ລັດຖະບານອອກແຈ້ງການລຶບລ້າງການນຳໃຊ້ໃບຢັ້ງຢືນສັກວັກຊິນປ້ອງກັນໂຄວິດ-19 ຄົບໂດສ
December 26, 2022 - 1:00 PM


ວັນທີ 23 ທັນວາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການສະບັບເລກທີ 1914/ຫສນຍ ເລື່ອງທິດຊີ້ນຳກ່ຽວກັບມາດຕະການໃນການເຂົ້າ-ອອກ ສປປ ລາວ ໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ວ່າ: ເຫັນດີໃຫ້ລຶບລ້າງການນຳໃຊ້ໃບຢັ້ງຢືນສັກວັກຊິນຄົບໂດສ ແລະ ລຶບລ້າງການກວດຫາເຊື້ອໂຄວິດ-19 ດ້ວຍເຄື່ອງກວດແບບໄວ (ATK) ພາຍໃນ 48 ຊົ່ວໂມງ ກ່ອນເດີນທາງອອກຈາກປະເທດຕົ້ນທາງ ຂອງພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ຈະເດີນທາງເຂົ້າມາ ສປປ ລາວ.