ເນມາ ອາດອຳລາທີມຊາດບຣາຊິລ ຫລັງຕົກຮອບບານໂລກ 2022

ເນມາ ອາດອຳລາທີມຊາດບຣາຊິລ ຫລັງຕົກຮອບບານໂລກ 2022 - Untitled 2 - ເນມາ ອາດອຳລາທີມຊາດບຣາຊິລ ຫລັງຕົກຮອບບານໂລກ 2022
ເນມາ ອາດອຳລາທີມຊາດບຣາຊິລ ຫລັງຕົກຮອບບານໂລກ 2022 - kitchen vibe - ເນມາ ອາດອຳລາທີມຊາດບຣາຊິລ ຫລັງຕົກຮອບບານໂລກ 2022

ເນມາ ອາດອຳລາທີມຊາດບຣາຊິລ ຫລັງຕົກຮອບບານໂລກ 2022 - Untitled 2 - ເນມາ ອາດອຳລາທີມຊາດບຣາຊິລ ຫລັງຕົກຮອບບານໂລກ 2022

ເນມາ ດາວຍິງຫມາຍເລກ 1 ຂອງ ບຣາຊິລ ອາດອຳລາທີມຊາດ ຫລັງພາດທ່າເສຍໃຫ້ ໂຄຣເອເຊຍ ຕົກຮອບບານໂລກ 2022.

ເນມາ ອາດອຳລາທີມຊາດບຣາຊິລ ຫລັງຕົກຮອບບານໂລກ 2022 - Visit Laos Visit SALANA BOUTIQUE HOTEL - ເນມາ ອາດອຳລາທີມຊາດບຣາຊິລ ຫລັງຕົກຮອບບານໂລກ 2022

ຄວັນຫລົງການແຂ່ງຂັນບານເຕະໂລກ 2022 ຮອບ 8 ທີມສຸດທ້າຍທີ່ປະເທດກາຕ້າ ເຊິ່ງບຣາຊິລເສຍການຍິງລູກໂທດໃຫ້ກັບ ໂຄຣເອເຊຍ ຕົກຮອບ 8 ທີມສຸດທ້າຍ ເປັນສະໄຫມທີ 2 ຕິດຕໍ່ກັນແລ້ວໃນເວລານີ້.

ຫລ້າສຸດ ເນມາ ດາວຍິງຫມາຍເລກຫນຶ່ງຂອງບຣາຊິລ ຈາກສະໂມສອນ ປາຣີສ ແຊັງແຊັກແມັງ ອອກມາຍອມຮັບວ່າ ລາວຍັງບໍ່ແນ່ໃຈໃນເລື່ອງອະນາຄົດ ຂອງຕົນເອງກັບທີມຊາດບຣາຊິລ ແລະ ຢາກຂໍເວລາທົບທວນເລື່ອງນີ້ອີກຈັກຫນ້ອຍ ວ່າອັນໃດຄືສິ່ງທີ່ດີທີ່ສຸດສຳລັບທຸກຝ່າຍ.

ເນມາ ກອງໜ້າຄົນດັງອາຍຸ 30 ປີ ເປີດເຜີຍວ່າ : “  ຂ້ອຍຕາມຕົງ ຂ້ອຍບໍ່ຮູ້ອະນາຄົດຄືກັນ ຂ້ອຍຄິດວ່າການເວົ້າຕອນນີ້ມັນບໍ່ດີ ເພາະບັນຍາກາດ ຕອນນີ້ມັນບໍ່ດີເທົ່າໃດ ບາງເທື່ອມັນອາດຈະເບິ່ງຮີບຮ້ອນໄປ ຖ້າບອກວ່ານີ້ຄືຈຸດຈົບ ແຕ່ຂ້ອຍກໍບໍ່ຮັບປະກັນອັນໃດຄືກັນ ມາເບິ່ງກັນວ່າຈະເກີດ ຫຍັງຂຶ້ນຕໍ່ໄປ ”.

“ ຂ້ອຍຢາກໃຫ້ເວລານີ້ຄິດກ່ຽວກັບມັນ ຄິດກ່ຽວກັບສິ່ງທີ່ຂ້ອຍຕ້ອງການສຳລັບຕົນເອງ ຂ້ອຍຈະບໍ່ປິດປະຕູການຫລິ້ນກັບບຣາຊິລ ແຕ່ຂ້ອຍຈະບໍ່ຮັບປະກັນ 100% ວ່າຂ້ອຍຈະກັບມາ ຂ້ອຍຕ້ອງຄິດຫລາຍກວ່ານີ້ຈັກຫນ້ອຍ ວ່າແມ່ນຫຍັງຄືສິ່ງທີ່ຖືກຕ້ອງສຳລັບຕົວຂ້ອຍ ແລະ ທີມຊາດ ”.

ເນມາ ອາດອຳລາທີມຊາດບຣາຊິລ ຫລັງຕົກຮອບບານໂລກ 2022 - 5 - ເນມາ ອາດອຳລາທີມຊາດບຣາຊິລ ຫລັງຕົກຮອບບານໂລກ 2022
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!