ອັດຕາເງິນເຟີ້ຂອງ ສປປ ລາວ ເດືອນພະຈິກ 2022 ພຸ່ງຂຶ້ນຈາກ 36,75% ເປັນ 38,46%
December 5, 2022 - 9:50 AM


ບົດລາຍງານຂອງສູນສະຖິຕິແຫ່ງຊາດ ວັນທີ 1 ທັນວາ 2022 ນີ້ໃຫ້ຮູ້ວ່າ: ອັດຕາເງິນເຟີ້ລວມເດືອນພະຈິກ 2022 ທຽບ ປີຕໍ່ປີ ຫຼືທຽບກັບເດືອນດຽວກັນຂອງປີຜ່ານມາ ຍັງມີທ່າອ່ຽງເພີ່ມຂຶ້ນຢູ່ໃນລະດັບ 38,5% (ເດືອນຕຸລາ 2022 ແມ່ນ 36,7).
ໝວດທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນສູງກວ່າໝູ່ແມ່ນ ໝວດຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 55,4%, ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ແມ່ນເຫຼົ້າ ເພີ່ມຂຶ້ນ 42,3%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 42%, ໝວດຮ້ານອາຫານ ແລະ ໂຮງແຮມເພີ່ມຂຶ້ນ 30,97% ແລະ ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 30,41%.
ປັດໄຈ ແລະ ສາເຫດຕົ້ນຕໍຂອງການເພີ່ມຂຶ້ນອັດຕາເງິນເຟີ້ ເດືອນ ພະຈິກ 2022 ແມ່ນ:
- ການອ່ອນຄ່າຂອງເງິນກີບທຽບກັບເງິນຕາຕ່າງປະເທດ ເຊັ່ນ: ເງິນໂດລາ, ບາດ, ຢວນ ແລະ ອື່ນໆ ຍັງສືບຕໍ່ ກະທົບໃສ່ສິນຄ້າ ໂດຍສະເພາະແມ່ນສີນຄ້ານໍາເຂົ້າທີ່ຍັງເຫນັງຕີງສູງ ທຽບກັບໄລຍະດຽວກັນປີຜ່ານມາ;
- ລາຄານໍ້າມັນເຊື້ອໄຟສືບຕໍ່ຜັນຜວນ ແລະ ຍັງສູງຫຼາຍເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຊິ່ງປັດໄຈ ດັ່ງກ່າວໄດ້ກະທົບໃສ່ລາຄາອື່ນໆມີຕົ້ນທຶນເພີ່ມຂຶ້ນ;
- ການເພີ່ມຂຶ້ນຂອງດັດຊະນີລາຄາ/ເງິນເຟີ້ຂອງປະເທດຄູ່ຄ່າ ເຮັດໃຫ້ສິນຄ້ານໍາເຂົ້າມີລາຄາສູງຂຶ້ນ.