ບັງກະລາເທດເປີດນຳໃຊ້ລົດໄຟໃຕ້ດິນເສັ້ນທຳອິດ ຂອງປະເທດໃນນະຄອນຫລວງທາກາ ຫວັງຊ່ວຍຫລຸດບັນຫາການຈະລາຈອນແອອັດ


ວັນທີ 28 ທັນວາ, ທ່ານ ຊີກ ຮາຊີນາ ນາຍົກລັດຖະມົນຕີບັງກະລາເທດ ໄດ້ຈັດພິທີເປີດນໍາໃຊ້ຂະບວນລົດໄຟໃຕ້ດິນເສັ້ນທາງທຳອິດຂອງນະຄອນຫລວງທາກາ ແລະ ເສັ້ນທຳອິດຂອງປະເທດ ທ່າມກາງຄວາມຫວັງວ່າຈະຊ່ວຍຫລຸດບັນຫາການຈະລາຈອນແອອັດພາຍໃນເມືອງທີ່ມີປະຊາກອນ 22 ລ້ານກວ່າຄົນ ແລະ ເປັນໜຶ່ງໃນເມືອງທີ່ມີປະຊາກອນໜາແໜ້ນຫລາຍທີ່ສຸດໃນໂລກ.
ຜ່ານມາປະຊາຊົນຈໍານວນຫລາຍໃນນະຄອນຫລວງທາກາຕ້ອງຜະເຊີນຄວາມຍາກລໍາບາກຈາກບັນຫາລົດຕິດຢ່າງໜັກໃນແຕ່ລະວັນ ໂດຍສະເພາະໃນເວລາຮີບດ່ວນ. ຂະນະທີ່ນາຍົກລັດຖະມົນຕີ ຮາຊີນາ ລະບຸວ່າ: ລົດໄຟໃຕ້ດິນເສັ້ນທຳອິດນີ້ເປັນ “ຄວາມພາກພູມໃຈ” ຂອງປະເທດ.
ສໍາລັບລົດໄຟໃຕ້ດິນເສັ້ນທໍາອິດຂອງທາກາໃຊ້ເວລາກໍ່ສ້າງດົນກວ່າ 6 ປີ ໂດຍສ່ວນຫລາຍໄດ້ຮັບທຶນສະໜັບສະໜູນຈາກຍີ່ປຸ່ນ ເຊິ່ງເປັນຫຸ້ນສ່ວນການພັດທະນາລາຍໃຫຍ່ຂອງບັງກະລາເທດ.
ຂະນະທີ່ລົດໄຟໃຕ້ດິນເສັ້ນໃໝ່ນີ້ຄາດວ່າຈະຂົນສົ່ງຜູ້ໂດຍສານໄດ້ປະມານ 60.000 ຄົນຕໍ່ຊົ່ວໂມງ ເຊິ່ງໃນໄລຍະທຳອິດຈະໃຫ້ບໍລິການເປັນໄລຍະທາງທັງໝົດ 12 ກິໂລແມັດ ຈາກສະຖານີ Uttare ໄປຫາ Agargaon ໂດຍບໍ່ຢຸດຢູ່ສະຖານີໃດໆ ກ່ອນຈະຂະຫຍາຍການໃຫ້ບໍລິການໃນພາຍຫລັງ.
ທັງນີ້, ລັດຖະບານບັງກະລາເທດວາງແຜນສ້າງລົດໄຟໃຕ້ດິນ 6 ເສັ້ນ ແລະ ມີຈໍານວນສະຖານີ 100 ກວ່າສະຖານີ ເຊິ່ງນາຍົກລັດຖະມົນຕີ ຮາຊີນາ ຄາດຫວັງວ່າຈະສາມາດຊ່ວຍແກ້ໄຂບັນຫາການຈລະຈາແອອັດ ເຊິ່ງໄລຍະເວລາໃນການເຮັດວຽກທີ່ເສຍໄປຄາດວ່າສົ່ງຜົນໃຫ້ເກີດການສູນເສຍຕໍ່ເສດຖະກິດຂອງນະຄອນຫລວງທາກາເປັນມູນຄ່າປະມານ 3 ພັນລ້ານໂດລາຕໍ່ປີ.
ອ້າງອີງ: