ການສ້າງແຜນງົບປະມານແຫ່ງລັດປີ 2023 ກະຊວງການເງິນ ເລັ່ງໃສ່ 6 ທິດທາງຕົ້ນຕໍ
ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 5 ທັນວາ 2022 ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດ 11 ເດືອນ ແລະ ຄາດຄະເນໝົດປີ 2022 ວ່າ: ຈາກມາດຕະການຄຸ້ມຄອງ, ຕ້ານການຮົ່ວໄຫລ ແລະ ການຈັດເກັບລາຍຮັບງົບປະມານແຫ່ງລັດເຮັດໃຫ້ 11 ເດືອນຜ່ານມາສາມາດແກ້ໄຂການຮົ່ວໄຫລ ແລະການເກັບລາຍຮັບຈາກການນໍາເຂົ້າສິນຄ້າເຄື່ອງຂອງໄດ້ດີໂດຍການເຮັດທົດລອງຄຸ້ມຄອງແບບ ເອເລັກໂຕຣນິກໃນ 4 ບໍລິສັດຂາເຂົ້າ-ຂາອອກລາຍໃຫຍ່, ແກ້ໄຂການຮົ່ວໄຫລຈາກການແຈ້ງພາສີໂດຍດັດສົມຜູ້ບໍລິການແຈ້ງພາສີ ແລະ ຜູ້ແຈ້ງພາສີທົ່ວໄປ, ແກ້ໄຂການເກັບລາຍຮັບຈາກການນຳເຂົ້ານ້ຳມັນເຊື້ອໄຟ, ສ້າງຖານລາຍຮັບໃໝ່ຈາກການນໍາໃຊ້ທ່າແຮງການຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ ເປັນຕົ້ນການເກັບຄ່າບໍລິການຕູ້ຄອນເທນເນີ, ປັບປຸງການແຈ້ງພາສີຂາເຂົ້າຈາກ 4 ຂັ້ນຕອນເປັນ 3 ຂັ້ນຕອນ.ສຳລັບທິດທາງການສ້າງແຜນງົບປະມານແຫ່ງລັດປີ 2023 ຍັງດໍາເນີນໃນສະພາບການສືບຕໍ່ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນທີ່ສະສົມມາຍາວນານ, ບັນຫາໜີ້ສິນສາທາລະນະທີ່ກົດດັນສູງສົມຄວນ. ສະພາບການຜັນຜວນຂອງພາກພື້ນ ແລະ ສາກົນທີ່ຄາດເດົາໄດ້ຍາກ, ການຜັນແປໄປຢ່າງສະຫລັບຊັບຊ້ອນ, ລາຄາພະລັງງານ, ລາຄາສິນຄ້າ-ບໍລິການ ແລະ ໄພເງິນເຟີ້ ຍັງສືບຕໍ່ຜັນຜວນບວກກັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງສະເໜີບາງທິດທາງຕົ້ນຕໍ ດັ່ງນີ້:
1). ສູ້ຊົນຮັບປະກັນແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃຫ້ສໍາເລັດຕາມບັນດາຄາດໝາຍທີ່ໄດ້ກໍານົດໄວ້ໃນວາລະແຫ່ງຊາດປີ 2023 ໃນນີ້ຈະຮັບປະກັນການສ້າງຄວາມເຂັ້ມແຂງແລະ ການເພີ່ມຂຶ້ນຂອງລາຍຮັບງົບປະມານແຫ່ງລັດສູ້ຊົນຈັດຕັ້ງປະຕິບັດດໍາລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ ສະບັບເລກທີ 205/ລບ ໃຫ້ເປັນຮູບປະທໍາເພື່ອສ້າງທ່າແຮງໃຫ້ການສະສົມແຫ່ງລັດໃຫ້ເພີ່ມຂຶ້ນ, ເດັດຂາດບໍ່ໃຫ້ຕົກເຂົ້າໃນການເກີດວິກິດການ ແລະ ເປັນປະເທດທີ່ບໍ່ສາມາດຊໍາລະໜີ້ສິນໄດ້ ແລະ ຍົກລະດັບຄວາໜ້າເຊື່ອຖື ຂອງ ສປປ ລາວ ຕໍ່ສາກົນໃຫ້ສູງຂຶ້ນ.
2). ຮັບປະກັນການເກັບລາຍຮັບຈາກຖານທີ່ມີໃນປັດຈຸບັນໃຫ້ຄົບຖ້ວນ, ຖືກຕ້ອງ, ໂປ່ງໃສຊຶ່ງທຸກຂະແໜງການທັງສູນກາງ ແລະ ທ້ອງຖິ່ນຕ້ອງເປັນເຈົ້າການຮັບຜິດຊອບຂຸດຄົ້ນທຸກທາແຮງບົ່ມຊ້ອນທັງໝົດເຂົ້າງົບປະມານ, ບໍ່ອະນຸຍາດໃຫ້ເກັບລາຍຮັບໄປໃຊ້ຈ່າຍນອກລະບົບງົບປະມານເດັດຂາດ.
3). ສໍາລັບລາຍຈ່າຍງົບປະມານແຫ່ງລັດ ແມ່ນຮັບປະກັນຕາມທິດປະຢັດ ແລະ ຕ້ານການຟຸມເຟືອຍຕາມດໍາລັດ ສະບັບເລກທີ 205/ລບ ຢ່າງເປັນຮູບປະທໍາ, ໃນນີ້ຮັບປະກັນການປັບປຸງຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ, ທະຫານ-ຕໍາຫລວດ, ພະນັກງານບໍານານ, ຜູ້ດ້ອຍໂອກາດ, ຕ້ານການຟຸມເຟືອຍທຸກຮູບແບບສໍາລັບລາຍຈ່າຍບໍລິຫານລັດ, ໂຈະການລົງທຶນໃໝ່ ແລະ ໂຄງການທີ່ບໍ່ມີປະສິດທິຜົນກ່ອນ, ຮັບປະກັນໃຫ້ມີການສະສົມດ້ວຍການປະຢັດ, ຮັກສາລາຍຮັບພາຍໃນໄວ້ ເພື່ອຮອງຮັບລາຍຈ່າຍທີ່ຈໍາເປັນຂອງລັດຖະບານ ແລະ ຊໍາລະໜີ້ສິນສາທາລະນະ ເພື່ອຫລຸດຜ່ອນການກູ້ຢືມໃໝ່.
4). ຮັບປະກັນຮັກສາສະຖຽນລະພາບການບໍລິຫານໜີ້ສິນສາທາລະນະໃຫ້ສາມາດປະຄັບປະຄອງເພື່ອບໍ່ໃຫ້ປະເທດຕົກຢູ່ໃນປະເທດທີ່ບໍ່ສາມາດຊໍາລະໜີ້ສິນໄດ້ດ້ວຍຮູບການປັບໂຄງສ້າງໜີ້ສິນສາທາລະນະຄືນໃໝ່ ແຕ່ນີ້ຮອດປີ 2027 ແລະ ຫລັງປີ 2027 ຮອດປີ 2035 ໃຫ້ເປັນແຜນລະອຽດມີລາຍຮັບຮອງຮັບໃນການ ຊໍາລະໜີ້ສິນ ແຕ່ລະຂໍ້ຜູກພັນສັນຍາ.
5). ຮັບປະກັນສ້າງຖານລາຍຮັບໃໝ່ ເພື່ອເຮັດໃຫ້ລາຍຮັບປົກກະຕິພາຍໃນກຸ້ມລາຍຈ່າຍພາຍໃນ ແລະ ມີສ່ວນເຫລືອຈໍານວນໜຶ່ງເພື່ອຮອງຮັບໃຫ້ແກ່ການຊໍາລະໜີ້ສິນສາທາລະນະ ດ້ວຍການນໍາໃຊ້ກົນໄກຕ່າງໆໃນການຂຸດຄົ້ນທ່າແຮງບົ່ມຊ້ອນບາງດ້ານເຊັ່ນ: ບັນດາເຂື່ອນໄຟຟ້າ, ໂຄງການແຮ່ທາດ ແລະ ອື່ນໆ.
6). ຮັບປະກັນສ້າງຄວາມເຂັ້ມແຂງດ້ານງົບປະມານຕາມທິດ 3 ສ້າງ ໂດຍການສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດທາງດ້ານການເງິນ, ເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານທາງດ້ານການເງິນ ແລະ ບ້ານເປັນຫົວຫນ່ວຍພັດທະນາທາງດ້ານການເງິນ, ກະຊວງການເງິນ ຈະມອບຫົວໜ່ວຍທຸລະກິດທີ່ຕັ້ງຢູ່ແຂວງຈໍານວນໜຶ່ງໃຫ້ແຂວງຮັບຜິດຊອບ ເພື່ອທົດລອງເພີ່ມລາຍຮັບຂອງທ້ອງຖິ່ນຂຶ້ນ, ຫລຸດຜ່ອນການດຸ່ນດ່ຽງຂອງສູນກາງລົງ ກ້າວໄປສູ່ແຂວງກຸ້ມຕົນເອງ ແລະ ເກີນດຸນຈາກ 3 ແຂວງ(ນະຄອນຫລວງວຽງຈັນ, ແຂວງໄຊສົມບູນ ແລະ ຈໍາປາສັກ) ຕື່ມອີກ 5 ແຂວງໃນປີ 2023 (ແຂວງຫລວງພະບາງ, ສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ ແລະ ອັດຕະປື) ລວມປັນ 8 ແຂວງ, ສ່ວນອີກ 10 ແຂວງທີ່ເຫລືອຈະສືບຕໍ່ຄົ້ນຄວ້າໃນປີຕໍ່ໄປ.
ຈາກນີ້ ຈຶ່ງຄາດຄະເນການສູ້ຊົນເກັບລາຍຮັບທັງໝົດປີ 2023 ໃຫ້ໄດ້ 38.448 ຕື້ກີບທຽບໃສ່ແຜນຂອງປີຜ່ານມາເພີ່ມຂຶ້ນ 21,70% (ເປັນເງິນ 6.854 ຕື້ກີບ) ຫລື ເທົ່າກັບ 16,42% ຂອງ GDP. ສະເພາະລາຍຮັບພາຍໃນ 34.898 ຕື້ກີບ ທຽບໃສ່ປີ 2022 ເພີ່ມຂຶ້ນ 20,49% (ເປັນເງິນ 5.935 ຕື້ກີບ) ຫລື ເທົ່າກັບ 14,90% ຂອງ GDP (ມູນຄ່າ GDP ເທົ່າກັບ 234.160 ຕື້ກີບ).