ລັດຖະບານຍີ່ປຸ່ນ ມອບຫ້ອງຮຽນໃໝ່ພາກວິຊາພາສາຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ ເພື່ອຍົກສູງລະດັບພາສາຍີ່ປຸ່ນຢູ່ລາວ

ລັດຖະບານຍີ່ປຸ່ນ ມອບຫ້ອງຮຽນໃໝ່ພາກວິຊາພາສາຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ ເພື່ອຍົກສູງລະດັບພາສາຍີ່ປຸ່ນຢູ່ລາວ - 795 e1671679467139 - ລັດຖະບານຍີ່ປຸ່ນ ມອບຫ້ອງຮຽນໃໝ່ພາກວິຊາພາສາຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ ເພື່ອຍົກສູງລະດັບພາສາຍີ່ປຸ່ນຢູ່ລາວ
ລັດຖະບານຍີ່ປຸ່ນ ມອບຫ້ອງຮຽນໃໝ່ພາກວິຊາພາສາຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ ເພື່ອຍົກສູງລະດັບພາສາຍີ່ປຸ່ນຢູ່ລາວ - kitchen vibe - ລັດຖະບານຍີ່ປຸ່ນ ມອບຫ້ອງຮຽນໃໝ່ພາກວິຊາພາສາຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ ເພື່ອຍົກສູງລະດັບພາສາຍີ່ປຸ່ນຢູ່ລາວ

ວັນທີ 21 ທັນວາ 2022 ນີ້, ລັດຖະບານຍີ່ປຸ່ນ ໂດຍຜ່ານໂຄງການຊ່ວຍເຫລືອລ້າທາງດ້ານວັດທະນະທໍາຂັ້ນຮາກຖານ (GCGP) ໄດ້ມອບຫ້ອງຮຽນໃໝ່ ສຳລັບພາກວິຊາພາສາຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ ນະຄອນຫລວງວຽງຈັນ ຢ່າງເປັນທາງການ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສຸກ ວົງວິຈິດ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ອຸດົມ ພອນຄໍາເພັງ, ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ ທາເກະອິ ຊຸງຊຸເກະ, ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ, ທ່ານ ໂຄບະຢະ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ ເຂົ້າຮ່ວມ.

ລັດຖະບານຍີ່ປຸ່ນ ມອບຫ້ອງຮຽນໃໝ່ພາກວິຊາພາສາຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ ເພື່ອຍົກສູງລະດັບພາສາຍີ່ປຸ່ນຢູ່ລາວ - 323 1024x683 - ລັດຖະບານຍີ່ປຸ່ນ ມອບຫ້ອງຮຽນໃໝ່ພາກວິຊາພາສາຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ ເພື່ອຍົກສູງລະດັບພາສາຍີ່ປຸ່ນຢູ່ລາວ

ລັດຖະບານຍີ່ປຸ່ນ ມອບຫ້ອງຮຽນໃໝ່ພາກວິຊາພາສາຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ ເພື່ອຍົກສູງລະດັບພາສາຍີ່ປຸ່ນຢູ່ລາວ - Visit Laos Visit SALANA BOUTIQUE HOTEL - ລັດຖະບານຍີ່ປຸ່ນ ມອບຫ້ອງຮຽນໃໝ່ພາກວິຊາພາສາຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ ເພື່ອຍົກສູງລະດັບພາສາຍີ່ປຸ່ນຢູ່ລາວ

ທ່ານ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ ກ່າວວ່າ: ພາກວິຊາພາສາຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ ແມ່ນໄດ້ມີບົດບາດທີ່ສໍາຄັນໃນຂະແໜງການສຶກສາ ນັບຕັ້ງແຕ່ໄດ້ສ້າງຕັ້ງຂຶ້ນໃນປີ 2003. ພາກວິຊາດັ່ງກ່າວໄດ້ສະໜອງການສຶກສາພາສາຍີ່ປຸ່ນທີ່ມີຄຸນະພາບສູງເພື່ອເຮັດໃຫ້ຄົນລາວຈໍານວນຫລາຍໄດ້ບັນລຸຜົນສໍາເລັດຢ່າງດີເດັ່ນໃນແຕ່ລະຂະແໜງວິຊາຂອງພວກເຂົາທີ່ກ່ຽວພັນກັນກັບລະດັບພາສາຍີ່ປຸ່ນ. ສຳລັບຫ້ອງຮຽນເພີ່ມຕື່ມທີ່ໄດ້ຈາກໂຄງການດັ່ງກ່າວນີ້ຈະຍົກສູງສະພາບແວດລ້ອມທາງດ້ານການສຶກສາໃຫ້ດີຂຶ້ນ, ສົ່ງເສີມໃຫ້ມີຜູ້ທີ່ຮຽນພາສາຍີ່ປຸ່ນຫລາຍຂຶ້ນກວ່າເກົ່າເພື່ອເພີ່ມພູນ ແລະ ພັດທະນາລະດັບພາສາຂັ້ນສູງໃນການສຶກສາລະດັບສູງຢູ່ ສປປ ລາວ.

ໂອກາດນີ້, ທ່ານ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ຕາງໜ້າໃຫ້ຄະນະນຳຂອງມະຫາວິທະຍາໄລແຫ່ງຊາດສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເຫັນເຖິງຄວາມສຳຄັນຂອງການສຶກສາຮ່ຳຮຽນ ໂດຍສະເພາະພາກວິຊາພາສາຍີ່ປຸ່ນ, ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ເພື່ອເຮັດໃຫ້ນັກສຶກສາມີຫ້ອງຮຽນທີ່ດີ, ພ້ອມທັງຢືນຢັນວ່າ ຈະປົກປັກຮັກສາຫ້ອງຮຽນທີ່ໄດ້ຮັບໃນ ຄັ້ງນີ້ໄດ້ເປັນຢ່າງດີ ແລະ ຈະນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດຕໍ່ການສຶກສາຮ່ຳຮຽນ.

ລັດຖະບານຍີ່ປຸ່ນ ມອບຫ້ອງຮຽນໃໝ່ພາກວິຊາພາສາຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ ເພື່ອຍົກສູງລະດັບພາສາຍີ່ປຸ່ນຢູ່ລາວ - 396 1024x683 - ລັດຖະບານຍີ່ປຸ່ນ ມອບຫ້ອງຮຽນໃໝ່ພາກວິຊາພາສາຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ ເພື່ອຍົກສູງລະດັບພາສາຍີ່ປຸ່ນຢູ່ລາວ

ໂອກາດດຽວກັນ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນໄດ້ກ່າວຊົມເຊີຍຕໍ່ກັບຄວາມພະຍາຍາມຂອງບັນດາຄູ-ອາຈານພາສາຍີ່ປຸ່ນທີ່ໄດ້ສືບຕໍ່ຈັດຕັ້ງປະຕິບັດການສອນພາສາຍີ່ປຸ່ນໃນທ່າມກາງຄວາມທ້າທາຍ ແລະ ສະພາບການທີ່ມີຄວາມຫຍຸ້ງຍາກທີ່ເກີດຈາກການລະບາດຂອງພະຍາດໂຄວິດ-19 ແລະ ຫວັງວ່າຜົນປະໂຫຍດຈາກໂຄງການດັ່ງກ່າວນີ້ຈະປະກອບສ່ວນເຂົ້າໃນການຝຶກອົບຮົມຄົນລາວເຊິ່ງເປັນຜູ້ທີ່ມີບົດບາດສໍາຄັນໃນການເປັນຂົວຕໍ່ໃຫ້ກັບຍີ່ປຸ່ນ ແລະ ສປປ ລາວ ໃນອະນາຄົດ ແລະ ລົງເລິກໃນສາຍພົວພັນມິດຕະພາບລະຫວ່າງສອງປະເທດຈົນເຖິງປີ 2025 ເຊິ່ງເປັນປີຄົບຮອບ 70 ປີຂອງສາຍພົວພັນທາງການທູດ.

 

ລັດຖະບານຍີ່ປຸ່ນ ມອບຫ້ອງຮຽນໃໝ່ພາກວິຊາພາສາຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ ເພື່ອຍົກສູງລະດັບພາສາຍີ່ປຸ່ນຢູ່ລາວ - 5 - ລັດຖະບານຍີ່ປຸ່ນ ມອບຫ້ອງຮຽນໃໝ່ພາກວິຊາພາສາຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ ເພື່ອຍົກສູງລະດັບພາສາຍີ່ປຸ່ນຢູ່ລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!