ເຖິງແມ່ນວ່າສະພາບອາກາດຈະໜາວ ແຕ່ພວກເຮົາກໍຍັງມີສິ່ງທີ່ຮ້ອນ ຕ້ອງຜ່ານຜ່າໄປໃຫ້ໄດ້

ໄລຍະກ້າວເຂົ້າສູ່ທ້າຍເດືອນທັນວາ ກໍຄືທ້າຍປີປີ ຂອງທຸກໆປີ ເປັນໄລຍະລະດູໜາວທີ່ທົ່ວປະເທດຕ້ອງປະເຊີນ ເຊິ່ງເປັນການປ່ຽນແປງຕາມສະພາບອາກາດຕາມລະດູການ ເຊິ່ງໄລຍະ 1 ອາທິດຜ່ານມານີ້ ອຸນຫະພູມຕໍ່າສຸດຢູ່ລາວເຮົາແມ່ນ 3 ອົງສາ ບັນຫານີ້ກໍຂໍໃຫ້ທຸກທ່ານຮັກສາສຸຂະພາບໃຫ້ດີ ເພື່ອຕໍ່ສູ້ກັບໄພໜາວນີ້ຜ່ານພົ້ນໄປ.
ບັນຫາໄພໜາວທີ່ຫລາຍຄົນປະສົບພົບພໍ້ ແຕ່ກໍຕ້ອງປະສົບໄພຮ້ອນ(ເງິນ) ເຊິ່ງເປັນບັນຫາທີ່ສັງຄົມພວມປະສົບຢ່າງໜັກໜ່ວງ ອັນເນື່ອງຈາກຄ່າຄອງຊີບແພງ, ເງິນເຟີ້ (ເງິນກີບອ່ອນຄ່າ) ເມື່ອທຽບກັບສະກຸນເງິນອື່ນໆ ເຮັດໃຫ້ຜູ້ມີລາຍຮັບສໍ່າເກົ່າ ຕ້ອງແບກຫາບພາລະເພີ່ມຂຶ້ນ, ໃຊ້ຈ່າຍຢ່າງປະຢັດແຕ່ກໍບໍ່ພໍ ຕ້ອງໄດ້ອອກແຮງເພີ່ມຂຶ້ນຕື່ມຫລາຍເທົ່າ ຫລາຍຄົນຈົນຮ້ອງໂອຍ! ເພາະທຳມະດາແລ້ວ ຍາມໜາວ ພວກເຮົາຈະໄດ້ກິນເຂົ້າໃໝ່ທີ່ຫາກໍເກັບກ່ຽວ ແລະ ປາມັນຈາກຫ້ວຍໜອງຄອງບຶງທີ່ຂ້ອນກັນຢູ່ຢ່າງແຊບນົວ ແລະ ອີ່ມໜຳສຳລານ ແຕ່ເບິ່ງແລ້ວສະພາບເສດຖະກິດຄືແນວນີ້ມັນບໍ່ເປັນດັ່ງດັ່ງວ່າ ບາງຄົນຈົນເວົ້າວ່າກິນເຂົ້າກັບນໍ້າປາ (ນໍ້າຕາ).
ຢ່າງໃດກໍດີ, ໜຶ່ງໃນພາລະກິດທີ່ພວກເຮົາຕ້ອງເອົາໃຈໃສ່ເພື່ອເລັ່ງລັດປະຕິບັດໃຫ້ໄດ້ຕາມຄວາມຫວັງ ແລະ ເປົ້າໝາຍນັ້ນຄື: 2 ວາລະແຫ່ງຊາດໃຫ້ສຳເລັດຢ່າງເປັນຮູບປະທຳ ເປັນຕົ້ນວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ, ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເພາະສອງວາລະນີ້ເປັນໄລຍະທີ່ສຳຄັນເພື່ອກອບກູ້ບັ້ນວິກິດຕ່າງໆໃຫ້ຫວນກັບມາມີຄວາມສະຫງົບອຸ່ນອ່ຽນ. ອັນສຳຄັນທີ່ສຸດເງິນກີບໃຫ້ມີຄຸນຄ່າໝັ້ນຄົງ, ສິນຄ້າໃນທ້ອງຕະຫລາດກໍໃຫ້ນັບມື້ຖືກລົງ, ຢາເສບຕິດກໍຂໍໃຫ້ໝົດໄປຈາກສັງຄົມລາວ, ລາຄານ້ຳມັນກໍຂໍໃຫ້ຖືກລົງ ເພາະທຸກຢ່າງນ້ຳມັນກາຍເປັນຕົ້ນເຫດໜຶ່ງທີ່ເຮັດໃຫ້ທຸກຢ່າງຂຶ້ນແລ້ວບໍ່ຍອມລົງ.
ອີກຢ່າງໄລຍະນີ້ ເປັນໄລຍະກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ພາກສ່ວນກ່ຽວຂ້ອງກໍໄດ້ມີການລາຍງານສະພາບເສດຖະກິດ, ລາຍຮັບລາຍຈ່າຍ ແລະ ບັນຫາຄ້າງຄາຕ່າງໆ ທີ່ຈະແກ້ໄຂໃຫ້ໄດ້ ໂດຍສະເພາະຄ່າເງິນກີບ, ຄ່າຄອງຊີບ ແລະ ອື່ນໆ ເຊິ່ງຫວັງວ່າພາຍຫລັງສຳເລັດກອງປະຊຸມຄັ້ງນີ້ ປະເທດຊາດເຮົາກໍຈະກ້າວເຂົ້າສູ່ປີໃໝ່, ເປັນສັກກະຫລາດໃໝ່ ຈະໄດພົບແຕ່ສິ່ງໃໝ່ໆ ແລະ ດີກວ່າເກົ່າ.
ໃນສະພາບເສດຖະກິດມີບັນຫາ, ຄ່າຄອງຊີບແພງ, ຄ່າແຮງຕໍ່າຄືແນວນີ້ ມັນໄດ້ຮຽກຮ້ອງເຖິງຈິດໃຈຮັກຊາດ, ຮັກລະບອບ ແລະ ມີການປະກອບສ່ວນຢ່າງຕັ້ງໜ້າຕໍ່ການສ້າງສາພັດທະນາປະເທດຊາດ, ເປັນເຈົ້າການໃນການສ້າງສະຕິຊາດ ຕ້ານທຸກປາກົດການຫຍໍ້ທໍ້ ແລະ ບັນຫາຕ່າງໆຂອງສັງຄົມໃຫ້ໝົດໄປ.