ອິນເດຍສັ່ງກວດສອບໂຮງງານຜະລິດຢາທົ່ວປະເທດ ຫວັງກູ້ຊື່ສຽງຮ້ານຂາຍຢາໂລກ

ອິນເດຍສັ່ງກວດສອບໂຮງງານຜະລິດຢາທົ່ວປະເທດ ຫວັງກູ້ຊື່ສຽງຮ້ານຂາຍຢາໂລກ - 35437 1568982666 fe34ece0 ad5a 4f0f 895e 9ec331128889 1 - ອິນເດຍສັ່ງກວດສອບໂຮງງານຜະລິດຢາທົ່ວປະເທດ ຫວັງກູ້ຊື່ສຽງຮ້ານຂາຍຢາໂລກ
ອິນເດຍສັ່ງກວດສອບໂຮງງານຜະລິດຢາທົ່ວປະເທດ ຫວັງກູ້ຊື່ສຽງຮ້ານຂາຍຢາໂລກ - kitchen vibe - ອິນເດຍສັ່ງກວດສອບໂຮງງານຜະລິດຢາທົ່ວປະເທດ ຫວັງກູ້ຊື່ສຽງຮ້ານຂາຍຢາໂລກ

ກະຊວງສາທາລະນະສຸກອິນເດຍເປີດເຜີຍໃນວັນທີ 27 ທັນວາວ່າ: ໜ່ວຍງານເບິ່ງແຍງດ້ານການຢາຂອງອິນເດຍໄດ້ເລີ່ມກວດສອບໂຮງງານຜະລິດຢາບາງແຫ່ງທົ່ວປະເທດ ຂະນະທີ່ພະຍາມຈະຮັບປະກັນມາດຕະຖານລະດັບສູງ ຫລັງຈາກຢາດີຫວັດ ແລະ ແກ້ໄອຂອງບໍລິສັດອິນເດຍແຫ່ງໜຶ່ງມີສ່ວນກ່ຽວຂ້ອງຕໍ່ການເສຍຊີວິດຂອງເດັກນ້ອຍໃນປະເທດແກມເບຍ.

ສໍານັກຂ່າວຣອຍເຕີລາຍງານວ່າ: ອິນເດຍຖືກຂະໜານນາມວ່າເປັນ “ຮ້ານຂາຍຢາຂອງໂລກ” ແລະ ການສົ່ງອອກອຸປະກອນການແພດໄດ້ເພີ່ມຂຶ້ນຫລາຍກວ່າ 2 ເທົ່າໃນທົດສະຫວັດຜ່ານມາ ສູງເຖິງ 2,45 ໝື່ນລ້ານໂດລາ ໃນປີງົບປະມານຜ່ານມາ.

ອິນເດຍສັ່ງກວດສອບໂຮງງານຜະລິດຢາທົ່ວປະເທດ ຫວັງກູ້ຊື່ສຽງຮ້ານຂາຍຢາໂລກ - Visit Laos Visit SALANA BOUTIQUE HOTEL - ອິນເດຍສັ່ງກວດສອບໂຮງງານຜະລິດຢາທົ່ວປະເທດ ຫວັງກູ້ຊື່ສຽງຮ້ານຂາຍຢາໂລກ

ຈໍານວນເດັກທີ່ເສຍຊີວິດຢ່າງໜ້ອຍ 70 ຄົນໃນແກມເບຍໄດ້ທໍາລາຍພາບລັກຂອງອຸດສາຫະກໍານີ້ ເຖິງວ່າອິນເດຍລະບຸວ່າ: ຢາທີ່ຜະລິດໂດຍບໍລິສັດເມເດນ ຟາມາຊູຕິຄໍ ບໍລິສັດການຢາສັນຊາດອິນເດຍ ບໍ່ແມ່ນສາເຫດກໍຕາມ.

ຂະນະດຽວກັນ ກະຊວງສາທາລະນະສຸກ ແລະ ສະຫວັດດີການຄອບຄົວຂອງອິນເດຍລະບຸໃນຖະແຫລງການວ່າ: “ກຳລັງດຳເນີນງານຮ່ວມກວດສອບທົ່ວປະເທດຕາມຂັ້ນຕອນການປະຕິບັດງານມາດຕະຖານ”. ພ້ອມກ່າວວ່າ: “ສິ່ງນີ້ຈະຊ່ວຍສ້າງຄວາມໝັ້ນໃຈໄດ້ເຖິງມາດຕະຖານຄຸນນະພາບລະດັບສູງສຳລັບຢາທີ່ຜະລິດໃນປະເທດ”.

ນອກຈາກນີ້, ກະຊວງສາທາລະນະສຸກ ແລະ ສະຫວັດດີການຄອບຄົວຂອງອິນເດຍ ກໍາລັງກວດສອບບໍລິສັດຜະລິດຢາທີ່ມີຄວາມສ່ຽງໃນການຜະລິດຢາທີ່ບໍ່ໄດ້ມາດຕະຖານ, ປອມປົນ ຫລື ຢາປອມ ແຕ່ບໍ່ໄດ້ລະບຸຊື່ບໍລິສັດໃດໆ.

ທັງນີ້, ຜູ້ຊ່ຽວຊານດ້ານສຸຂະພາບບາງຄົນກ່າວວ່າ: ກົດລະບຽບດ້ານຢາຂອງອິນເດຍນັ້ນມີຊ່ອງຫວ່າງ ໂດຍສະເພາະໃນລະດັບລັດທີ່ມີໂຮງງານຫລາຍພັນແຫ່ງດຳເນີນການຢູ່.

ອິນເດຍສັ່ງກວດສອບໂຮງງານຜະລິດຢາທົ່ວປະເທດ ຫວັງກູ້ຊື່ສຽງຮ້ານຂາຍຢາໂລກ - 4 - ອິນເດຍສັ່ງກວດສອບໂຮງງານຜະລິດຢາທົ່ວປະເທດ ຫວັງກູ້ຊື່ສຽງຮ້ານຂາຍຢາໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!