ລັດຖະບານສາມາດເກັບລາຍຮັບໄດ້ 28.905,03 ຕື້ກີບ ແຕ່ຍັງເຫັນວ່າລາຍຮັບບໍ່ມອບເຂົ້າງົບປະມານ 141 ຕື້ກວ່າກີບ

ລັດຖະບານສາມາດເກັບລາຍຮັບໄດ້ 28.905,03 ຕື້ກີບ ແຕ່ຍັງເຫັນວ່າລາຍຮັບບໍ່ມອບເຂົ້າງົບປະມານ 141 ຕື້ກວ່າກີບ - 321096794 387784906879481 658748765865794925 n - ລັດຖະບານສາມາດເກັບລາຍຮັບໄດ້ 28.905,03 ຕື້ກີບ ແຕ່ຍັງເຫັນວ່າລາຍຮັບບໍ່ມອບເຂົ້າງົບປະມານ 141 ຕື້ກວ່າກີບ
ລັດຖະບານສາມາດເກັບລາຍຮັບໄດ້ 28.905,03 ຕື້ກີບ ແຕ່ຍັງເຫັນວ່າລາຍຮັບບໍ່ມອບເຂົ້າງົບປະມານ 141 ຕື້ກວ່າກີບ - kitchen vibe - ລັດຖະບານສາມາດເກັບລາຍຮັບໄດ້ 28.905,03 ຕື້ກີບ ແຕ່ຍັງເຫັນວ່າລາຍຮັບບໍ່ມອບເຂົ້າງົບປະມານ 141 ຕື້ກວ່າກີບ
ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ  ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ຕອນເຊົ້າວັນທີ 22 ທັນວາ 2022 ນີ້ວ່າ: ຜ່ານການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ລາຍຮັບຕາມແຜນການ ຈຳນວນ 27.629,01 ຕື້ກີບ, ປະຕິບັດໄດ້ ຈຳນວນ 28.905,03 ຕື້ກີບ ເທົ່າກັບ 104,62% ຂອງແຜນການ, ລາຍຈ່າຍຕາມແຜນ ຈຳນວນ 31.583,63 ຕື້ກີບ, ປະຕິບັດໄດ້ຈຳນວນ 29.507,44 ຕື້ກີບ ເທົ່າກັບ 93,43% ຂອງແຜນການ, ການດຸ່ນດ່ຽງຊຳລະໜີ້ສິນສາທາລະນະຕາມແຜນການຈຳນວນ 16.395,13 ຕື້ກີບ, ປະຕິບັດໄດ້ຈຳນວນ 12.592,30 ຕື້ກີບ ເທົ່າກັບ 76,81% ຂອງແຜນການ, ການດຸ່ນດ່ຽງງົບປະມານແຫ່ງລັດຕາມແຜນການຈຳນວນ 20.349,75ຕື້ກີບ ປະຕິບັດໄດ້ຈຳນວນ 14.492,93 ຕື້ກີບ ເທົ່າກັບ 71,22% ຂອງແຜນການ, ສາມາດສະຫຼຸບໄດ້ດັ່ງນີ້:
1. ກວດສອບເຫັນເພີ່ມລາຍຮັບທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ ຈຳນວນ 141,30 ຕື້ກີບ, ໃນນັ້ນໄດ້ເອົາໄປຈ່າຍນອກແຜນງົບປະມານແຫ່ງລັດ ຈຳນວນ 35,18 ຕື້ກີບ ແລະ ຍັງເກັບຮັກສາໄວ້ຢູ່ຄັງເງິນສົດ,ຝາກໄວ້ຢູ່ທະນາຄານ ແລະ ຝາກໄວ້ໃນລະບົບບັນຊີຝາກຄັງເງິນ ຈຳນວນ 106,12 ຕື້ກີບ.
2. ກວດສອບເຫັນເງິນຈ່າຍລ່ວງໜ້າຄ້າງໃນລະບົບຄັງເງິນປະຈຳແຂວງທີ່ບໍ່ສາມາດສະສາງ ໄດ້ຍົກມາຈາກປີກ່ອນຈຳນວນ 1.294,10 ຕື້ກີບ, ເກີດໃໝ່ໃນປີ 2021 ຈຳນວນ 85,73 ຕື້ກີບ ລວມເຂົ້າກັນຈຳນວນ 1.379,83 ຕື້ກີບ.
3. ກວດສອບເຫັນໜີ້ຕ້ອງຮັບສ່ວຍສາອາກອນ, ຊັບສິນແຫ່ງລັດ ແລະ ຈາກບັນດາຫົວໜ່ວຍງົບປະມານທີ່ບໍ່ມອບເຂົ້າງົບປະມານແຫ່ງລັດທັນຕາມກຳນົດເວລາ ຊຶ່ງມີຍອດຍົກມາຈາກປີກ່ອນ ຈຳນວນ 1.879,35 ຕື້ກີບ ເກີດໜີ້ໃໝ່ໃນປີ 2021 ຈຳນວນ 551,43 ຕື້ກີບ ລວມເຂົ້າກັນຈຳນວນ2.430,78 ຕື້ກີບ.
4. ກວດສອບເຫັນຍອດເຫຼືອເງິນລາຍຮັບໃນບັນຊີລໍຖ້າຈັດສັນ (ບັນຊີ 547) ຄ້າງສະສາງເຂົ້າງົບປະມານແຫ່ງລັດຈຳນວນ 9,48 ຕື້ກີບ.
5. ກວດສອບເຫັນການນຳໃຊ້ເງິນຄັງພັດທະນາທ້ອງຖິ່ນ, ເງິນຄັງພັດທະນາຊຸມຊົນ ແລະ ເງິນລະດົມ, ເງິນເກີນແຜນ ປີ 2021, ເງິນແຮທ້ອງຖິ່ນ, ເງິນກອງທຶນຄົ້ນຄວ້າວິທະຍາສາດ ແລະ ເງິນງົບປະມານແຫ່ງລັດ ລວມເຂົ້າກັນເປັນເງິນ ຈຳນວນ 78,46 ຕື້ກີບ ໄປຈ່າຍບໍ່ຖືກຕາມເປົ້າໝາຍ.
6. ກວດສອບເຫັນການຈັດຕັ້ງປະຕິບັດໂຄງການນອກແຜນງົບປະມານແຫ່ງລັດ ຈຳນວນ 21,72 ຕື້ກີບ.
7. ກວດສອບເຫັນການຈັດຕັ້ງປະຕິບັດໂຄງການທີ່ສະພາແຫ່ງຊາດຮັບຮອງ ຈຳນວນ 23 ໂຄງການ, ມູນຄ່າຕາມສັນຍາ 1.066,82 ຕື້ກີບ ບໍ່ສອດຄ່ອງຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ, ບາງໂຄງການບໍ່ໄດ້ດຳເນີນຂັ້ນຕອນການປະເມີນ, ປະມູນກ່ອນສະເໜີເຂົ້າແຜນການລົງທຶນຂອງລັດ, ປະກອບເອກະສານບໍ່ຄົບຖ້ວນ, ປະຕິບັດວຽກຫຼຸດສັນຍາ ແລະ ບໍ່ຖືກມາດຕະຖານເຕັກນິກ, ບໍ່ໄດ້ວາງເງິນຄ້ຳປະກັນສັນຍາແລະ ຄ້ຳປະກັນໂຄງການ, ຄິດໄລ່ລາຄາຫົວໜ່ວຍການກໍ່ສ້າງສູງກວ່າລາຄາກາງທີ່ກະຊວງໂຍທາທິການແລະ ຂົນສົ່ງກຳນົດ, ດັດແກ້ບໍລິມາດໜ້າວຽກເອງໂດຍບໍ່ໄດ້ສະເໜີຜ່ານພາກສ່ວນມີສິດອຳນາດໃນແຕ່ລະຂັ້ນ, ການກວດກາ ແລະ ຢັ້ງຢືນໜ້າວຽກຫຼາຍກວ່າການປະຕິບັດຕົວຈິງ, ອວ່າຍມູນຄ່າໜ້າວຽກໜຶ່ງໄປໃສ່ໜ້າວຽກອື່ນໂດຍບໍ່ໄດ້ສະເໜີຜ່ານພະແນກແຜນ ແລະ ການລົງທຶນຕາມລະບຽບການກຳນົດ, ນຳໃຊ້ເງິນຄຸ້ມຄອງ ແລະ ບໍລິຫານບໍ່ຖືກເປົ້າໝາຍ, ນຳໃຊ້ເຂົ້າໃນວຽກງານບໍລິຫານທົ່ວໄປຂອງຕົນ, ຄິດໄລ່ເງິນຄຸ້ມຄອງໂຄງການເກີນລະບຽບການກຳນົດ, ຄິດໄລ່ຄ່າສຳຫຼວດອອກແບບຊ້ຳຊ້ອນກັນ, ບໍ່ດຳເນີນການປະເມີນຜົນຫຼັງໂຄງການສຳເລັດ 100%, ເກັບຄ່າຊັບພະຍາກອນບໍ່ດິນບໍ່ຄົບຖ້ວນ ແລະ ຂຽນບົດສະເໜີໂຄງການບໍ່ສອດຄ່ອງກັບຂໍ້ມູນຕົວຈິງ.
ລັດຖະບານສາມາດເກັບລາຍຮັບໄດ້ 28.905,03 ຕື້ກີບ ແຕ່ຍັງເຫັນວ່າລາຍຮັບບໍ່ມອບເຂົ້າງົບປະມານ 141 ຕື້ກວ່າກີບ - 5 - ລັດຖະບານສາມາດເກັບລາຍຮັບໄດ້ 28.905,03 ຕື້ກີບ ແຕ່ຍັງເຫັນວ່າລາຍຮັບບໍ່ມອບເຂົ້າງົບປະມານ 141 ຕື້ກວ່າກີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!