ພາຍຸລະດູໜາວພັດຖະຫລົ່ມອາເມລິກາຢ່າງໜັກ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 60 ຄົນ ຖ້ຽວບິນຖືກຍົກເລີກວັນລະຫລາຍພັນຖ້ຽວ

ພາຍຸລະດູໜາວພັດຖະຫລົ່ມອາເມລິກາຢ່າງໜັກ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 60 ຄົນ ຖ້ຽວບິນຖືກຍົກເລີກວັນລະຫລາຍພັນຖ້ຽວ - 4LG2TQR 000 3366387 jpg - ພາຍຸລະດູໜາວພັດຖະຫລົ່ມອາເມລິກາຢ່າງໜັກ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 60 ຄົນ ຖ້ຽວບິນຖືກຍົກເລີກວັນລະຫລາຍພັນຖ້ຽວ
ພາຍຸລະດູໜາວພັດຖະຫລົ່ມອາເມລິກາຢ່າງໜັກ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 60 ຄົນ ຖ້ຽວບິນຖືກຍົກເລີກວັນລະຫລາຍພັນຖ້ຽວ - kitchen vibe - ພາຍຸລະດູໜາວພັດຖະຫລົ່ມອາເມລິກາຢ່າງໜັກ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 60 ຄົນ ຖ້ຽວບິນຖືກຍົກເລີກວັນລະຫລາຍພັນຖ້ຽວ

ທາງການອາເມລິກາລາຍງານຜົນກະທົບຈາກພາຍຸລະດູໜາວທີ່ພັດຖະຫລົ່ມຫລາຍລັດທົ່ວປະເທດ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 62 ຄົນ ເຊິ່ງຢູ່ເມືອງບັບຟາໂລ ລັດນິວຢອກ ທີ່ໄດ້ຮັບຜົນກະທົບໜັກທີ່ສຸດ ພົບຜູ້ເສຍຊີວິດເພີ່ມເປັນ 28 ຄົນ ແລະ ຍັງເກີດໄຟຟ້າມອດກະທົບຊາວເມືອງ 4.000 ກວ່າຄົນ.

ໂດຍຫລາຍວັນຜ່ານມາ, ເຈົ້າໜ້າທີ່ກູ້ໄພທ້ອງຖິ່ນຍັງພະຍາຍາມຄົ້ນຫາ ແລະ ຊ່ວຍເຫລືອຜູ້ລອດຊີວິດຢ່າງຕໍ່ເນື່ອງ. ຂະນະທີ່ຜູ້ເສຍຊີວິດຫລາຍຄົນຖືກພົບພາຍໃນລົດ ແລະ ກອງຫິມະໃນຫລາຍຈຸດ.

ພາຍຸລະດູໜາວພັດຖະຫລົ່ມອາເມລິກາຢ່າງໜັກ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 60 ຄົນ ຖ້ຽວບິນຖືກຍົກເລີກວັນລະຫລາຍພັນຖ້ຽວ - Visit Laos Visit SALANA BOUTIQUE HOTEL - ພາຍຸລະດູໜາວພັດຖະຫລົ່ມອາເມລິກາຢ່າງໜັກ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 60 ຄົນ ຖ້ຽວບິນຖືກຍົກເລີກວັນລະຫລາຍພັນຖ້ຽວ

ຂະນະທີ່ທາງການເມືອງບັບຟາໂລໄດ້ລະດົມກໍາລັງຕໍາຫລວດ 100 ກວ່າຄົນ ເຂົ້າຄວບຄຸມການຈະລາຈອນພາຍໃນເມືອງ ເຊິ່ງຖະໜົນຫລາຍເສັ້ນຍັງຖືກປິດ ແລະ ຫ້າມການຂັບຂີ່ລົດ ເພື່ອປ້ອງກັນອັນຕະລາຍ ເນື່ອງຈາກມີຫິມະປົກຄຸມໜາ. ນອກຈາກນີ້ ຍັງມີລາຍງານການສວຍໂອກາດຂີ້ລັກງັດແງະ ແລະ ທຸບທຳລາຍສິ່ງຂອງໃນຮ້ານຄ້າຫລາຍແຫ່ງຂອງເມືອງ ເຊິ່ງຕຳຫລວດສາມາດຈັບຜູ້ກໍ່ເຫດໄດ້ແລ້ວ 4 ຄົນ.

ຜົນກະທົບຈາກພາຍຸລະດູໜາວຂະໜາດໃຫຍ່ທີ່ພັດປົກຄຸມອາເມລິກາເໜືອ ຄວບຄຸມການາດາຈົນເຖິງຕອນໃຕ້ຂອງອາເມລິກາ ສົ່ງຜົນໃຫ້ມີການຍົກເລີກຖ້ຽວບິນຫລາຍພັນຖ້ຽວໃນແຕ່ລະວັນ ໂດຍໃນເຊົ້າວັນທີ 27 ທັນວາ ຕາມເວລາທ້ອງຖິ່ນ ພົບວ່າມີຖ້ຽວບິນຍົກເລີກ 4.800 ກວ່າຖ້ຽວ ເຮັດໃຫ້ຜູ້ໂດຍສານຫລາຍໝື່ນຄົນຕົກຄ້າງຢູ່ໃນສະໜາມບິນຕ່າງໆທົ່ວປະເທດ.

ເຖິງຢ່າງໃດກໍຕາມ, ສະພາບອາກາດທີ່ໜາວເຢັນ ແລະ ເຕັມໄປດ້ວຍສີຂາວຂອງຫິມະ ຄາດວ່າຈະດີຂຶ້ນຫລັງຈາກທີ່ມີລາຍງານຫິມະຕົກໜ້ອຍລົງໃນວັນທີ 27 ທັນວາ ແລະ ລະດັບອຸນຫະພູມອຸ່ນຂຶ້ນເລັກໜ້ອຍ, ແຕ່ທາງການເຕືອນວ່າ: ອຸນຫະພູມທີ່ອຸ່ນຂຶ້ນອາດນຳມາເຊິ່ງບັນຫາອື່ນໆເຊັ່ນ: ນໍ້າຖ້ວມທີ່ເກີດຈາກການລະລາຍຂອງຫິມະຈຳນວນຫລາຍ.

ກ່ອນໜ້ານີ້, ປະທານາທິບໍດີ ໂຈ ໄບເດນ ຂອງອາເມລິກາ ໄດ້ອະນຸມັດການປະກາດສະຖານະການສຸກເສີນ ເພື່ອເປີດທາງໃຫ້ລັດຖະບານກາງສະໜັບສະໜູນການຊ່ວຍເຫລືອລັດນິວຢອກ ໂດຍທ່ານ ໄບເດນ ໄດ້ກ່າວສະແດງຄວາມເສຍໃຈຕໍ່ຜູ້ທີ່ສູນເສຍບຸກຄົນອັນເປັນທີ່ຮັກຈາກເຫດການໄພພິບັດໃນຄັ້ງນີ້.

ອ້າງອີງ:

https://www.bbc.com/news/world-us-canada-64099642

ພາຍຸລະດູໜາວພັດຖະຫລົ່ມອາເມລິກາຢ່າງໜັກ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 60 ຄົນ ຖ້ຽວບິນຖືກຍົກເລີກວັນລະຫລາຍພັນຖ້ຽວ - 5 - ພາຍຸລະດູໜາວພັດຖະຫລົ່ມອາເມລິກາຢ່າງໜັກ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 60 ຄົນ ຖ້ຽວບິນຖືກຍົກເລີກວັນລະຫລາຍພັນຖ້ຽວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!