ຈັບໂຕໄດ້ແລ້ວ ຍິງສາວຊາວລາວທີ່ພົວພັນ ຢາເສບຕິດໃນລົດຂົນສົ່ງນ້ຳມັນທີ່ເຈົ້າໜ້າທີ່ໄທ ຈັບໄດ້ຢູ່ໜອງຄາຍ ວັນທີ 23 ພະຈິກ 2022

ຈັບໂຕໄດ້ແລ້ວ ຍິງສາວຊາວລາວທີ່ພົວພັນ ຢາເສບຕິດໃນລົດຂົນສົ່ງນ້ຳມັນທີ່ເຈົ້າໜ້າທີ່ໄທ ຈັບໄດ້ຢູ່ໜອງຄາຍ ວັນທີ 23 ພະຈິກ 2022 -                 scaled - ຈັບໂຕໄດ້ແລ້ວ ຍິງສາວຊາວລາວທີ່ພົວພັນ ຢາເສບຕິດໃນລົດຂົນສົ່ງນ້ຳມັນທີ່ເຈົ້າໜ້າທີ່ໄທ ຈັບໄດ້ຢູ່ໜອງຄາຍ ວັນທີ 23 ພະຈິກ 2022
ຈັບໂຕໄດ້ແລ້ວ ຍິງສາວຊາວລາວທີ່ພົວພັນ ຢາເສບຕິດໃນລົດຂົນສົ່ງນ້ຳມັນທີ່ເຈົ້າໜ້າທີ່ໄທ ຈັບໄດ້ຢູ່ໜອງຄາຍ ວັນທີ 23 ພະຈິກ 2022 - kitchen vibe - ຈັບໂຕໄດ້ແລ້ວ ຍິງສາວຊາວລາວທີ່ພົວພັນ ຢາເສບຕິດໃນລົດຂົນສົ່ງນ້ຳມັນທີ່ເຈົ້າໜ້າທີ່ໄທ ຈັບໄດ້ຢູ່ໜອງຄາຍ ວັນທີ 23 ພະຈິກ 2022
ທ່ານ ພັອ ສາລີ ພຸດທະວົງ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ຖະແຫຼງ ວັນທີ 19 ທັນວາ 2022  ນີ້ວ່າ: ກ່ຽວກັບເຫດການເຈົ້າໜ້າທີ່ໄທ ສາມາດຈັບການຂົນສົ່ງຢາເສບຕິດ ປະເພດຢາບ້າຈຳນວນ: 3.860.000 ເມັດ, ໄອສ໌ ຈຳນວນ 10 ກິໂລກຣາມ ແລະ ຢາອີ 5.000 ເມັດ  ໃນລົດສະແຕັກຂົນສົ່ງນ້ຳມັນທີ່ດ່ານຂົວມິດຕະພາບລາວ-ໄທ ແຂວງໜອງຄາຍປະເທດໄທໃນຄັ້ງວັນ 23 ພະຈິກ 2022 ຜ່ານມາ ແລະ ວັນທີ 24 ພະຈິກ 2022 ເຈົ້າໜ້າທີ່ຕຳຫຼວດໄດ້ຮັບຂໍ້ມູນ ແລະ ປະສານງານກັບເຈົ້າໜ້າທີ່ໄທມີເປົ້າໝາຍທີ່ເປັນຄົນລາວມີສ່ວນພົວພັນກັບການຂົນສົ່ງຢາເສບຕິດໃນຄັ້ງນີ້; ຕໍ່ກັບເຫດການດັ່ງກ່າວ ກະຊວງ ປກສ ແລະ ກໍຄືກົມໃຫຍ່ຕຳຫຼວດກໍໄດ້ແຕ່ງຕັ້ງໃຫ້ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດລົງພິສູດໄລ່ຊອກ-ໄລ່ຈັບເປົ້າໝາຍໂດຍມີການປະສານສົມທົບກັບກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ປກສ ແຂວງທີ່ກ່ຽວຂ້ອງ, ຮອດວັນທີ 30 ພະຈິກ 2022 ຈຶ່ງສາມາດຈັບຕົວບຸກຄົນທີ່ມີສ່ວນພົວພັນກັບການຂົນສົ່ງຢາເສບຕິດດັ່ງກ່າວຈຳນວນ 2 ຄົນ ຄື: ນາງໜູແດງ ຫຼື ວັນ, ອາຍຸ 29 ປີ, ເຮັດນາຢູ່ບ້ານຄູນມະນີ ເມືອງຄູນຄຳ ແຂວງຄຳມ່ວນ ແລະ ນາງດອນ, ອາຍຸ 45 ປີ, ຄ້າຂາຍ, ຢູ່ບ້ານຄູນຄຳ ເມືອງຄູນຄຳ ແຂວງຄຳມ່ວນ ມາດຳເນີນຄະດີຕາມກົດໝາຍຂອງ ສປປ ລາວ.
ຜ່ານການສືບສວນ-ສອບສວນທັງສອງຄົນກໍໄດ້ຮັບສາລະພາບວ່າ: ໄດ້ມີການພົວພັນກັບການຂົນສົ່ງຢາເສບຕິດໃນຄັ້ງນີ້ກັບ ທ້າວ ປຣະສິດ ປັນພູມີ ( ຄົນໄທ ) ທີ່ຂັບລົດສະແຕັກຂົນສົ່ງນຳ້ມັນ ຊຸກເຊື່ອງຢາເສບຕິດທີ່ຖືກເຈົ້າໜ້າທີ່ໄທຈັບຕົວໃນວັນທີ 23 ພະຈິກ 2022 ນັ້ນແທ້ ແລະ ພວກກ່ຽວທັງສອງຍັງໃຫ້ການອີກວ່າ: ເລີ່ມແຕ່ປີ 2019 ເປັນຕົ້ນມາແມ່ນເຄີຍຕິດຕໍ່ພົວພັນກັບການຂົນສົ່ງຢາເສບຕິດ ປະເພດຢາບ້າ ແລະ ຄັນຊາ ກັບ ທ້າວ ປຣະສິດ ປັນພູມີ ມາແລ້ວ 7 ຄັ້ງ ລວມທັງຄັ້ງນີ້.
ໃນແຕ່ລະຄັ້ງແມ່ນ ນາງດອນ ເປັນຜູ້ຕິດຕໍ່ຫາ ນາງໜູແດງ ແລ້ວ ນາງໜູແດງ ກໍຕິດຕໍ່ຫາທ້າວ ປຣະສິດ ປັນພູມີ ໃນເວລາຜູ້ກ່ຽວມາສົ່ງນ້ຳມັນຢູ່ ສປປ ລາວ ແລ້ວຈະກັບປະເທດໄທ ແລ້ວກໍໄດ້ນັດໝາຍຈຸດສົ່ງຢາເສບຕິດ, ຈາກນັ້ນ ນາງດອນ ກໍຈະບອກໃຫ້ຄົນເອົາຢາເສບຕິດມາສົ່ງໃຫ້ບ່ອນຈຸດນັດໝາຍ, ຈາກນັ້ນ ນາງດອນ ກໍຈ່າຍເງິນຄ່າຂົນສົ່ງໃຫ້ ທ້າວປຣະສິດ ປັນພູມີ (ຄັ້ງລະ 40.000 ບາດ ຫາ 100.000 ບາດ ) ແລ້ວ ທ້າວປຣະສິດ ປັນພູມີ ກໍຈະຈ່າຍໃຫ້ນາງໜູແດງຕາມການຕົກລົງກັນໄວ້.
ຄະດີດັ່ງກ່າວ ເຈົ້າໜ້າທີ່ພວກເຮົາກໍາລັງສືບຕໍ່ດໍາເນີນການສືບສວນ-ສອບສວນເກັບກຳຂໍ້ມູນ, ຫຼັກຖານໃຫ້ຄົບຖ້ວນ ແລະ ຂະຫຍາຍຜົນເຖິງຜູ້ທີ່ມີສ່ວນພົວພັນກັບການຄ້າຂາຍ, ຂົນສົ່ງຢາເສບຕິດ ເພື່ອນຳຕົວມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ຂ່າວ: ໜັງສືພິມປ້ອງກັນຄວາມສະຫງົບ
ຈັບໂຕໄດ້ແລ້ວ ຍິງສາວຊາວລາວທີ່ພົວພັນ ຢາເສບຕິດໃນລົດຂົນສົ່ງນ້ຳມັນທີ່ເຈົ້າໜ້າທີ່ໄທ ຈັບໄດ້ຢູ່ໜອງຄາຍ ວັນທີ 23 ພະຈິກ 2022 - 4 - ຈັບໂຕໄດ້ແລ້ວ ຍິງສາວຊາວລາວທີ່ພົວພັນ ຢາເສບຕິດໃນລົດຂົນສົ່ງນ້ຳມັນທີ່ເຈົ້າໜ້າທີ່ໄທ ຈັບໄດ້ຢູ່ໜອງຄາຍ ວັນທີ 23 ພະຈິກ 2022
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!