ເລຂາພັກກອມມູນິດ ຫວຽດນາມ ແລະ ປະທານປະເທດຫວຽດນາມອວຍພອນວັນຊາດ ທີ 2 ທັນວາ ຄົບຮອບ 47 ປີ ຂອງລາວ

ເລຂາພັກກອມມູນິດ ຫວຽດນາມ ແລະ ປະທານປະເທດຫວຽດນາມອວຍພອນວັນຊາດ  ທີ 2 ທັນວາ ຄົບຮອບ 47 ປີ ຂອງລາວ - 52590435 984690068401440 5477799992238276608 n - ເລຂາພັກກອມມູນິດ ຫວຽດນາມ ແລະ ປະທານປະເທດຫວຽດນາມອວຍພອນວັນຊາດ  ທີ 2 ທັນວາ ຄົບຮອບ 47 ປີ ຂອງລາວ
ເລຂາພັກກອມມູນິດ ຫວຽດນາມ ແລະ ປະທານປະເທດຫວຽດນາມອວຍພອນວັນຊາດ  ທີ 2 ທັນວາ ຄົບຮອບ 47 ປີ ຂອງລາວ - kitchen vibe - ເລຂາພັກກອມມູນິດ ຫວຽດນາມ ແລະ ປະທານປະເທດຫວຽດນາມອວຍພອນວັນຊາດ  ທີ 2 ທັນວາ ຄົບຮອບ 47 ປີ ຂອງລາວ
ສະຫາຍ ຫງວຽນ ຝູ ຈ໋ອງ ເລຂາທິການໃຫຍ່ສູນກາງພັກກອມມູນິດ ຫວຽດນາມ; ສະຫາຍ ຫງວຽນ ຊັວນ ຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ; ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ; ສະຫາຍ ເວືອງ ດິງ ເຫ້ວ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ສົ່ງ ຈົດໝາຍອວຍພອນ ເຖິງ: ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ສະຫາຍ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ:
ບັນດາສະຫາຍ ທີ່ນັບຖືຮັກແພງ,
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ, ຕາງໜ້າຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ພວກຂ້າພະເຈົ້າ ຂໍສົ່ງຄຳອວຍພອນອັນປະເສີດສຸດ ມາຍັງ ບັນດາສະຫາຍ ແລະ ຜ່ານບັນດາສະຫາຍ ໄປຍັງ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ລັດ, ລັດຖະບານ, ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວ, ອ້າຍນ້ອງ ທຸກຖ້ວນຫນ້າ.
ພວກຂ້າພະເຈົ້າຮູ້ສຶກດີໃຈທີ່ເຫັນວ່າ ໃນຕະຫຼອດໄລຍະ 47 ປີຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ, ດ້ວຍນ້ຳໃຈຮັກຊາດ ແລະ ມູນເຊື້ອການປະຕິວັດຢ່າງອົງອາດກ້າຫານ, ປະຊາຊົນລາວບັນດາເຜົ່າອ້າຍນ້ອງ ຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຮັກສາສະຖຽນລະພາບດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ-ດ້ານການເມືອງ, ເຮັດໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນນັບມື້ນັບໄດ້ຮັບການປັບປຸງດີຂຶ້ນ ທາງດ້ານວັດຖຸ ແລະ ຈິດໃຈ, ຖານະບົດບາດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນເວທີສາກົນ ໄດ້ຮັບການຍົກສູງຢ່າງບໍ່ຢຸດຢັ້ງ. ພວກຂ້າພະເຈົ້າ ຍາມໃດກໍ່​ຖື​ສຳຄັນ​ຕໍ່​ບັນດາ​ໄຊຊະນະ​ອັນ​ໃຫຍ່​ຫຼວງ, ຮອບດ້ານ​ທີ່ ສປປ ​ລາວ ​ຍາດ​ມາ​ໄດ້ ​ເປັນແຫຼ່ງລະດົມ​ກຳລັງໃຈ ແລະ ປຸກລະດົມ​ຢ່າງ​ແຮງກ້າ​ ໃຫ້ແກ່ ສສ ຫວຽດນາມ ​ໃນ​ພາລະກິດການປ່ຽນແປງໃໝ່ ແຫ່ງ ການສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ພວກຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງປະຊາຊົນລາວອ້າຍນ້ອງ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ ນໍາໂດຍ ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ຈະສືບຕໍ່ຍາດໄດ້ຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດຢ່າງມີໄຊ ຕາມຄາດໝາຍຂອງ ມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 ໄລຍະ 2021-2025; ສ້າງປະເທດລາວ ສັນຕິພາບ, ເອກະລາດ; ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ ຢ່າງສໍາເລັດຜົນ.
ໃນທ່າມກາງບັນຍາກາດ ແຫ່ງ ການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດ ນາມ 2022, ພວກຂ້າພະເຈົ້າ ມີຄວາມປິຕິຍິນດີທີ່ເຫັນວ່າ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ​ຄວາມບໍລິສຸດຜຸດຜ່ອງທີ່ຕິດພັນກັນ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ລັດ ​ແລະ ປະຊາຊົນສອງປະເທດຫວຽດນາມ-ລາວ ທີ່ມີທ່ານປະທານ ໂຮ່ຈິມິນ ຜູ້ນຳທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ພ້ອມດ້ວຍ ບັນດາລຸ້ນການນໍາ ແລະ ປະຊາຊົນ ສອງປະເທດ ໄດ້ປະກອບສ່ວນອອກເຫື່ອເທແຮງເພີ່ມພູນຄູນສ້າງ, ເປັນປັດໄຈຕັດສິນໄຊຊະນະ ໃນພາລະກິດການປະຕິວັດຂອງແຕ່ລະປະເທດ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ນັບມື້ນັບໄດ້ຮັບປະສິດທິຜົນ ແລະ ເປັນຮູບປະທໍາ, ຕອບສະໝອງຄວາມມຸ່ງມາດປາຖະໜາ ແລະ ນຳຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນ ສອງຊາດພວກເຮົາ.
ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຍຶດຖືຢ່າງສະເໝີຕົ້ນສະເໝີປາຍ, ຕັດສິນໃຈ ຈະຮ່ວມກັບ ພັກ, ລັດ ແລະ ປະຊາຊົນ ລາວ ອ້າຍນ້ອງ ປົກປັກຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ຖືສິ່ງນີ້ ເປັນຊັບສົມບັດອັນລໍ້າຄ່າ ຕໍ່ກັບພາລະກິດປະຕິວັດ ຂອງ ແຕ່ລະປະເທດ, ພ້ອມນີ້ ກໍ່ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຢູ່ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.
ເນື່ອງ​ໃນ​ໂອກາດ​ວັນທີ່ສໍາຄັນຍິ່ງຂອງລາວ, ​ຕາງໜ້າ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ, ອີກຄັ້ງໜຶ່ງ ພວກຂ້າພະເຈົ້າຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່ ​ພັກ, ລັດ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ລາວອ້າຍນ້ອງ ​ທີ່​ໃຫ້​ການສະໜັບສະໜູນ, ຊ່ວຍເຫຼືອ​ຢ່າງໃຫຍ່ຫຼວງ, ມີ​ປະສິດທິ​ຜົນ ​ແລະ ​ລ້ຳ​ຄ່າ​ທີ່​ສຸດ ແກ່ ສສ ຫວຽດນາມ ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍປະ​ເທດ​ຊາດ​ໃນ​ເມື້ອກ່ອນ ​ກໍ່ຄື ​ໃນ​ພາລະກິດ ແຫ່ງ ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ໃນ​ປັດຈຸບັນ.
ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ – ລາວ ຈົ່ງຂຽວສົດ ງົດງາມຕະຫຼອດໄປ.
ອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃນຫນ້າທີ່ການງານອັນມີກຽດ ຂອງຕົນ.
ພ້ອມນີ້, ສະຫາຍ ບຸຍ ແທັງ ເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ກໍໄດ້ສົ່ງສານອວຍພອນວັນຊາດ ເຖິງ ສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ.
ເລຂາພັກກອມມູນິດ ຫວຽດນາມ ແລະ ປະທານປະເທດຫວຽດນາມອວຍພອນວັນຊາດ  ທີ 2 ທັນວາ ຄົບຮອບ 47 ປີ ຂອງລາວ - 4 - ເລຂາພັກກອມມູນິດ ຫວຽດນາມ ແລະ ປະທານປະເທດຫວຽດນາມອວຍພອນວັນຊາດ  ທີ 2 ທັນວາ ຄົບຮອບ 47 ປີ ຂອງລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!