ປກສ ເມືອງໄຊທານີ ສາມາດກັກຕົວຜູ້ກໍ່ເຫດປຸ້ນຊັບຍິງສາວສອງຄົນ ມາດຳເນີນຄະດີ

ປກສ ເມືອງໄຊທານີ ສາມາດກັກຕົວຜູ້ກໍ່ເຫດປຸ້ນຊັບຍິງສາວສອງຄົນ ມາດຳເນີນຄະດີ - 632 - ປກສ ເມືອງໄຊທານີ ສາມາດກັກຕົວຜູ້ກໍ່ເຫດປຸ້ນຊັບຍິງສາວສອງຄົນ ມາດຳເນີນຄະດີ
ປກສ ເມືອງໄຊທານີ ສາມາດກັກຕົວຜູ້ກໍ່ເຫດປຸ້ນຊັບຍິງສາວສອງຄົນ ມາດຳເນີນຄະດີ - kitchen vibe - ປກສ ເມືອງໄຊທານີ ສາມາດກັກຕົວຜູ້ກໍ່ເຫດປຸ້ນຊັບຍິງສາວສອງຄົນ ມາດຳເນີນຄະດີ

ອີງຕາມປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ລາຍງານວ່າ: ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫລວງວຽງຈັນ ສາມາດກັກຕົວຜູ້ກໍ່ເຫດປຸ້ນຊັບຢູ່ເຂດບ້ານໄຊສະຫວ່າງ ເມືອງໄຊທານີ ຄື: ທ້າວ ພັກສະນະ ຫລື ນະ ອາຍຸ 22 ປີ ປະຊາຊົນ ຢູ່ບ້ານ ໂພນໄຮ່ຄໍາ ເມືອງໄຊທານີ ດໍາເນີນຄະດີ.

ທ່ານ ພັທ ສຸລີວັນ ແກ້ວມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກຜູ້ເສຍຫາຍໃນວັນທີ 3 ກັນຍາ 2022 ເຈົ້າໜ້າທີ່ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕິດຕາມ ແລະ ກໍານົດເປົ້າໝາຍກໍ່ເຫດປຸ້ນຊັບຄັ້ງນີ້, ຮອດວັນທີ 21 ຕຸລາ 2022, ຈຶ່ງໄດ້ເຂົ້າກັກຕົວ ທ້າວ ພັກສະນະ ຫລື ນະ ມາດໍາເນີນຄະດີສ່ວນຜູ້ຮ່ວມຂະບວນການ ອີກ 1 ຄົນ ແມ່ນໄດ້ເອົາຕົວຫລົບໜີ.

ປກສ ເມືອງໄຊທານີ ສາມາດກັກຕົວຜູ້ກໍ່ເຫດປຸ້ນຊັບຍິງສາວສອງຄົນ ມາດຳເນີນຄະດີ - Visit Laos Visit SALANA BOUTIQUE HOTEL - ປກສ ເມືອງໄຊທານີ ສາມາດກັກຕົວຜູ້ກໍ່ເຫດປຸ້ນຊັບຍິງສາວສອງຄົນ ມາດຳເນີນຄະດີ

ປກສ ເມືອງໄຊທານີ ສາມາດກັກຕົວຜູ້ກໍ່ເຫດປຸ້ນຊັບຍິງສາວສອງຄົນ ມາດຳເນີນຄະດີ - 032 - ປກສ ເມືອງໄຊທານີ ສາມາດກັກຕົວຜູ້ກໍ່ເຫດປຸ້ນຊັບຍິງສາວສອງຄົນ ມາດຳເນີນຄະດີ

ຜ່ານການສອບສວນເບື້ອງຕົ້ນ ທ້າວ ພັກສະນະ (ນະ) ໄດ້ຮັບສາລະພາບວ່າ: ໃນວັນທີ 3 ກັນຍາ 2022 ຕົນ ແລະ ໝູ່ໄດ້ໄປຫລິ້ນຮ້ານອາຫານແຫ່ງໜຶ່ງ ຢູ່ເຂດເມືອງໄຊທານີ ສັງເກດເຫັນແມ່ຍິງ 2 ຄົນ ໄປຫລິ້ນຢູ່ຮ້ານດຽວກັນ ກໍາລັງຈະກັບບ່ອນພັກເຊົາຕົນ ແລະ ໝູ່ກໍໄດ້ຕິດຕາມຈົນມາຮອດບ່ອນພັກເຊົາ ຈຶ່ງໄດ້ປຸ້ນເອົາຊັບສິນເຊິ່ງລວມມີລົດຈັກເວບຮ້ອຍ 1 ຄັນ ພ້ອມເງິນກີບ 4.900.000 ກີບ, ຈາກນັ້ນເອົາລົດຈັກໄປຂາຍໄດ້ເງິນມາກໍແບ່ງເຄິ່ງກັບໝູ່ ແລະ ຕົນເອງໄດ້ເອົາຕົວຫລົບໜີໄປຢູ່ຕ່າງແຂວງ ພາຍຫລັງກັບມານະຄອນຫລວງວຽງຈັນ ກໍຖືກເຈົ້າໜ້າທີ່ກັກຕົວ.

ຕໍ່ກັບຄະດີດັ່ງກ່າວ ປັດຈຸບັນເຈົ້າໜ້າທີ່ພວມເລັ່ງດໍາເນີນຕາມຂັ້ນຕອນຂອງກົດໝາຍ.

ປກສ ເມືອງໄຊທານີ ສາມາດກັກຕົວຜູ້ກໍ່ເຫດປຸ້ນຊັບຍິງສາວສອງຄົນ ມາດຳເນີນຄະດີ - 3 - ປກສ ເມືອງໄຊທານີ ສາມາດກັກຕົວຜູ້ກໍ່ເຫດປຸ້ນຊັບຍິງສາວສອງຄົນ ມາດຳເນີນຄະດີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!