ອົດສະຕຣາລີ-ການາດາອອກຂໍ້ກຳນົດຜູ້ໂດຍສານຈາກຈີນ ຕ້ອງມີຜົນກວດໂຄວິດເປັນລົບ ເລີ່ມວັນທີ 5 ມັງກອນນີ້


ລັດຖະບານອົດສະຕຣາລີ ແລະ ການາດາປະກາດຂໍ້ກໍານົດໃຫ້ຜູ້ໂດຍສານຈາກຈີນ, ຮົງກົງ ແລະ ມາເກົາ ຈະຕ້ອງສະແດງຜົນກວດເຊື້ອໂຄວິດ-19 ດ້ວຍວິທີ PCR ເປັນລົບພາຍໃນໄລຍະເວລາ 2 ວັນກ່ອນຈະຂຶ້ນເຮືອບິນເພື່ອເດີນທາງມາອົດສະຕຣາລີ ແລະ ການາດາ ໂດຍຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 5 ມັງກອນນີ້.
ທັງນີ້, ອົດສະຕຣາລີ ແລະ ການາດາດໍາເນີນມາດຕະການຕາມທິດທາງດຽວກັບປະເທດອື່ນໆເຊັ່ນ: ອາເມລິກາ, ອັງກິດ, ອິນເດຍ, ອິຕາລີ, ຍີ່ປຸ່ນ ແລະ ອີກຫລາຍປະເທດໃນກຸ່ມສະຫະພາບເອີຣົບ (EU) ທີ່ໄດ້ປະກາດຂໍ້ກໍານົດດັ່ງກ່າວໄປແລ້ວກ່ອນໜ້ານີ້ ຫລັງຈາກຈີນປະກາດວ່າເປີດປະເທດທັງຂາເຂົ້າ ແລະ ຂາອອກ ເຊິ່ງເຮັດໃຫ້ເກີດຄວາມກັງວົນວ່າ: ພະຍາດໂຄວິດ-19 ຈະແພ່ລະບາດເປັນວົງກວ້າງເນື່ອງຈາກສະຖານະການການແພ່ລະບາດໃນຈີນຍັງຫລາຍ. ນອກຈາກນີ້ ໜ່ວຍງານດ້ານສາທາລະນະສຸກທົ່ວໂລກຍັງກັງວົນວ່າ: ຈີນແບ່ງປັນຂໍ້ມູນກ່ຽວກັບການແພ່ລະບາດຂອງໂຄວິດ-19 ບໍ່ພຽງພໍ ເຮັດໃຫ້ປະຊາຄົມໂລກບໍ່ອາດຮັບຮູ້ເຖິງຂະໜາດ ແລະ ຄວາມຮຸນແຮງຂອງການແພ່ລະບາດຮອບຫລ້າສຸດທີ່ເກີດຂຶ້ນຢູ່ຈີນໃນປັດຈຸບັນໄດ້.
ອົງການອະນາໄມໂລກ (WHO) ຍັງປະເມີນການຕິດເຊື້ອໂຄວິດ-19 ທີ່ເພີ່ມຂຶ້ນຫລ້າສຸດໃນຈີນ ພ້ອມຮຽກຮ້ອງໃຫ້ເຈົ້າໜ້າທີ່ສາທາລະນະສຸກຂອງຈີນເປີດເຜີຍຂໍ້ມູນແບບຕໍ່ເນື່ອງກ່ຽວກັບສະຖານະການໂຄວິດໃນປະເທດເປັນປະຈຳ ເຊິ່ງລວມທັງການແບ່ງປັນຂໍ້ມູນລຳດັບພັນທຸກໍາເພີ່ມຕື່ມ, ຂໍ້ມູນກ່ຽວກັບການເຂົ້າຮັບການປິ່ນປົວໃນໂຮງໝໍ, ການເສຍຊີວິດ ແລະ ການສັກວັກຊີນ.
ທັງນີ້, ຕົວເລກຢ່າງເປັນທາງການຈາກຈີນກາຍເປັນຂໍ້ມູນທີ່ບໍ່ໜ້າເຊື່ອຖື ເນື່ອງຈາກມີການກວດເຊື້ອຫລຸດລົງທົ່ວປະເທດ ຫລັງຈາກລັດຖະບານຈີນປະກາດຫລຸດຜ່ອນນະໂຍບາຍໂຄວິດເປັນສູນເມື່ອບໍ່ດົນມານີ້. ຂະນະດຽວກັນ WHO ໄດ້ເຊີນນັກວິທະຍາສາດຈີນໃຫ້ເຂົ້າຮ່ວມກອງປະຊຸມກຸ່ມທີ່ປຶກສາທາງເຕັກນິກໃນວັນທີ 3 ມັງກອນນີ້ ເພື່ອເປີດເຜີຍຂໍ້ມູນລາຍລະອຽດກ່ຽວກັບການລຽງລໍາດັບພັນທຸກໍາຂອງໄວຣັສໂຄວິດ-19.
ການດໍາເນີນງານດັ່ງກ່າວມີຂຶ້ນຫລັງຈາກຈີນປະກາດຈະຍົກເລີກມາດຕະການກັກຕົວຜູ້ທີ່ເດີນທາງຈາກຕ່າງປະເທດ ໂດຍຈະມີຜົນນັບແຕ່ວັນທີ 8 ມັງກອນ 2023. ນອກຈາກນີ້ ຈີນຈະກັບມາດໍາເນີນການອອກວີຊາໃຫ້ຊາວຈີນທີ່ອາໄສໃນແຜ່ນດິນໃຫຍ່ສຳລັບການເດີນທາງອອກນອກປະເທດນັບແຕ່ວັນທີ 8 ມັງກອນ 2023 ເຊັ່ນກັນ.
ອ້າງອີງ: