ໃນໄລຍະ 8 ເດືອນ ການສົ່ງອອກຂອງມຽນມາ ເພີ່ມຂຶ້ນຫຼາຍກວ່າ 15%
December 31, 2022 - 3:03 PM


ຂ່າວຕ່າງປະເທດລາຍງານໃຫ້ຮູ້ວ່າ: ກະຊວງການຄ້າຂອງມຽນມາ ໄດ້ເປີດເຜີຍບົດລາຍງານມູນຄ່າການສົ່ງອອກໃນໄລຍະ 8 ເດືອນຂອງສົກປີງົບປະມານ 2022-2023 ຊຶ່ງເລີ່ມແຕ່ຕົ້ນເດືອນເມສາ ຜ່ານມາ ເພີ່ມຂຶ້ນ 15,09% ເມື່ອທຽບແບບລາຍປີຢູ່ທີ່ 1,17 ໝື່ນລ້ານໂດລາ.
ບົດລາຍງານລະບຸວ່າ ມູນຄ່າການສົ່ງອອກສິນຄ້າອຸດສາຫະກຳຂອງມຽນມາໃນໄລຍະວັນທີ 1 ເມສາ ເຖິງວັນທີ 16 ທັນວາ 2022 ຫຼາຍກວ່າ 7,99 ພັນລ້ານໂດລາ ຄິດເປັນ 68,04% ຂອງການສົ່ງອອກທັງໝົດ ແລະ ສິນຄ້າປະເພດນີ້ຍັງເປັນປະເພດສິນຄ້າສົ່ງອອກຂະໜາດໃຫຍ່ທີ່ສຸດຂອງມຽນມາໃນໄລຍະເວລາດັ່ງກ່າວ. ຂະນະດຽວກັນ, ມຽນມາມີການນຳເຂົ້າ ແລະ ສົ່ງອອກສິນຄ້າລວມກັນເພີ່ມຂຶ້ນ 20,52% ຢູ່ທີ່ 2,4 ໝື່ນລ້ານໂດລາ ແລະ ເຮັດການຄ້າຜ່ານເສັ້ນທາງທະເລປະມານ 76,64% ຂອງທັງໝົດ ສ່ວນການຄ້າທາງບົກກວມອັດຕາສ່ວນປະມານ 23,36%.
ອີກຢ່າງໜຶ່ງ, ມຽນມາ ເຮັດການຄ້າສາກົນທາງທະເລເປັນສ່ວນໃຫຍ່ ເນື່ອງຈາກມີແຄມຝັ່ງຍາວ ໂດຍເຮັດການຄ້າລະຫວ່າງປະເທດກັບຈີນ, ໄທ, ບັງກລາເດັດ ແລະ ອິນເດຍ ຂະນະທີ່ການສົ່ງອອກສິນຄ້າສ່ວນໃຫຍ່ໄດ້ແກ່ ຜະລິດຕະພັນທາງດ້ານການກະເສດ, ສັດ, ການປະມົງ, ແຮ່ທາດ ແລະ ປ່າໄມ້ ສິນຄ້າອຸດສາຫະກຳ ແລະ ອື່ນໆ ສ່ວນສິນຄ້ານຳເຂົ້າຫຼັກໄດ້ແກ່ສິນຄ້າເຄິ່ງສຳເລັດຮູບ ແລະ ສິນຄ້າອຸປະໂພກບໍລິໂພກ.