ຈີນຄຸມເຂັ້ມສື່ອິນເຕີເນັດ ຄວບຄຸມໃຫ້ປະຊາຊົນໃຊ້ຊື່ແທ້ໃນການໃຊ້


ຈີນເຂັ້ມງວດກັບໂລກອິນເຕີເນັດອີກຄັ້ງ ແລະ ຄັ້ງນີ້ເບິ່ງຄືວ່າຈະຈິງຈັງກວ່າຄັ້ງກ່ອນໆ. ອ້າງອີງຈາກກົດເກນໃຫມ່ ທີ່ເຜີຍແຜ່ໂດຍໜ່ວຍງານຄວບຄຸມເບິ່ງແຍງການໃຊ້ອິນເຕີເນັດຂອງປະເທດຈີນ ທີ່ີມີໃຈຄວາມວ່າ: ໃຜກໍຕາມທີ່ສະແດງຂໍ້ຄວາມ, ຂໍ້ມູນ ຫຼື ຕອບຄອມເມັ້ນໃດໆ ໃນໂລກອອນລາຍ ຕ້ອງມີການລົງທະບຽນເຂົ້າໃຊ້ບໍລິການອອນລາຍເຫຼົ່ານັ້ນ ດ້ວຍຊື່ແທ້ເທົ່ານັ້ນ ຫຼື ຈະໃຊ້ນາມສະກຸນສົມມຸດກໍໄດ້ ແຕ່ກໍຕ້ອງລະບຸຊື່ແທ້ໃນລະບົບນຳ ເພື່ອໃຫ້ສາມາດລະບຸຕົວຕົນຂອງຜູ້ສະແດງຂໍ້ມູນໄດ້ຢ່າງຈະແຈ້ງ ໃນກໍລະນີທີ່ເກີດມີບັນຫາຂຶ້ນມາ.
ແຕ່ໃນມຸມໜຶ່ງ ກົດເກນນີ້ກໍບໍ່ແມ່ນເລື່ອງໃຫມ່ແຕ່ຢ່າງໃດ ເພາະທາງການຈີນໄດ້ຄວບຄຸມເບິ່ງແຍງໃຫ້ປະຊາຊົນ ໄດ້ໃຊ້ຊື່ແທ້ຂອງຕົນເອງໃນການລົງທະບຽນເຂົ້າໃຊ້ບໍລິການຕ່າງໆໃນໂລກອອນລາຍຢູ່ແລ້ວ ແລະ ທາງການຈີນກໍຂັບເຄື່ອນກ່ຽວກັບບັນຫານີ້ໃນຫຼາຍໆລະດັບເປັນເວລາ 3 ປີມາແລ້ວ ແຕ່ຄວາມແຕກຕ່າງຢ່າງຈະແຈ້ງໃນຕອນນີ້ຄື: ບໍລິສັດຜູ້ໃຫ້ບໍລິການດ້ານອິນເຕີເນັດໃນປະເທດຈີນໄດ້ໃຫ້ການຮ່ວມມືຢ່າງເຕັມສ່ວນ ເພື່ອໃຫ້ໝັ້ນໃຈວ່າ ປະຊາຊົນຜູ້ໃຊ້ບໍລິການຕ່າງໆໃນໂລກອິນເຕີເນັດ ຈະລົງຊື່ເຂົ້າໃຊ້ດ້ວຍຊື່ແທ້ຢ່າງຖືກຕ້ອງຄົບຖ້ວນ ແລະ ຫາກບໍລິສັດຜູ້ໃຫ້ບໍລິການໄດ້ພົບຂໍ້ມູນ ຫຼື ການເຄື່ອນໄຫວໃດໆທີ່ຜິດກົດໝາຍ ກໍຕ້ອງລາຍງານໃຫ້ລັດຖະບານຮູ້.
ແລະ ເຖິງວ່າປະເທດຈີນຈະມີຄວາມພະຍາຍາມໃນການຄວບຄຸມການໃຊ້ອິນເຕີເນັດຂອງປະຊາຊົນ ພະຍາຍາມລີ້ຊ້ອນຕົວຕົນທີ່ແທ້ຈິງໃນ Weibo ເຊິ່ງເປັນບໍລິການໂຊຊ່ຽວເນັດເວີກຂອງຊາວຈີນທີ່ຄ້າຍໆກັບ Twitter ແລະ ມີການລີ້ຊ້ອນຕົວຕົນໃນການບໍລິການອອນລາຍອື່ນໆ ລວມເຖິງມີການໃຊ້ VPN ເພື່ອຫລີກເວັ້ນ Firewall ຂອງທາງການຈີນ ເຊິ່ງສິ່ງນີ້ເປັນສິ່ງທີ່ໄດ້ຮັບຄວາມນິຍົມຢ່າງແຜ່ຫຼາຍ ແຕ່ເມື່ອທາງການຈີນເລີ່ມຄຸມເຂັ້ມການໃຊ້ອິນເຕີເນັດຫຼາຍຂຶ້ນ ການຫລີກເວັ້ນດ້ວຍ VPN ກໍເຮັດໄດ້ຍາກຂຶ້ນ ແລະ ຫາກໍເປັນຂ່າວໃນຕົ້ນເດືອນສິງຫາ ໄດ້ພິສູດຈະແຈ້ງວ່າ ທາງການຈີນຈິງຈັງກັບການຄວບຄຸມສື່ອິນເຕີເນັດຊໍ່າໃດ.