ມັດເທອຸສ ຊີ້ ໂຣນັລໂດ ນັກເຕະທີ່ລົ້ມລະລາຍທີ່ສຸດໃນບານໂລກ 2022




ໂລທານ ມັດເທອຸສ ລະບຸວ່າ ຄຣິສຕຽນໂນ ໂຣນັລໂດ ຄືນັກເຕະທີ່ໄດ້ຕຳແໜ່ງນັກເຕະທີ່ລົ້ມລະລາຍທີ່ສຸດປະຈຳບານໂລກ 2022 ໃນສາຍຕາຂອງຕົນ ເຊິ່ງຖືວ່າກົງກັນຂ້າມກັບ ລີໂອເນລ ເມສຊີ ຢ່າງເຫັນໄດ້ຈະແຈ້ງ.
ໂປຣຕຸເກສ ຫມາຍຫມັ້ນປັ້ນມືວ່າຈະສ້າງຜົນງານໃຫ້ດີໃນລາຍນີ້ທີ່ກາຕ້າ ໂດຍມັນອາດຈະເປັນການຫລິ້ນບານໂລກ ຄັ້ງສຸດທ້າຍຂອງ ໂຣນັລໂດ ນຳອີກ ແຕ່ສຸດທ້າຍລາວກໍໄປເຖິງພຽງຮອບກ່ອນຮອງຊະນະເລີດ ຊ້ຳຮ້າຍ ໂຣນັລໂດ ຍັງສ້າງຜົນງານໄດ້ໜ້າຜິດຫວັງນຳອີກ ຈາກການຍິງໄດ້ພຽງ 1 ປະຕູເທົ່ານັ້ນ ໂດຍມັນມີການຕົ້ງປະເດັນກັນວ່າ ລາວສົມຄວນໄດ້ເປັນຕົວຈິງໃຫ້ກັບ ໂປຣຕຸເກສ ຫລືບໍ່.
ມັດເທອຸສ ກ່າວຜານບົດຂຽນຂອງຕົນເອງໃນ Bild ສື່ຊື່ດັງຂອງເຢຍລະມັນວ່າ : “ ໂຣນັລໂດ ເຮັດໃຫ້ເກີດຄວາມເສຍຫາຍກັບທັງທີມງານ ແລະ ຕົວລາວເອງ ດ້ວຍຄວາມຄິດສ່ວນຕົວຂອງລາວ ແນ່ນອນວ່າລາວຖືເປັນນັກເຕະທີ່ຍິ່ງໃຫຍ່ ແລະ ເປັນຄົນທີ່ຍິງປະຕູໄດ້ສຽບຄົມຫລາຍ ແຕ່ຕອນນີ້ມັນກາຍເປັນວ່າ ລາວທຳລາຍສິ່ງທີ່ຕົນເອງສ້າງຂຶ້ນມາກັບມື ສ່ວນຕົວແລ້ວຂ້ອຍບໍ່ແປກໃຈ ທີ່ລາວຍັງຫາຕຳແໜ່ງໃນທີມບໍ່ໄດ້ ”.
“ ໃນມຸມຫນຶ່ງນັ້ນຂ້ອຍເຫັນໃຈ ໂຣນັລໂດ ແຕ່ບໍ່ຕ້ອງສົງໄສເລີຍວ່າ ລາວຄືຄົນທີ່ລົ້ມລະລາຍຂອງບານໂລກຄັ້ງນີ້ ເຊ່ິງຖືວ່າກົງກັນຂ້າມກັບ ເມສຊີ ຢ່າງສິ້ນເຊີງ ລາວເປັນຜູ້ຊະນະຢ່າງແທ້ຈິງ ລາວສົມຄວນໄດ້ເປັນແຊ໊ມແລ້ວ ເພາະລາວເຮັດໃຫ້ຂ້ອຍ ແລະ ແຟນບານຫລາຍຄົນຮູ້ສຶກເພີດເພີນໄປ ກັບຄຸນນະພາບຂອງລາວ ແລະ ແນວທາງການຫລິ້ນທີ່ລາວເຮັດໄດ້ຕະຫລອດໄລຍະ 17-18 ປີທີ່ຜ່ານມາ ສຳລັບຂ້ອຍແລ້ວ ເມສຊີ ເປັນນັກເຕະແຫ່ງ ສະຕະວັດ ”.