ຈີນປະກາດຍົກເລີກລາຍງານ ສະຖິຕິຜູ້ຕິດເຊື້ອ-ຜູ້ເສຍຊີວິດຈາກໂຄວິດ
ໜ່ວຍງານສາທາລະນະສຸກຂອງຈີນປະກາດຢຸດການລາຍງານ ສະຖິຕິຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຈາກພະຍາດໂຄວິດ-19 ຫລັງດຳເນີນການຢ່າງຕໍ່ເນື່ອງມາເກືອບ 3 ປີ.
ວັນທີ 25 ທັນວາ, ສຳນັກຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມາທິການສາທາລະນະສຸກແຫ່ງຊາດ (NHC) ເຜີຍແພ່ຖະແຫລງການວ່າ: ຕໍ່ຈາກນີ້ເປັນຕົ້ນໄປ ຂໍ້ມູນພື້ນຖານທີ່ຈຳເປັນທັງໝົດກ່ຽວກັບສະຖານະການພະຍາດໂຄວິດ-19 ໃນຈີນ ຈະຂຶ້ນຢູ່ກັບການດຳເນີນງານໂດຍສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງຊາດ.
ໂດຍບໍ່ມີການລະບຸເຫດຜົນກ່ຽວກັບການປ່ຽນແປງດັ່ງກ່າວທີ່ເກີດຂຶ້ນ ຫລັງ NHC ສະເໜີຂໍ້ມູນປະຈຳວັນ ນັບແຕ່ເດືອນມັງກອນ 2020 ແລະ ຍັງບໍ່ມີກຳນົດໄລຍະເວລາຢ່າງຈະແຈ້ງວ່າ: ສູນຄວບຄຸມ ແລະ ປ້ອງກັນພະຍາດແຫ່ງຊາດຈະເຜີຍແພ່ຂໍ້ມູນເມື່ອໃດ.
ທັງນີ້, NHC ຢືນຢັນສະຖິຕິຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມໃນຈີນຢ່າງໜ້ອຍ 393.067 ຄົນ ໂດຍເປັນການນັບສະເພາະຜູ້ຕິດເຊື້ອທີ່ສະແດງອາການ ຈົນຮອດວັນທີ 22 ທັນວາຜ່ານມາ, ສ່ວນສະຖິຕິຜູ້ເສຍຊີວິດສະສົມມີທັງໝົດ 5.242 ຄົນ.