ປກສ ນະຄອນໄກສອນພົມວິຫານ ທຳລາຍນ້ຳ, ໃບ ແລະ ສ່ວນປະສົມໃນການປຸງແຕ່ງນ້ຳກະທ້ອມ


ວັນທີ 29 ພະຈິກ 2022 ນີ້ ກອງບັນຊາການ ປກສ ນະຄອນໄກສອນພົມວິຫານແຂວງສະຫວັນນະເຂດ,ໄດ້ ທຳລາຍນ້ຳກະທ່ອມ, ໃບກະທ່ອມແລະ ສ່ວນປະສົມໃນການປຸງແຕ່ງນ້ຳກະທ່ອມ, ໂດຍການເຂົ້າຮ່ວມຂອງທ່ານ ພັທ ນວນຕາ ສີຈັນທອງທິບ ຮອງຫົວໜ້າກອງບັນຊາການ ປກສ ນະຄອນໄກສອນ, ມີຫົວໜ້າ, ຮອງພະແນກ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ພັທ ນວນຕາ ສີຈັນທອງທິບ ຮອງຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານໃຫ້ຮູ້ວ່າ: ໃບກະທ່ອມ, ນໍ້າຕົ້ມໃບກະທ່ອມ ແລະສ່ວນປະສົມໃນການປຸງແຕ່ງໃບກະທ່ອມທີ່ນໍາມາທໍາລາຍໃນຄັ້ງນີ້ ແມ່ນທາງເຈົ້າໜ້າທີ່ ປກສ ກຸ່ມບ້ານທີ 5, ປກສ ກຸ່ມບ້ານທີ 1 ແລະ ປກສ ກຸ່ມບ້ານທີ 4 ໄດ້ສົມທົບກັບ ອໍານາດການປົກຄອງບ້ານ ໃນນະຄອນນະຄອນໄກສອນພົມວິຫານ ລົງຕິດຕາມກວດກາ ຜູ້ກະທໍາຜິດລະບຽບ ແລະຂໍ້ຫ້າມ ເຊິ່ງໄດ້ເອົາໃຈໃສ່ຕິດຕາມກວດກາ ຢູ່ບັນດາຫ້ອງເຊົ່າ, ຮ້ານບັນເທີງ ແລະ ຮ້ານຄາລະໂອເກະ ທີ່ໄດ້ນຳເຂົ້າ- ສົ່ງອອກ ພືດທີ່ມີສານເສບຕິດ ຫຼື ຜະລິດຕະພັນທີ່ມີສ່ວນປະສົມສານຕັ້ງຕົ້ນ ແລະ ສານເສບຕິດປະເພດຕ່າງໆ ໂດຍບໍ່ຖືກຕ້ອງຕາມກົດໝາຍ ເພື່ອຈະນຳມາມອບໃຫ້ ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ນຳໄປທຳລາຍຖິ້ມ, ສານເສບຕິດທີ່ນຳ ມາທຳລາຍໃນຄັ້ງນີ້ ແມ່ນຢຶດມາໄດ້ ຢູ່ຫ້ອງເຊົ່າ ເຂດບ້ານດົງດໍາດວນ, ຢູ່ເຮືອນພັກ ບ້ານທ່າແຮ່, ຢູ່ເຮືອນປະຊາຊົນ ຢູ່ບ້ານທ່າແຮ່, ບ້ານໄຊຍະມຸງຄຸນ ແລະ ຢູ່ຫ້ອງເຊົ່າ ຢູ່ບ້ານອຸດົມວິໄລ ທີ່ຂຶ້ນກັບນະຄອນໄກສອນພົມວິຫານ ເຊິ່ງມີນ້ຳກະທ່ອມຂະໜາດ 1,5 ລິດ ຈຳນວນ 33 ຕຸກ, ຢາດີໄອດີທິດຊິນ ຈຳນວນ 703 ແກ້ວ, ໃບກະທ່ອມ ຈຳນວນ 1 ກະສອບ ກັບ 15 ມັດ ແລະ 1 ຖົງຢາງ ,ນ້ຳຕານສົດ ຈຳນວນ 15 ແກ້ວ, ນ້ຳຕົ້ມໃບກະທ່ອມ ຈຳນວນ 2 ໝໍ້ໃຫຍ່.
ຕໍ່ກັບບັນດາເປົ້າໝາຍຈໍານວນດັ່ງກ່າວ ທາງເຈົ້າໜ້າທີ່ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ແມ່ນໄດ້ນໍາຕົວຜູ້ກະທໍາຜິດເຂົ້າມາສຶກສາອົບຮົມກ່າວເຕື່ອນ ບໍ່ໃຫ້ກະທໍາຜິດແລະຮັບຮູ້ເຂົ້າໃຈກ່ຽວກັບລະບຽບກົດໝາຍ ສ່ວນຂອງກາງນ້ຳກະທ່ອມ,ໃບກະທ່ອມແລະ ສ່ວນປະສົມໃນການປຸງແຕ່ງນ້ຳກະທ່ອມແມ່ນທາງເຈົ້າໜ້າທີ່ໄດ້ນໍາໄປທໍາລາຍຖິ້ມ