ຈີນອະນຸມັດຢາ “ໂມລນູພິຣາເວຍ” ປິ່ນປົວໂຄວິດ-19 ແບບມີເງື່ອນໄຂ


ສໍານັກຂ່າວຊິນຮົວລາຍງານໃນວັນທີ 30 ທັນວາ 2022 ວ່າ: ສໍານັກງານບໍລິຫານການຢາແຫ່ງຊາດຈີນເປີດເຜີຍເຖິງການອະນຸມັດພິເສດ ແລະ ການອະນຸມັດແບບມີເງື່ອນໄຂເພື່ອການຈົດທະບຽນນໍາເຂົ້າຢາໂມລນູພິຣາເວຍ (Molnupiravir) ຈາກບໍລິສັດເມິກ ແອນ ໂຄ (Merck & Co) ເພື່ອປິ່ນປົວພະຍາດໂຄວິດ-19.
ໂມລນູພິຣາເວຍເປັນຢາຊະນິດຮັບປະທານທີ່ມີໂມເລກຸນຂະໜາດນ້ອຍ ສໍາລັບຜູ້ຕິດເຊື້ອໄວຜູ້ໃຫຍ່ທີ່ມີອາການຂອງພະຍາດໂຄວິດ-19 ລະດັບເລັກໜ້ອຍເຖິງປານກາງ ແລະ ມີຄວາມສ່ຽງສູງຈະເກີດອາການໜັກ ລວມທັງຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ເປັນຜູ້ສູງອາຍຸ, ນ້ຳໜັກເກີນ ຫລື ມີພະຍາດໝາກໄຂ່ຫລັງຊໍາເຮື້ອ, ເບົາຫວານ, ພະຍາດຫົວໃຈ ແລະ ຫລອດເລືອດຮຸນແຮງ ແລະ ພະຍາດປອດຊໍາເຮື້ອ.
ທັງນີ້, ສໍານັກງານບໍລິຫານການຢາແຫ່ງຊາດຈີນຮຽກຮ້ອງໃຫ້ຜູ້ຖືຄອງສິດທາງການກວດຂອງຢາໂມລນູພິຣາເວຍດຳເນີນການວິໄຈທີ່ກ່ຽວຂ້ອງຕໍ່ໄປ, ປະຕິບັດຕາມຂໍ້ກໍານົດຕາມເງື່ອນໄຂຕ່າງໆ ພາຍໃນໄລຍະເວລາທີ່ກໍານົດ ແລະ ຍື່ນຜົນການວິໄຈການຕິດຕາມຢ່າງຕໍ່ເນື່ອງໃນທັນທີ.