ກະຊວງການເງິນ ຊີ້ແຈງຄວາມສົນໃຈຂອງ ສສຊ ຕໍ່ການປັບຂຶ້ນເງິນເດືອນຂອງພະນັກງານລັດຖະກອນ, ທະຫານ-ຕຳຫລວດ


ຕໍ່ກັບບັນຫາການປັບຂຶ້ນເງິນເດືອນຂອງພະນັກງານລັດຖະກອນ, ທະຫານ-ຕຳຫລວດ ທີ່ບັນດາສະມາຊິກສະພາແຫ່ງຊາດໃຫ້ຄວາມສົນໃຈ ແລະ ຊັກຖາມຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX.
ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງ ໃນວັນທີ 7 ທັນວາ 2022 ວ່າ: ສຳລັບການປັບຂຶ້ນເງິນເດືອນດັ່ງກ່າວທາງກະຊວງການເງິນມີທິດທາງແກ້ໄຂຊີວິດການເປັນຢູ່ຂອງພະນັກງານລັດຖະກອນ, ທະຫານ-ຕຳຫລາດ, ແມ່ນຢູ່ໃນແຜນຈັດສັນ ປີ 2023 ແລ້ວ ຈຳນວນ 13.300 ຕື້ກີບ ຂອງຄັງເງິນເດືອນ ໃນນັ້ນ, ຈຳນວນເງິນ 1.700 ຕື້ກີບ ໄດ້ຈັດສັນເຂົ້າໃໝ່ ເພື່ອແກ້ໄຂປັບປຸງຄ່າຄອງຊີບຂອງພະນັກງານ. ແຕ່ຈະບໍ່ປະກາດອອກໄປ ເນື່ອງຈາກຖ້າປະກາດແລ້ວຈະເຮັດໃຫ້ແມ່ຄ້າຊາວຂາຍກຽມຂຶ້ນລາຄາສິນຄ້າ ເຊິ່ງຈະເຮັດໃຫ້ກະທົບຕໍ່ຄ່າຄອງຊີບຕື່ມອີກ, ສະນັ້ນເມື່ອຮອດວັນທີ 1 ມັງກອນ 2023 ເງິນເດືອນຈະເຂົ້າບັນຊີຂອງພະນັກງານລັດຖະກອນ ແລະ ຈຶ່ງຈະຮູ້ວ່າເງິນໄດ້ຄົນລະທໍ່ໃດ.
ນອກນີ້, ການໄດ້ເງືອນເດືອນຊັກຊ້າຂອງພະນັກງານລັດຖະກອນໃນໄລຍະຜ່ານມາ ກໍຂໍໃຫ້ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງຊ່ວຍກວດກາຊ່ວຍຕື່ມ, ພາຍຫລັງທີ່ທາງກະຊວງການເງິນໄດ້ຖະແຫລງອອກໄປວ່າເງືອນເດືອນໄດ້ເບີກຈ່າຍໄປດຸ່ນດ່ຽງ ທັງສູນກາງ ແລະ ທ້ອງຖິ່ນໝົດແລ້ວ ແຕ່ຍັງມີພະນັກງານຫລາຍທ່ານໄດ້ປະສານຫາກະຊວງການເງິນວ່າຍັງບໍ່ທັນໄດ້ຮັບເງິນເດືອນ 3-6 ເດືອນ ໂດຍສະເພາະຢູ່ທ້ອງຖິ່ນເຂດຫ່າງໄກສອກຫລິກທີ່ບໍ່ມີ ທະນາຄານ ຫລື ຕູ້ ATM, ດັ່ງນັ້ນຈຶ່ງຂໍໃຫ້ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງຊ່ວຍກວດກາຕື່ມອີກ.