານ​ຂ່າວສານ ພາຍ​ໃຕ້​ການ​ນຳພາ​ ຂອງ​ຄະນະ​ພັກ​ແຄວ້ນ​ລາວ ​ແລະ​ ສູນ​ກາງ​ແນວ​ລາວ​ອິດ​ສະຫລະ ​ໃນ​ເວລາ​ນັ້ນກໍ​ໄດ້ ເສີມ​ຂະຫຍາຍ​ມູນ​ເຊື້ອ ຂອງ​ຕົນ​ປະກອບສ່ວນ ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ໂຄສະນາ ຕໍ່ສູ້​ຕ້ານ​ຈັກກະພັດ​ລ່າ​ເມືອງ​ຂຶ້ນທີ່​ມາ​ຮຸກ​ຮານ​ລາວ​ໃນ​ແຕ່ລະ​ໄລຍະ​.

ອີງຕາມຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ຂອງການປະຕິວັດ, ໃນວັນທີ 6 ເດືອນມັງກອນປີ 1968  ຢູ່​ຖ້ຳ​ແຫ່ງ​ໜຶ່ງ ທີ່ບ້ານ​ບັກ ທົ່ງ​ນາ​ໄກ (ປັດຈຸ​ບັນແມ່ນ​ເມືອງ​ວຽງ​ໄຊ) ​ແຂວງ​ຫົວພັນ ຊຶ່ງ​ເປັນ​ຖານ​ທີ່ໝັ້ນຂອງ​ການ​ປະຕິວັດ​ລາວ, ທ່ານ ສຸພາ​ນຸວົງ, ປະທານ​ສູນ​ກາງ​​ແນວ​ລາວ​ຮັກ​ຊາດ ​ໄດ້​ລົງ​ນາມ​ມະຕິ​ຕົກລົງ ຂອງ​ສູນ​ກາງ​ແນວ​ລາວ​ ຮັກ​ຊາດ​ສະບັບ​ໜຶ່ງ ວ່າ​ດ້ວຍ​ການ​ສ້າງຕັ້ງ ສຳນັກ​ຂ່າວສານ​ປະ​ເທດ​ລາວ ທີ່​ມີ​ຕົວ​ໜັງສື​ລາວ ຂຽນຫຍໍ້​ວ່າ “ຂປລ“ ຫລື​ ພາສາຕ່າງ ປະ​ເທດ  “KPL“​ ໃນ​ໂອກາດ​ລະນຶກ ວັນສ້າງຕັ້ງ​ແນວ​ລາວ​ຮັກ​ຊາດ ຄົບຮອບ 12 ປີ, ຂຶ້ນ​ຢ່າງ​ເປັນ​ທາງ​ການ  ​ເພື່ອ​ເຮັດ​ໜ້າ​ທີ່​ຖະ​ແຫລ​ງຂ່າວ​ຢູ່​ພາຍ​ໃນ ​ແລະ ຕໍ່ຕ່າງປະ​ເທດ ກ່ຽວ​ກັບ​ຂະ​ບວນການ ​ຕໍ່​ສູ້​ຢ່າງ​ພິລະ​ອາດ​ຫານ ​ຂອງປະຊາຊົນ​ລາວບັນດາ​ເຜົ່າຕ້າ​ນກັບຈັກກະພັດ ​ແລະ ລູກ​ແຫລ້ງ​ຕີນ​ມື ຂອງພວກ​ເຂົາ ທີ່ມີ​ຕໍ່​ປະຊາຊົນ​ລາວ. ຜູ້ອຳນວຍການ​ຄົນ​ທຳ​ອິດ​ ແມ່ນ ທ່ານ ສີ​ຊະນະ ສີ​ສານ, ກຳມະການ​ ໃນ​ຄະນະ​ໂຄສະນາ-​ອົບຮົມ-ວັດທະນະທຳ (ຄອວ) ຂອງ​ສູນ​ກາງ​ແນວ​ລາວ​ຮັກ​ຊາດ, ​ທ່ານ​ ສອນ ​ຄຳ​ວານວົງ​ສາ ແລະ​ທ່​ານ​ ສົມ​ເທີ ເພັດ​ມະ​ນີ ເປັນ​ຮອງ​

ຄວາມເປັນມາ ການສ້າງຕັ້ງສຳນັກຂ່າວສານປະເທດລາວ - Visit Laos Visit SALANA BOUTIQUE HOTEL - ຄວາມເປັນມາ ການສ້າງຕັ້ງສຳນັກຂ່າວສານປະເທດລາວ

ໃນເວລາສ້າງຕັ້ງຂຶ້ນໃໝ່ ການນໍາຂອງຂ່າວສານປະເທດລາວ ແລະ ວິທະຍຸກະຈາຍສຽງຂອງຝ່າຍປະເທດລາວ ແມ່ນອັນດຽວກັນ, ມີທ່ານ ສີຊະນະ ສີສານ ເປັນຫົວໜ້າ, ທ່ານ ສອນ ຄໍາວານວົງສາ ຮັບຜິດຊອບ B1 ແລະ ທ່ານ ສົມເທີ ເພັດມະນີ ຮັບຜິດຊອບ C2 ເປັນຮອງ. ຕໍ່ມາກໍມີທ່ານ ສີສະໜານ ແສນຍານຸວົງ ແລະ ທ່ານ ບົວບານ ວໍລະຂຸນ ເປັນຄະນະ ບກ. ຮອດໄລຍະປີ 1968-1969 ຈໍານວນນັກຂ່າວ ຈຶ່ງໄດ້ເພີ່ມຂຶ້ນກວ່າເກົ່າ ນັບທັງດ້ານເຕັກນິກສົ່ງຂ່າວ ກໍສາມາດກຸ້ມຕົນເອງ ຍ້ອນມີການສ້າງພະນັກງານກັບທີ່ ແລະ ຮັບເອົານັກຮຽນທີ່ຮຽນ ຈົບມັດທະຍົມຕອນປາຍຈາກພາຍໃນ ແລະ ຕ່າງປະເທດ ມາເປີດຊຸດອົບຮົມ ຢ່າງມີລະບົບ ແລະ ສ່ວນໜຶ່ງ ກໍຮັບເອົາພະນັກງານ ທີ່ມາຈາກວິທະຍຸ ຂ່າວສານແຂວງຊຽງຂວາງ ອັນໄດ້ສ້າງເງື່ອນໄຂ ໃຫ້ສາມາດຈັດຕັ້ງໜ່ວຍຂ່າວ ໄປເຄື່ອນໄຫວເກັບກໍາຂ່າວ ແລະ ຈັດຕັ້ງສາຂາຂ່າວຢູ່ພາກກາງ, ພາກໃຕ້ ແລະ ຢູ່ບັນດາແຂວງພາກເໜືອເປັນເວລາ 3 ເດືອນ ຫາ 1 ປີ. ການປະຕິບັດໜ້າທີ່ວຽກງານ ກໍຫຍຸ້ງຍາກກັນດານທີ່ສຸດ ເພາະແມ່ນຍາມສົງຄາມທໍາລາຍ, ປ່າດົງພົງໄພ ຮ່ອມຫ້ວຍຜາຊັນ, ທຸກບ່ອນແມ່ນສະໜາມຮົບ. ດ້ວຍເຫດນີ້ນັກຂ່າວ ຈຶ່ງຕ້ອງມີຄວາມເດັດດ່ຽວໜຽວແໜ້ນ ແລະ ເສຍສະລະທຸກສິ່ງທຸກຢ່າງ ທັງເຮັດວຽກໄປ ລໍາລຽງຂົນສົ່ງ, ທັງຈັບປືນເວນຍາມເວັນ ແລະ ຄືນບາງຄັ້ງຍັງຕ້ອງໄດ້ຜັດປ່ຽນກັນຂຶ້ນປ້ອມຍິງຍົນກໍມີ.

ເພື່ອກະກຽມໃຫ້ແກ່ການຢຶດອໍານາດໃນຂອບເຂດທົ່ວປະເທດ ສຳນັກຂ່າວສານປະເທດລາວ ກໍໄດ້ສົ່ງນັກຂ່າວລົງຕິດຕາມ ທຸກຂະບວນການຢຶດອໍານາດ ເຊັ່ນ: ຢູ່ສະຫວັນນະເຂດ, ຈຳປາສັກ, ຄຳມ່ວນ, ຫລວງພະບາງ ແລະ ບ່ອນ ອື່ນໆ. ສະເພາະຢູ່ວຽງຈັນ ແມ່ນໄດ້ອອກຂ່າວ ແລະ ບົດກ່ຽວກັບ ການຢຶດອໍານາດຢູ່ໃນແຕ່ລະມືອງ, ກົມກອງ ແລະ ການໂຮມຊຸມນຸມຢືດອໍານາດ ຢູ່ນະຄອນຫລວງວຽງຈັນ ເມື່ອວັນທີ 23 ສິງຫາ 1975 ທີ່ເດີ່ນພະທາດຫລວງ. ມ້ວນທ້າຍ ກໍໄດ້ເກັບກຳຂ່າວ-ຮູບພາບ ກອງປະຊຸມຜູ້ແທນປະຊາຊົນ ທົ່ວປະເທດປະກາດສ້າງຕັ້ງ ສປປ ລາວ ຂຶ້ນ ເມື່ອວັນທີ 1-2 ທັນວາ ປີ 1975 ອັນເປັນການສິ້ນສຸດ ລະບອບລາຊາທິປະໄຕ ແລະ ສິ້ນສຸດສົງຄາມຮຸກຮານ ຂອງຈັກກະພັດອາເມລິ ກາ ແລະ ພວກລູກແຫລ້ງຕີນມືປະຕິການຢູ່ປະເທດເຮົາ.

ຄວາມເປັນມາ ການສ້າງຕັ້ງສຳນັກຂ່າວສານປະເທດລາວ - FB IMG 1672920030148 - ຄວາມເປັນມາ ການສ້າງຕັ້ງສຳນັກຂ່າວສານປະເທດລາວ

ທີ່ມາ: ຂປລ

ຄວາມເປັນມາ ການສ້າງຕັ້ງສຳນັກຂ່າວສານປະເທດລາວ - 4 - ຄວາມເປັນມາ ການສ້າງຕັ້ງສຳນັກຂ່າວສານປະເທດລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!