ມະຫາວິທະຍາໄລຊົນເຜົ່າກວາງຊີ ມອບປະກາສະນີຍະບັດດຸສະດີບັນດິດກິຕິມະສັກ ສາຂາພາສາ ແລະ ວັນນະຄະດີຕ່າງປະເທດທ່ານ ທອງລຸນ ສີສຸລິດ
December 2, 2022 - 7:47 AM


ວັນທີ 1 ທັນວາ 2022 ມະຫາວິທະຍາໄລຊົນເຜົ່າກວາງຊີ ໄດ້ຈັດພິທີມອບໃບປະກາສະນີຍະບັດດຸສະດີບັນດິດກິຕິມະສັກ ສາຂາພາສາ ແລະ ວັນນະຄະດີຕ່າງປະເທດໃຫ້ແກ່ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກ ປປ ລາວ ປະທານ ປະເທດ ແຫ່ງ ສປປ ລາວ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໂດຍມີທ່ານເຊ້ຊາງໂກ ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລຊົນເຜົ່າກວາງຊີເປັນຜູ້ມອບໃບປະກາດດັ່ງກ່າວໃຫ້ແກ່ທ່ານທອງລຸນ ສີສຸລິດ.
ໃນເວລາຮັບເອົານາມມະຍົດດັ່ງກ່າວ, ທ່ານທອງລຸນ ສີສຸລິດ ມີຄໍາເຫັນວ່າ: ໃບປະກາດສະນີຍະບັດປະລິນຍາເອກນີ້ ຈະເປັນອີກນິມິດໝາຍທີ່ສຳຄັນຍິ່ງ ໃຫ້ແກ່ການມາຢ້ຽມ ຢາມທາງ ລັດຖະກິດ ສປ ຈີນ ໃນຄັ້ງນີ້ ກໍຄື ໃນນາມສ່ວນຕົວຂອງຂ້າພະເຈົ້າເອງ, ເປັນການສະແດງເຖິງໃຫ້ເຫັນເຖິງໄມຕິຈິດມິດຕະພາບອັນເລິກເຊິ່ງ ແລະ ເປັນການປະກອບສ່ວນເຂົ້າໃນ ການເສີມຂະຫຍາຍສາຍພົວພັນ ຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລະຫວ່າງ ສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຈີນ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ ດ້ວຍຄຸນນະພາບ ໃໝ່ຢ່າງບໍ່ຢຸດຢັ້ງ ທັງໃນລວງເລິກ ແລະ ລວງກວ້າງ.
ທ່ານມີຄຊາເຫັນຕື່ມວ່າ, ມະຫາວິທະຍາໄລຊົນເຜົ່າກວາງຊີ ເປັນມະຫາວິທະຍາໄລທີ່ເກົ່າແກ່, ມີຊື່ສຽງ ແລະ ມີປະຫວັດຄວາມເປັນມາຢ່າງຍາວນານແຫ່ງໜຶ່ງຂອງ ສປ ຈີນ, ເປັນສະຖາບັນການສຶກສາສຳຄັນ ທີ່ໄດ້ກໍ່ສ້າງຊັບພະ ຍາກອນມະນຸດທີ່ມີຄວາມຮູ້ຄວາມສາມາດ ແລະ ມີວິໄສທັດອັນກວ້າງໄກ ຫຼາຍຮຸ່ນຄົນມາແລ້ວ. ນອກຈາກນີ້, ມະຫາວິທະຍາໄລຊົນເຜົ່າຊົນກວາງຊີ ຍັງມີການຮ່ວມມືຢ່າງກວ້າງຂວາງກັບ ສປປ ລາວ ບໍ່ວ່າຈະເປັນການຮ່ວມມືທາງດ້ານວິຊາການ, ການແລກປ່ຽນການຮຽນ-ການສອນ ແລະ ການສະໜັບສະໜູນການພັດທະນາຊັບພະຍາກອນມະນຸດ ກັບ ມະຫາວິທະຍາໄລຂອງລາວ ໂດຍສະເພາະແມ່ນໄດ້ສ້າງຕັ້ງສະຖາບັນຂົງຈື້ ຢູ່ ລາວ (ໃນປີ 2007). ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ມະຫາວິທະຍາໄລຊົນເຜົ່າກວາງຊີ ຈະສືບຕໍ່ເພີ່ມທະວີໃຫ້ການຮ່ວມມືກັບສະຖາບັນການສຶກສາຂອງ ສປປ ລາວ ເພື່ອຊ່ວຍຍົກສູງຄຸນນະພາບ ການຮຽນ, ການສອນ ແລະ ການຄົ້ນຄວ້າວິໄຈຕ່າງໆ ໃຫ້ໄດ້ຕາມມາດຕະຖານສາກົນ ເທື່ອລະກ້າວ.
ມະຫາວິທະຍາໄລຊົນເຜົ່າກວາງຊີໄດ້ເສີມຂະຫຍາຍທ່າແຮງທີ່ເປີດປະຕູສູ່ບັນດາປະເທດສະມາຊິກອາຊຽນ, ໄດ້ມີ ການແລກປ່ຽນ ແລະຮ່ວມມືກັບມະຫາວິທະຍາໄລແລະອົງການຈັດຕັ້ງການສຶກສາຕ່າງໆ ທັງໝົດ 176 ແຫ່ງຂອງ 22 ປະເທດແລະເຂດແຄວ້ນໃນທົ່ວໂລກ, ນັບມາຮອດປັດຈຸບັນ ໄດ້ຮັບນັກສຶກສາຕ່າງປະເທດຈາກ 82 ປະເທດ ແລະເຂດແຄວ້ນ ຈຳນວນຫຼາຍກວ່າ 22.000 ກວ່າຄົນ ແລະໄດ້ສົ່ງນັກສຶກສາຈີນຫຼາຍກວ່າ 18.000 ຄົນໄປຮຽນຢູ່ປະເທດ ຕ່າງໆໃນທົ່ວໂລກ.