ສັງຄົມລໍຖ້າການຊີ້ແຈງຈາກເຈົ້າໜ້າທີ່ວ່າ ເລື່ອງນີ້ມີຄວາມຈິງ ແລະ ທີ່ໄປທີ່ມາຄືແນວໃດ ບໍ່ແມ່ນການໄປໃຫ້ງຽບຫາຍໄປຕາມການເວລາ

ສັງຄົມລໍຖ້າການຊີ້ແຈງຈາກເຈົ້າໜ້າທີ່ວ່າ ເລື່ອງນີ້ມີຄວາມຈິງ ແລະ ທີ່ໄປທີ່ມາຄືແນວໃດ ບໍ່ແມ່ນການໄປໃຫ້ງຽບຫາຍໄປຕາມການເວລາ -           - ສັງຄົມລໍຖ້າການຊີ້ແຈງຈາກເຈົ້າໜ້າທີ່ວ່າ ເລື່ອງນີ້ມີຄວາມຈິງ ແລະ ທີ່ໄປທີ່ມາຄືແນວໃດ ບໍ່ແມ່ນການໄປໃຫ້ງຽບຫາຍໄປຕາມການເວລາ
ສັງຄົມລໍຖ້າການຊີ້ແຈງຈາກເຈົ້າໜ້າທີ່ວ່າ ເລື່ອງນີ້ມີຄວາມຈິງ ແລະ ທີ່ໄປທີ່ມາຄືແນວໃດ ບໍ່ແມ່ນການໄປໃຫ້ງຽບຫາຍໄປຕາມການເວລາ - kitchen vibe - ສັງຄົມລໍຖ້າການຊີ້ແຈງຈາກເຈົ້າໜ້າທີ່ວ່າ ເລື່ອງນີ້ມີຄວາມຈິງ ແລະ ທີ່ໄປທີ່ມາຄືແນວໃດ ບໍ່ແມ່ນການໄປໃຫ້ງຽບຫາຍໄປຕາມການເວລາ

ວັນທີ 15 ທັນວາ 2022 ນີ້ ມີພາບທີ່ຖືກແຊວ່ອນໂລກອອນລາຍ ກາຍເປັນປະເດັນເດືອດ ກ່ຽວກັບພໍ່ຕູ້ຂາຍເຂົ້າໜົມທີ່ໃຊ້ລົດຈັກພ່ວງລໍ້ ຫລື ຊາເລັ້ງ ເປັນພາຫະນະໂດຍອາໄສຂາຍໄປຕາມທາງ, ສະຖານທີ່ຊຸມຊົນ ແລະ ສຳນັກງານຫ້ອງການຕ່າງໆ ພໍລ້ຽງຊີບ ແຕ່ຖືກເຈົ້າໜ້າທີ່ຖືກລົດ ພ້ອມກ່າວຕັກເຕືອນ ແລະ ປັບໃໝ .

ແຕ່ພາບດັ່ງກ່າວ ກໍເປັນພຽງພາບທີ່ຖືກເຜີຍແຜ່ແບບຂາດວັກຕອນ ຄື ພາບທີ 1 ເປັນພາບພໍ່ຕູ້ນັ່ງຢູ່ລົດມີອຸປະກອນຂາຍເຂົ້າໜົມ, ພາບທີ 2 ເປັນພາບລົດທີ່ຖືກກະແຈມືໃສ່ຂັດລໍ້ລົດໄວ້ ແລະ ພາບເຈົ້າໜ້າທີ່ (ບໍ່ນຸ່ງເຄື່ອງແບບ) ນັບເງິນ ທີ່ວ່າເປັນເງິນປັບໃໝ ເຊິ່ງທັງ 3 ພາບເປັນພາບທີ່ພໍຕໍ່ເນື່ອງເປັນເລື່ອງດຽວກັນແມ່ນພາບ ທີ 1 ແລະ 2 ສ່ວນພາບທີ 3 ຍັງບໍ່ມີຄວາມແນ່ນອນ ຫລື ເຈົ້າໜ້າທີ່ຄົນນັ້ນເປັນຄະນະບ້ານ ຫລື  ປກສ ກອງຫລອນບ້ານແທ້ຫລືບໍ່ ເພາະເພິ່ນບໍ່ຄ່ອຍນຸ່ງເຄື່ອງແບບ ຫລື ເປັນພຽງພາບປະກອບເທົ່ານັ້ນ. ນອກນີ້, ເນື້ອໃນທີ່ຖືກເຜີຍແຜ່ກັນກໍບໍ່ໄດ້ບອກວ່າ ເກີດຂຶ້ນຢູ່ບ້ານ ເມືອງໃດ ຮູ້ແຕ່ວ່າ ພໍ່ຕູ້ຄົນດັ່ງກ່າວຂາຍຢູ່ແຖວໜ້າກະຊວງການຕ່າງປະເທດ.

ສັງຄົມລໍຖ້າການຊີ້ແຈງຈາກເຈົ້າໜ້າທີ່ວ່າ ເລື່ອງນີ້ມີຄວາມຈິງ ແລະ ທີ່ໄປທີ່ມາຄືແນວໃດ ບໍ່ແມ່ນການໄປໃຫ້ງຽບຫາຍໄປຕາມການເວລາ - Visit Laos Visit SALANA BOUTIQUE HOTEL - ສັງຄົມລໍຖ້າການຊີ້ແຈງຈາກເຈົ້າໜ້າທີ່ວ່າ ເລື່ອງນີ້ມີຄວາມຈິງ ແລະ ທີ່ໄປທີ່ມາຄືແນວໃດ ບໍ່ແມ່ນການໄປໃຫ້ງຽບຫາຍໄປຕາມການເວລາ

ພາຍຫລັງພາບຖືກເຜີຍແຜ່ ແລະ ແຊໄປ ກໍຖືກຊາວເນັດວິພາວິຈານໄປຕ່າງໆນານາ ເຖິງການປະຕິບັດແບບເຂັ້ມງວດ (ເກີນໄປຫລືບໍ່) ຂອງເຈົ້າໜ້າທີ່ກ່ຽວຂ້ອງ, ວິຈານເຖິງການກະທຳທີ່ບໍ່ມີມະນຸດສະທຳ ຫລື ການເອົາປຽບຄົນທຳມາຫາກິນ ທີ່ມີກຳໄລເລັກໆນ້ອຍໆພໍລ້ຽງຊີວິດ ແລະ ຄອບຄົວ. ພ້ອມຕັ້ງຄຳຖາມໄປວ່າເຂົ້າຂ່າຍ “ບ່ອນອ່ອນແລ້ວແທງ ບ່ອນແຂງແລ້ວເວັ້ນ” ຫລື ບໍ່ ແລະ ມີການປຽບທຽບວ່າ ລົດທີ່ຈອດຢູ່ເທິງທາງຍ່າງຕາມເສັ້ນທາງໃນຕົວເມືອງ, ການຂາຍເຄື່ອງຊະຊາຍ, ການສ້າງສິ່ງກີດຂວາງຕາມຖະໜົນຫົນທາງນັ້ນ ເປັນຫຍັງຈຶ່ງຖືກລະເວັ້ນ.

ຄຳວິພາວິຈານຂອງຊາວເນັດທັງຫລາຍນັ້ນ ສັງເກດໄດ້ວ່າ ເປັນການສະແດງອອກເຖິງອາລົມຄວາມຮູ້ສຶກທີ່ ຄ້ອຍຕາມພາບທີ່ເຫັນ ແລະ ເຫດການຕ່າງໆທີ່ເກີດຂຶ້ນໃນສັງຄົມລາວເຮົາຕະຫລອດໄລຍະຜ່ານມາ ທີ່ອົດບໍ່ໄດ້ຕໍ່ການມີອະຄະຕິຕໍ່ພຶດຕິກຳເຄັ່ງໆຍານໆຂອງເຈົ້າໜ້າທີ່ບາງຄົນ ບາງກຸ່ມ.

ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ກ່ຽວຂ້ອງທຸກພາກສ່ວນຕາມການມອບໝາຍຂອງຂັ້ນເທິງ ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເພື່ອແກ້ໄຂບັນຫາ ປາກົດການຫຍໍ້ທໍ້ຕ່າງໆໃຫ້ໝົດໄປ ເປັນຕົ້ນແມ່ນ ຂີ້ລັກງັດແງະ, ປຸ້ນຈີ້ຊີງຊັບ, ການຄ້າມະນຸດ, ແກ້ງຂີ່ລົດກວນເມືອງ, ບັນຫາຈະລາຈອນ, ໄຟເຍືອງທາງ, ໄຟອຳນາດ, ການກີດຂວາງຈະລາຈອນ, ການດື້ດ້ານບໍ່ປະຕິບັດລະບຽບການຕ່າງໆ ສິ່ງເຫລົ່ານີ້ ຫາກເຈົ້າໜ້າທີ່ກ່ຽວຂ້ອງເອົາໃຈໃສ່ຖືວ່າ ເປັນສິ່ງທີ່ດີຫລາຍ ແລະ ເປັນນະໂຍບາຍທີ່ພາກລັດເນັ້ນໜັກແກ້ໂດຍຕະຫລອດ. ແຕ່ມັນບໍ່ສະເໝີໄປ ຍ້ອນວ່າມີບາງຄົນສວຍໃຊ້ໜ້າທີ່, ຕຳແໜ່ງ ແລະ ໂອກາດຕ່າງໆເພື່ອຫາປະໂຫຍດເຂົ້າຕົວ ບໍ່ຢ້ານກົວຕໍ່ກົດໝາຍ, ລະເມີດລະບຽບວິໄນ ທຳລາຍຈະລິຍະທຳ, ຈັນຍາບັນ ຈັນຍາທຳ ຂອງຕົນເອງ ເຊິ່ງການກວດກາຢູ່ໃນອົງກອນຂັ້ນຕ່າງໆ ມັກມີລາຍງານຕົວເລກເຈົ້າໜ້າທີ່ຖືກໄລ່ອອກ ແລະ ຖືກປະຕິບັດວິໄນຢູ່ເປັນປະຈຳ.

ທາງດ້ານເຈົ້າໜ້າທີ່ ຫາກເຫັນຂ່າວໃນລັກສະນະນີ້ ສິ່ງທີ່ສັງຄົມຕ້ອງການກໍຄືການອອກມາຖະແຫລງ ຊີ້ແຈງ ເພື່ອໃຫ້ສັງຄົມໄດ້ເຂົ້າໃຈ, ຄາຍຄວາມສົງໄສ ເປັນການສະດຸ້ງໄວຕໍ່ເຫດການ, ຕອບໂຕ້ທຸກການກະທຳທີ່ບໍ່ມີມູນຄວາມຈິງ ຄືດັ່ງທີ່ ທ່ານ ທອງລຸນ ປະເທານປະເທດ ແລະ ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳທຸກໆວາລະໂອກາດໃນການປະຊຸມພັກແຕ່ລະຂັ້ນຢູ່ເປັນປະຈຳ ວ່າຕ້ອງຕອບໂຕ້ຂ່າວບໍ່ມີມູນຄວາມຈິງ, ຍອມຮັບຄວາມຈິງເພື່ອແກ້ໄຂ ແລະ ພັດທະນາໄປຂ້າງໜ້າ  ບໍ່ແມ່ນການປ່ອຍປະລະເລີຍໃຫ້ສັງຄົມວິພາກວິຈານໃນທາງເສຍຫາຍຕໍ່ອົງລວມ ຈົນກາຍເປັນພາບພົດທີ່ບໍ່ດີຕໍ່ອົງການຈັດຕັ້ງຂັ້ນຕ່າງໆ.

ຫວັງຢ່າງຍິ່ງວ່າ ເຈົ້າໜ້າທີ່ຈະບໍ່ປ່ອຍໃຫ້ຂ່າວທີ່ພວມຖືກວິພາວິຈານຢູ່ນີ້ປ່ອຍຫາຍໄປຕາມການເວລາ ແລ້ວສ້າງຄວາມສົງໄສ ແລະ ໃຫ້ພາບພົດທີ່ບໍ່ໜ້າເພິ່່ງແກ່ສັງຄົມ, ຫວັງວ່າຈະໄດ້ຮັບການຊີ້ແຈງຖະແຫລງໄຂຄາຍຄວາມສົງໄສບໍ່ຫລາຍກໍໜ້ອຍ ຍາມໃດປະຊາຊົນກໍເຊື່ອໝັ້ນຕໍ່ການກະທຳອັນເປັນທີ່ເພິ່ງຂອງປວງຊົນ ແລະ ຈັນຍາບັນຂອງເຈົ້າໜ້າທີ່ຢູ່ສະເໝີ.

ສັງຄົມລໍຖ້າການຊີ້ແຈງຈາກເຈົ້າໜ້າທີ່ວ່າ ເລື່ອງນີ້ມີຄວາມຈິງ ແລະ ທີ່ໄປທີ່ມາຄືແນວໃດ ບໍ່ແມ່ນການໄປໃຫ້ງຽບຫາຍໄປຕາມການເວລາ - 3 - ສັງຄົມລໍຖ້າການຊີ້ແຈງຈາກເຈົ້າໜ້າທີ່ວ່າ ເລື່ອງນີ້ມີຄວາມຈິງ ແລະ ທີ່ໄປທີ່ມາຄືແນວໃດ ບໍ່ແມ່ນການໄປໃຫ້ງຽບຫາຍໄປຕາມການເວລາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!