ອັກຄີໄພມະຫາປາໄລອັນຕະລາຍຈິບຫາຍ
ໂດຍ: ທິດກໍ່າ
ນັບແຕ່ປີ 2016 ເປັນຕົ້ນມາ, ທິດກໍ່າໄດ້ຕິດຕາມຂ່າວຄາວກ່ຽວກັບເຫດການອັກຄີໄພຢູ່ບ້ານເຮົາເກືອບເວົ້າ ໄດ້ວ່າມີລັກສະນະລຽນຕິດຕໍ່ເນື່ອງ. ບຶດໜຶ່ງພັດວ່າມີໄຟໄໝ້ເຮືອນຂອງປະຊາຊົນຢູ່ບ້ານນັ້ນບ້ານນີ້, ເມືອງນັ້ນ ເມືອງນີ້ ຫລື ເຜີໆມາພັດວ່າໄໝ້ຕະຫລາດ. ຕົວຢ່າງປີແລ້ວນີ້ຂ່າວວ່າໄໝ້ຕະຫລາດຢູ່ປາກເຊ, ຫລັງໆມາພັດວ່າ ໄໝ້ຕະຫລາດຢູ່ຊຽງຂວາງ, ອຸດົມໄຊ ວ່າຊັ້ນ ! ເວົ້າເລື່ອງໄພອັນຕະລາຍຈາກໄຟໄໝ້ມັນກໍແມ່ນຄວາມອັນຕະລາຍ ແລະ ຈິບຫາຍຢ່າງໜຶ່ງທີ່ໃຜກໍບໍ່ເພິ່ງປາດຖະໜາ. ແຕ່ສໍາລັບຜູ້ທີ່ໄດ້ປະສົບພົບພໍ້ ແລະ ຖືກມາແລ້ວກໍເກືອບເວົ້າ ໄດ້ວ່າບໍ່ມີຫຍັງຫລົງເຫລືອ, ຖ້າເອົາທັນກໍທັນ ຫລື ເອົາບໍ່ທັນກໍບໍ່ມີຫຍັງຄ້າງ, ດັ່ງສຸພາສິດບູຮານເພິ່ນວ່າ “ດັບນ້ຳ, ດັບໄຟ” ເປັນມະຫາປາໄລທີ່ອັນຕະ ລາຍຈິບຫາຍ ແລະ ເປັນຕາຢ້ານ.
ເທົ່າທີ່ທິດກໍ່າໄດ້ຕິດຕາມ ແລະ ຮັບຮູ້ເຖິງເງື່ອນໄຂປັດໃຈທີ່ເຮັດໃຫ້ເກີດອັກຄີໄພມັນກໍເນື່ອງມາຈາກຫລາຍ ສາເຫດ, ແຕ່ອັນທີ່ເຄີຍໄດ້ເຫັນ ແລະ ໄດ້ຍິນຜ່ານມາມັນກໍມີຢູ່ຄື: ອັນທີໜຶ່ງແມ່ນ ເກີດຈາກການໄຕ້ທູບທຽນບູຊາ ໃນວັນສິນວັນພະ. ອັນທີສອງແມ່ນເກີດຈາກໄຟຊ໊ອດ ຫລື ລັດວົງຈອນ. ອັນສາມມາແມ່ນໄຟໄໝ້ປ່າແລ້ວລາມ ເຂົ້າມາຫາບ້ານ. ຕາມເຮົາວ່າໃນສາມສາເຫດນີ້ແມ່ນມັກມີຫລາຍກວ່າໝູ່. ພໍຮອດຍາມເຮັດບຸນສິນກິນທານ ຫລື ວ່າ ຮອດມື້ວັນສິນວັນພະຊາວພຸດເຮົາມັກຈະໄຕ້ທູບທຽນ ເພື່ອເຄົາລົບນົບໄຫວ້ບູຊາເຈົ້າຖິ່ນເຈົ້າຖານ, ເຈົ້າເທພາ ອາຮັກ ຫລື ຮ້ານພະຮ້ານເຈົ້າຢູ່ໃນເຮືອນ ຫລື ບ່ອນສັກສິດທີ່ຕົນນັບຖື. ບາງຄົນກໍມີທັງເຂົ້າຕົ້ມເຂົ້າໜົມ, ໝາກ ໄມ້ໝາກຕອກເຄື່ອງດອງຂອງ ຫວານຖວາຍບູຊາຕາມຄວາມເຊື່ອ. ແຕ່ໃນເມື່ອເຮັດໄປແລ້ວກໍມີການປະປ່ອຍ ຕາມລໍາພັງ ຫລື ຫລົງລືມບໍ່ມອດທູບທຽນ ຈຶ່ງເປັນເຫດໃຫ້ມັນລາມໄໝ້ເຮືອນ, ໄໝ້ວັດຖຸສິ່ງຂອງຕາມມາ. ສ່ວນ ກໍລະນີທີສອງ ຍາມນີ້ຖືວ່າເປັນລະດູຮ້ອນອົບເອົ້າ, ຄວາມຕ້ອງການນໍາໃຊ້ກະແສໄຟຟ້າກໍສູງ, ບາງກໍລະນີກໍໃຊ້ເກີນ ກໍານົດ, ບໍ່ຈັກພັດລົມ, ຕູ້ແຊ່ແອເຢັນ ແລະ ເຄື່ອງໄຟຟ້າອື່ນໆ ຈຶ່ງເຮັດໃຫ້ເກີດໄຟຊ໊ອດ, ໄຟລັດວົງຈອນແລ້ວກໍ ໄໝ້ລາມໄປອຶກກະທຶກຈົນເກີດມີໄຟໄໝ້ເຮືອນ. ສ່ວນສາເຫດທີສາມ ແມ່ນຍາມນີ້ເປັນຍາມຮ້ອນ, ເປັນລະດູແລ້ງ ອາກາດອົບເອົ້າເຜົາຜານບັນດາຕົ້ນໄມ້ໃບຫຍ້າຫ່ຽວແຫ້ງຄຸຫລົ່ນ, ຢູ່ແຖວຊານເມືອງ ຫລື ຊົນນະບົດມີການຖາກ ຖາງຈູດປ່າ ຫລື ຖິ້ມສິ່ງເສດເຫລືອຕິດກະແສໄຟຕາມລໍາພັງອັນເປັນຕົ້ນເຫດໃຫ້ເກີດໄຟໄໝ້ແລ້ວລຸກລາມໄໝ້ ເປັນບໍລິເວນກວ້າງ.
ຈາກສິ່ງທີ່ໄດ້ຍົກມາຂ້າງເທິງນີ້ ມັນເປັນຕົ້ນເຫດໃຫ້ເກີດມີໄຟໄໝ້ ຫລື ເກີດອັກຄີໄພໄໝ້ວັດຖຸຊັບສິນເຮືອນ ຊານ ນັບທັງຕະຫລາດຕະລີ, ຫ້າງຮ້ານ, ສະຖານທີ່ການຜະລິດຕ່າງໆ ເຊິ່ງເຫັນວ່າໄຟໄໝ້ແຕ່ລະຄັ້ງມັນກໍແມ່ນເອົາ ຕອນຍາມເຮົາເຜີ. ຕາມເຮົາຄິດ, ທຸກໆຄົນໃຜກໍອາດຮູ້ແລ້ວວ່າ ຄວາມເສຍຫາຍຈາກໄຟໄໝ້ນັ້ນບໍ່ມີໃຜເພິ່ງປາດ ຖະໜາ, ແຕ່ມັນກໍເກີດຂຶ້ນຈົນໄດ້ ແລະ ກໍຍ້ອນພວກເຮົາເອງບໍ່ມີສະຕິປ້ອງກັນ ຫລື ສະກັດກັ້ນຢ່າງຮອບຄອບ.
ເຖິງຢ່າງໃດກໍດີ, ຕາມເຮົາວ່າເພື່ອເປັນການປ້ອງກັນສະກັດກັ້ນບໍ່ໃຫ້ມີເຫດການນີ້ເກີດຂຶ້ນ, ກ່ອນອື່ນໝົດ ພວກເຮົາຕ້ອງໄດ້ພ້ອມກັນມີສະຕິເປັນເຈົ້າການຢ່າງເຄັ່ງຄັດ. ອີກດ້ານໜຶ່ງທາງພາກສ່ວນທີ່ກ່ຽວຂ້ອງທີ່ມີໜ້າທີ່ ຮັບຜິດຊອບໃນດ້ານນີ້ໂດຍກົງກໍຕ້ອງໄດ້ອອກແຮງໂຄສະນາເພື່ອປູກຈິດສໍານຶກໃຫ້ຄົນໃນທົ່ວສັງຄົມເຫັນໄດ້ຄວາມເປັນ ອັນຕະລາຍຮ້າຍກາດຂອງອັກຄີໄພ. ກົງກັນຂ້າມຖ້າຫາກພາກັນລະເຫລິງ, ຖືເບົາບໍ່ເອົາໃຈໃສ່ ບໍ່ໄວກໍຊ້າມະຫາ ປາໄລອັກຄີໄພຈະກາຍເປັນມັດຈຸລາດອອກອາລະວາດໄໝ້ເຮືອນ, ໄໝ້ວັດຖຸສິ່ງຂອງ ແລະ ສະຖານທີ່ການຜະລິດ ຕ່າງໆຄືດັ່ງເຄີຍເກີດຂຶ້ນຜ່ານມາ.