ຈຸ່ມລວກແນວໃດໃຫ້ປອດໄພຈາກອາຫານເປັນພິດ
March 29, 2017 - 10:51 AM
-
ການກິນອາຫານປະເພດຈຸ່ມລວກ ຖືໄດ້ວ່າເປັນທາງເລືອກການບໍລິໂພກໃນດ້ານຄຸນນະພາບທີ່ດີ ໝາຍຄວາມວ່າອາຫານຫລັງຈາກຜ່ານການແປຮູບໃຫ້ສຸກໂດຍຄວາມຮ້ອນແລ້ວກໍຄວນບໍລິໂພກທັນທີໄດ້ເລີຍ ຈະເຮັດໃຫ້ຫລີກເວັ້ນບັນຫາທີ່ກ່ຽວກັບການເກັບຮັກສາ ແລະ ການບູດເນົ່າໄປໄດ້ຫລາຍ. ໃນຂະນະດຽວກັນ, ຜູ້ບໍລິໂພກສາມາດປະເມີນຄວາມສົດໃໝ່ ຄວາມສະອາດຂອງວັດຖຸດິບອາຫານໄດ້ໂດຍກົງຢູ່ບ່ອນທີ່ບໍລິໂພກນັ້ນນຳ.
- ກໍລະນີຄວາມຜິດພາດທີ່ເກີດຂຶ້ນ ເຊັ່ນ : ທ່ານກິນອາຫານສຸກດີແລ້ວ ແຕ່ໃນຂະນະທີ່ທ່ານໃຊ້ໄມ້ທູ່ ຫລື ບ່ວງຕັກອາຫານດິບສະຫລັບກັບອາຫານສຸກ ແລ້ວໃຊ້ໄມ້ທູ່ ຫລື ບ່ວງທີ່ຜ່ານການຕັກອາຫານດິບນັ້ນມາຕັກອາຫານສຸກເຂົ້າປາກອີກເທື່ອໜຶ່ງ ເຮັດສະຫລັບກັນໄປມາຢ່າງບໍ່ຮູ້ໂຕ ອາດເຮັດໃຫ້ທ່ານມີອາການໄຂ້, ປວດຮາກ ແລະ ຖ່າຍຫລາຍໆເທື່ອ ຈົນກະທັ້ງໂຊມ ແລະ ອ່ອນເພຍກັບອາການອາຫານເປັນພິດໄດ້ຄືກັນ ເຊິ່ງການປົນເປື້ອນຂ້າມລະຫ່ວາງອາຫານດິບ (ທີ່ມີຈຸລິນຊີກໍ່ພະຍາດ) ແລະ ອາຫານສຸກ (ປອດຈຸລິນຊີກໍ່ພະຍາດ) ໃນກໍລະນີນີ້ເກີດຈາກການຄີບອາຫານດິບລົງໄປຈຸ່ມລວກ ແລ້ວກໍເອົາໄມ້ທູ່ຫລືບ່ວງນັ້ນມາຄີບ ຫລື ຕັກອາຫານສຸກເຂົ້າປາກໂດຍປົນເປື້ອນຈຸລິນຊີກໍ່ພະຍາດຄ້າງຢູ່ ເຖິງວ່າປາຍໄມ້ທູ່ອາດຈະໄດ້ຮັບອາຍນ້ຳຮ້ອນທີ່ລະເຫີຍຂຶ້ນມາຈາກນ້ຳແກງ, ແຕ່ປະລິມານຄວາມຮ້ອນທີ່ໄດ້ຮັບນັ້ນກໍຍັງໜ້ອຍເກີນໄປ ຫລື ປະລິມານຈຸລິນຊີກໍ່ພະຍາດທີ່ປົນເປື້ອນມີປະລິມານຫລາຍເກີນຄວາມຮ້ອນຈາກອາຍນ້ຳຈະທຳລາຍໄດ້ໝົດ. ທາງທີ່ປອດໄພຈາກຈຸລິນຊີນີ້ກໍຄື ລວກໄມ້ທູ່ ຫລື ບ່ວງກ່ອນຈະໃຊ້ຄີບ ຫລື ຕັກອາຫານສຸກເພື່ອບໍລິໂພກກໍຈະປອດໄພຂຶ້ນຕື່ມ.
- ນອກຈາກນີ້, ທ່ານໃດທີ່ບໍລິໂພກການຈຸ່ມລວກແບບຍີ່ປຸ່ນ ໂດຍການຈຸ່ມອາຫານທີ່ສຸກແລ້ວໃນໄຂ່ດິບກ່ອນຈະບໍລິໂພກ ຖືວ່າເປັນການເພີ່ມລະດັບຄວາມສ່ຽງຕໍ່ການໄດ້ຮັບແບັກທີເຣຍທີ່ອາດຈະມາຈາກໄຂ່. ຂໍ້ແນະນຳການຈຸ່ມໄຂ່ (ດິບ) ຈຶ່ງຄວນຜ່ານຄວາມຮ້ອນອີກເທື່ອໜຶ່ງຈົນກະທັ້ງໄຂ່ສຸກ ກ່ອນການບໍລິໂພກ ລົດຊາດອາດຈະປ່ຽນແປງໄປແດ່, ແຕ່ເພື່ອຄວາມປອດໄພກໍຄວນຈະຫລີກເວັ້ນ. ຫາກເອົາໃຈໃສ່ເລື່ອງຂອງອາຫານສຸກໆດິບໆຈັກໜ້ອຍ ຊີວິດກໍຈະປອດໄພຈາກເຊື້ອຈຸລິນຊີທີ່ກໍ່ພະຍາດເຮັດໃຫ້ຖອກທ້ອງໄດ້.