ເຈົ້າແຂວງເຊກອງອອກແຈ້ງການຫ້າມເດັດຂາດບໍ່ໃຫ້ມີການຈັດຕັ້ງພິທີການອວຍພອນເຊິ່ງກັນ ແລະ ກັນ ດ້ວຍຮູບແບບກະຕ່າຂອງຂວັນ, ວັດຖຸມີຄ່າ, ຫູຫຼາ
December 28, 2022 - 3:34 PM


ວັນທີ 28 ທັນວາ 2022 ນີ້ ເຈົ້າແຂວງເຊເຊກອງອອກແຈ້ງການ ກ່ຽວກັບ ການຈັດຕັ້ງສະເຫຼີມສະຫຼອງປີໃໝ່ສາກົນ 2023 ໂດຍມີເນື້ອໃນລະອຽດດັ່ງນີ້:
- ການສະເຫຼີມສະຫຼອງປີໃໝ່ສາກົນ ປີ 2023 ທີ່ມີຄວາມໝາຍສໍາຄັນ ຊຶ່ງເປັນປີທີ່ທົ່ວພັກ, ທົ່ວປວງຊົນລາວທັງຊາດ ເວົ້າລວມ, ເວົ້າສະເພາະ ແຂວງເຊກອງ ພວມສືບຕໍ່ຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ X ອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ປາກົດຜົນເປັນຈິງ
- ໃຫ້ຖືເອົາການສະເຫຼີມສະຫຼອງປີໃໝ່ສາກົນປີ 2023 ທີ່ຈະໝູນວຽນມາເຖິງນີ້ ເປັນໂອກາດໜຶ່ງສໍາຄັນ ໃນການສະ ຫຼຸບຕີລາຄາການຈັດຕັ້ງປະຕິບັດຫນ້າທີ່ວຽກງານຂອງບັນດາຂະແຫນງການ, ອົງການ ແລະ ທ້ອງຖິ່ນ ໃນທົ່ວແຂວງ ແລະ ຖືໂອກາດນີ້ ເປັນການອວຍໄຊໃຫ້ພອນເຊິ່ງກັນ ແລະ ກັນ ຕິດພັນກັບການສົ່ງເສີມການທ່ອງທ່ຽວ.
- ຫ້າມເດັດຂາດບໍ່ໃຫ້ມີການຈັດຕັ້ງພິທີການອວຍພອນເຊິ່ງກັນ ແລະ ກັນ ດ້ວຍຮູບແບບກະຕ່າຂອງຂວັນ, ວັດຖຸມີ ຄ່າ, ຫູຫຼາ ເພື່ອເປັນການປະຢັດມັດທະຍັດງົບປະມານຂອງລັດ ກໍຄືຂອງບຸກຄົນ, ນິຕິບຸກຄົນ; ໂດຍອະນຸຍາດໃຫ້ມີ ການອວຍພອນກັນ ແລະ ກັນດ້ວຍສານອວຍພອນ ຫຼື ອວຍພອນໄຊກັນຜ່ານສື່ເອເລັກໂຕຼນິກ (ດ້ວຍລະບົບຂໍ້ ຄວາມຕ່າງໆ).
- ເນື່ອງຈາກວ່າປີໃໝ່ສາກົນ ວັນທີ 1 ມັງກອນ ປີ 2023 ແມ່ນກົງກັບວັນອາທິດ ຊຶ່ງເປັນວັນພັກລັດຖະການ, ສະ ນັ້ນ ຈິ່ງກໍານົດເອົາວັນຈັນ ວັນທີ 02 ມັງກອນ ປີ 2023 ເປັນວັນພັກຊົດເຊີຍປີໃໝ່ສາກົນ ປີ 2023.
- ມອບໃຫ້ຄະນະພັກ-ຄະນະນໍາພະແນກການ, ອົງການທຽບເທົ່າ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ຄະນະພັກ-ອົງການປົກຄອງເມືອງ ແລະ ຮາກຖານບ້ານຕ່າງໆ ໃນທົ່ວແຂວງເຊກອງ ເປັນເຈົ້າການປະສານສົມທົບກັບກໍາລັງປະກອບອາວຸດຂັ້ນຂອງຕົນ ເພີ່ມທະວີການປ້ອງກັນ-ການລາດຕະເວນ ຢູ່ຕາມຂອບເຂດບໍລິເວນຊາຍ ແດນ, ເຄື່ອນໄຫວເວນຍາມສໍານັກງານ-ອົງການ, ບ້ານຊ່ອງ ແລະ ສະຖານທີ່ສໍາຄັນຕ່າງໆ, ຕິດຕາມຄົນເຂົ້າອອກ ຕາມດ່ານຊາຍແດນຕ່າງໆ ຢ່າງເຄັ່ງຄັດ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃຫ້ໄດ້ເປັນປົກກະຕິດີ.
- ມອບໃຫ້ກອງບັນຊາການ ປກສ ແຂວງ ສົມທົບກັບກອງບັນຊາການ ປກສ ເມືອງ, ປກສ ບ້ານ ແລະ ພາກສ່ວນ ທີ່ກ່ຽວຂ້ອງຂັ້ນຕ່າງໆ ເອົາໃຈໃສ່ເຝົ້າລະວັງ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຕ້ານ ແລະ ແກ້ໄຂທຸກປະກົດການຫຍໍ້ທໍ້ໃນສັງຄົມໃຫ້ທັນການ.
- ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ເປັນເຈົ້າແຕ່ຫົວທີ ສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນແຂວງ, ເມືອງ ແລະ ບ້ານ ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າໃຫ້ມີຄວາມຫມັ້ນທ່ຽງ, ປົກກະຕິ, ເດັດ ຂາດບໍ່ໃຫ້ຜູ້ປະກອບການ-ຜູ້ຂາຍຍົກ-ຂາຍຍ່ອຍຕ່າງໆ ສວຍໃຊ້ຊ່ອງວ່າງ ເພື່ອຂຶ້ນລາຄາສິນຄ້າທຸກປະເພດ.
- ໃຫ້ເຈົ້າຫນ້າທີ່ປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງທຸກຂັ້ນ ເປັນເຈົ້າການຈັດຕັ້ງຜັນຂະຫຍາຍແຈ້ງການ ສະບັບນີ້ ໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງແຕ່ລະບ່ອນ ທັງຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິ ບັດໃຫ້ເປັນຈິງ ແລະ ລາຍງານສະພາບການຕ່າງໆ ໃຫ້ຂັ້ນເທິງຖັດຕົນຢ່າງເປັນປົກກະຕິ ແລະ ທັນການ.
- ມອບໃຫ້ພະແນກຖະແຫຼ່ງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວແຂວງ, ຫ້ອງການຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວເມືອງ 4 ເມືອງ ແລະ ວິທະຍຸຊຸມຊົນຂັ້ນບ້ານ ສົມທົບກັບພາກສ່ວນກ່ຽວຂ້ອງ ເພີ່ມທະວີການໂຄສະນາ ແລະ ເຜີຍແຜ່ເນື້ອໃນແຈ້ງການສະບັບນີ້ ໂດຍຕິດພັນກັບລະບຽບການສະເພາະຂອງຕົນຜ່ານສື່ຕ່າງໆ ໃຫ້ພະນັກ ງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ຜູ້ປະກອບການ ແລະ ປະຊາຊົນບັນດາເຜົ່າຊາວແຂວງເຊກອງ ໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງ, ທົ່ວເຖິງ ແລະ ສາມາດຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ເປັນຈິງ.
ດັ່ງນັ້ນ, ຈຶ່ງຂໍຖືເປັນກຽດແຈ້ງການມາຍັງທຸກພາກສ່ວນ, ທຸກຂັ້ນ ໃນຂອບເຂດທົ່ວແຂວງ ເພື່ອຮັບຊາບ ແລະ ຈັດ ຕັ້ງປະຕິບັດເນື້ອໃນແຈ້ງການສະບັບນີ້ໃຫ້ປາກົດຜົນເປັນຈິງ.

