ສິດທິເດດ ສັກບ່ຽງ ໄດ້ເງິນອັດສີດເກືອບ 200 ລ້ານກີບ ຫຼັງຄວ້າຫຼຽນຄຳປະຫວັດສາດ
August 30, 2017 - 2:59 PM




ຫຼັງກັບເຖິງແຜ່ນດິນບ້ານເກີດ ສິດທິເດດ ສັກບ່ຽງ ແລະ ສຸລິຍາ ມິນາລາວົງ ຍັງຈະໄດ້ ຮັບເງິນອັດສີດເພີ່ມຕື່ມອີກ ຕາມຄຳໝັ້ນສັນຍາທີ່ປະກາດ ໄວ້ໃນເບື້ອງຕົ້ນ ໂດຍສະເພາະ ທ່ານ ປະສິດໄຊ ຫຼວງໂຄດ ປະ ທານ ສະຫະພັນບິນລຽດ-ສະ ນຸກເກີແຫ່ງຊາດ ຈະສະໜັບ ສະໜູນ ຫຼຽນຄຳ 50 ລ້ານ ກີບ, ຫຼຽນເງິນ 30 ລ້ານກີບ ແລະ ຫຼຽນທອງ 15 ລ້ານກີບ, ບໍລິສັດ ແສງເພັດ ເກັບກູ້ລະ ເບີດ ຈຳກັດຜູ້ດຽວ ອັດສີດ ຫຼຽນຄຳ 50 ລ້ານກີບ, ທ່ານ ອຸດົມສັກ ອຸດົມທອງກະເສນ ປະທານບໍລິສັດ ສົມບູນການ ຄ້າ ທັງເປັນປະທານສະຫະພັນ ວູຊູແຫ່ງຊາດລາວ ໃຫ້ຫຼຽນ ຄຳ 9.6 ລ້ານກີບ, ຫຼຽນເງິນ 4.8 ລ້ານກີບ ແລະ ຫຼຽນທອງ 2.4 ລ້ານກີບ.
ນອກນັ້ນລັດຖະບານຍັງປະກາດອັດສີດນັກກິລາລາວ ໃຫ້ຕື່ມອີກ ສຳລັບຫຼຽນຄຳ 25 ລ້ານກີບ ພ້ອມຫຼຽໄຊແຮງ ງານ ຊັ້ນ 2, ຫຼຽນເງິນ 15 ລ້ານກີບ ພ້ອມຫຼຽນໄຊແຮງ ງານຊັ້ນ 3, ແລະ ຫຼຽນທອງ 10 ລ້ານກີບ ພ້ອມຫຼຽນກາ ແຮງງານ. ພ້ອມກັນນັ້ນ ບໍລິ ສັດ ເບຍລາວ ຈຳກັດ ຍັງຈະ ໃຫ້ເງິນອັດສີດ ຫຼຽນຄຳ 8 ລ້ານກີບ, ຫຼຽນເງິນ 3 ລ້ານ ກີບ ແລະ ຫຼຽນທອງ 1 ລ້ານ ກີບ, ສູນຈຳໜ່າຍເຄື່ອງກິລາ ຄົບວົງຈອນຍີ່ຫ້ໍດັງ adidas ເຂດສີຫອມ ຫຼຽນຄຳ 2.5 ລ້ານກີບ, ຫຼຽນເງິນ 2 ລ້ານ ກີບ ແລະ ຫຼຽນທອງ 1.5 ລ້ານກີບ ພ້ອມອຸປະກອນກິລາ ຈຳນວນໜຶ່ງລວມມູນຄ່າຈະ ໄດ້ຮັບເບື້ອງຕົ້ນລວມມູນຄ່າ ເກືອບ 200 ລ້ານກີບ.