ຈີນ ຍົກເລີກມາດຕະການໂຄວິດ ຈະເປີດປະເທດ 8 ມັງກອນ 2023 ຫລາຍປະເທດກຽມຮັບນັກທ່ອງທ່ຽວຈາກຈີນ


ວັນທີ 26 ທັນວາ, ສຳນັກຂ່າວຕ່າງປະເທດຫລາຍສຳນັກລາຍງານວ່າ: ທາງການຈີນກຽມເປີດຊາຍແດນປະເທດອີກເທື່ອໜຶ່ງ ໂດຍຍົກເລີກມາດຕະການກັກຕົວເພື່ອຮັບມືໂຄວິດ ນັບແຕ່ວັນທີ 8 ມັງກອນ 2023 ເປັນຕົ້ນໄປ ຫລັງປະກາດໃຊ້ແນວທາງນີ້ມາແຕ່ໂຄວິດແພ່ລະບາດໃນໄລຍະທຳອິດເມື່ອປີ 2020 ເຊິ່ງຖືເປັນການເຄື່ອນໄຫວສຳຄັນທີ່ຊີ້ວ່າຈີນກຽມປັບຕົວຢູ່ຮ່ວມກັບໂຄວິດ.
ໂດຍຄະນະກຳມະການສຸຂະພາບແຫ່ງຊາດຂອງຈີນ (NHC) ໄດ້ມີມະຕິປ່ຽນແປງແນວທາງຈາກນະໂຍບາຍໂຄວິດເປັນສູນ (Zero-COVID) ມາເປັນການປັບຕົວ ແລະ ດຳລົງຊີວິດຢູ່ຮ່ວມກັບເຊື້ອໄວຣັສເຫລົ່ານີ້ແທນ, ພ້ອມກຽມປະກາດຫລຸດຜ່ອນມາດຕະການຮັບມືໂຄວິດຈາກລະດັບ Category A ເຊິ່ງເປັນລະດັບສູງສຸດໃນປັດຈຸບັນ ມາເປັນ Category B ທີ່ກຳນົດເງື່ອນໄຂໃຫ້ມີການປິ່ນປົວພະຍາດ ແລະ ມີມາດຕະການຄວບຄຸມການແພ່ລະບາດສະເພາະທີ່ຈຳເປັນເທົ່ານັ້ນ.
ການປ່ຽນແປງລະດັບດັ່ງກ່າວຈະເຮັດໃຫ້ພະຍາດໂຄວິດມາຢູ່ໃນລະດັບ Category B ຮ່ວມກັບພະຍາດຕິດເຊື້ອຈາກໄວຣັສອື່ນໆ ບໍ່ວ່າຈະເປັນພະຍາດພູມຄຸ້ມກັນບົກພ່ອງ (HIV), ພະຍາດໄວຣັສຕັບອັກເສບ ລວມທັງພະຍາດໄຂ້ຫວັດສັດປີກ H7N9.
ນອກຈາກນີ້, ທາງການຈີນຍັງໄດ້ປະກາດຢຸດການລາຍງານຜູ້ຕິດເຊື້ອປະຈຳວັນແລ້ວ ແລະ ຈະຢຸດການອ້າງວ່າການຕິດເຊື້ອໂຄວິດຖືເປັນພະຍາດປອດບວມຊະນິດໜຶ່ງນຳອີກ ໂດຍຫລ້າສຸດ ທາງການທ້ອງຖິ່ນໃນຫລາຍພື້ນທີ່ເລີ່ມທະຍອຍໄດ້ຮັບສັນຍານໃຫ້ກຽມພ້ອມຕໍ່ການປ່ຽນແປງມາດຕະການຮັບມືພະຍາດລະບາດລະດັບປະເທດໃນຄັ້ງນີ້ແລ້ວ.
ຂ່າວການເປີດປະເທດຈີນຄັ້ງນີ້ ສົ່ງຜົນທາງບວກໃນດ້ານເສດຖະກິດ ລາຄາຕະຫລາດຫຸ້ນຂອງຈີນເພີ່ມສູງຂຶ້ນ ແລະ ກັບມາຄຶກຄັກ, ຈຳນວນການຄົ້ນຫາຖ້ຽວບິນລະຫວ່າງປະເທດຂອງຈີນກໍເພີ່ມສູງຂຶ້ນ ເປັນຜົນດີຕໍ່ຂະແໜງການທ່ອງທ່ຽວ ແລະ ບໍລິການຂອງປະເທດທີ່ມີຈີນເປັນຕະຫລາດລາຍໃຫຍ່.
ອ້າງອີງ:
- https://www.scmp.com/news/china/science/article/3204601/china-reopen-borders-drop-covid-quarantine-january-8
- https://www.reuters.com/world/china/china-drop-covid-quarantine-rule-inbound-travellers-jan-8-2022-12-26/
- https://www.wsj.com/articles/china-to-open-borders-despite-surge-in-covid-19-cases-11672073476
- https://www.statista.com/statistics/1048386/thailand-tourist-arrivals-from-china/