WHO ເຕືອນຈີນປະເມີນສະຖານະການຈຳນວນຜູ້ເສຍຊີວິດຈາກໂຄວິດ-19 ຕໍ່າກວ່າຄວາມເປັນຈິງ

WHO ເຕືອນຈີນປະເມີນສະຖານະການຈຳນວນຜູ້ເສຍຊີວິດຈາກໂຄວິດ-19 ຕໍ່າກວ່າຄວາມເປັນຈິງ - 128101657 gettyimages 1245777183 - WHO ເຕືອນຈີນປະເມີນສະຖານະການຈຳນວນຜູ້ເສຍຊີວິດຈາກໂຄວິດ-19 ຕໍ່າກວ່າຄວາມເປັນຈິງ
WHO ເຕືອນຈີນປະເມີນສະຖານະການຈຳນວນຜູ້ເສຍຊີວິດຈາກໂຄວິດ-19 ຕໍ່າກວ່າຄວາມເປັນຈິງ - kitchen vibe - WHO ເຕືອນຈີນປະເມີນສະຖານະການຈຳນວນຜູ້ເສຍຊີວິດຈາກໂຄວິດ-19 ຕໍ່າກວ່າຄວາມເປັນຈິງ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 5 ມັງກອນ 2023 ນີ້, ດຣ. ໄມເຄິນ ໄຣອັນ ຜູ້ອຳນວຍການສະຖານການສຸກເສີນປະຈຳອົງການອະນາໄມໂລກ ກ່າວເຖິງສະຖານະການລະບາດຂອງໂຄວິດ-19 ໃນຈີນ ທີ່ກຽມຈະເປີດປະເທດໃນວັນທີ 8 ມັງກອນນີ້ວ່າ: ຈີນປະເມີນຈຳນວນຜູ້ທີ່ໄດ້ຮັບຜົນກະທົບຈາກການຕິດເຊື້ອໂຄວິດ-19 ນັ້ນຕໍ່າກວ່າຄວາມເປັນຈິງ ບໍ່ວ່າຈະເປັນຄົນເຈັບທີ່ນອນຢູ່ໂຮງໝໍ, ຈຳນວນຄົນເຈັບໜັກທີ່ຕ້ອງເຂົ້າຫ້ອງໄອຊີຢູ ແລະ ຈຳນວນຜູ້ເສຍຊີວິດ.

ເດືອນທັນວາ ທີ່ຜ່ານມາຈິນໄດ້ຍຸດຕິການລາຍງານຂໍ້ມູນສະຖານະການຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ເຊິ່ງເຄີຍປະຕິບັດເປັນປະຈຳ ຫລັງຈາກລັດຖະບານໄດ້ຍົກເລີກນະໂຍບາຍເປັນສູນ ຫລຸດຜ່ອນມາດຕະການລັອກດາວ ແລະ ມາດຕະການອື່ນໆໃນການຄຸມເຂັ້ມສະກັດກັ້ນໂຄວິດ-19 ຈົນເຮັດໃຫ້ຈຳນວນຜູ້ຕິດເຊື້ອເພີ່ມສູງຂຶ້ນ ແລະ ນັບແຕ່ເດືອນທັນວາເປັນຕົ້ນມາ ທາງການຈີນໄດ້ອອກມາແຈ້ງຈຳນວນຜູ້ຕິດເຊື້ອພຽງຄັ້ງດຽວເທົ່ານັ້ນ ນັບແຕ່ຈາກນັ້ນກໍບໍ່ມີອີກເລີຍ.

WHO ເຕືອນຈີນປະເມີນສະຖານະການຈຳນວນຜູ້ເສຍຊີວິດຈາກໂຄວິດ-19 ຕໍ່າກວ່າຄວາມເປັນຈິງ - Visit Laos Visit SALANA BOUTIQUE HOTEL - WHO ເຕືອນຈີນປະເມີນສະຖານະການຈຳນວນຜູ້ເສຍຊີວິດຈາກໂຄວິດ-19 ຕໍ່າກວ່າຄວາມເປັນຈິງ
WHO ເຕືອນຈີນປະເມີນສະຖານະການຈຳນວນຜູ້ເສຍຊີວິດຈາກໂຄວິດ-19 ຕໍ່າກວ່າຄວາມເປັນຈິງ - 3 - WHO ເຕືອນຈີນປະເມີນສະຖານະການຈຳນວນຜູ້ເສຍຊີວິດຈາກໂຄວິດ-19 ຕໍ່າກວ່າຄວາມເປັນຈິງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!