ອາເຊນອລ ສົນໃຈກອງກາງຂອງ ເປແອສເຊ ຫລັງໂຊຟອມເດ່ັນໃນບານໂລກ




ລາຍງານຈາກສື່ໃນຝຣັ່ງເປີດເຜີຍວ່າສະໂມສອນ ອາເຊນອລ ທີມຜູ້ນຳໃນພຣີເມຍລີກ ອັງກິດ ຕ້ອງການເຊັນສັນຍາກັບ ຄາລອສ ໂຊເລີ ກອງກາງຂອງ ປາຣີສ ແຊັງແຊັກແມັງ ເຖິງວ່າລາວຈະຫາກໍຍ້າຍມາຍັງຖິ່ນ ປາກ ເດິ ແພຣງ ເມື່ອລະດູການທີ່ຜ່ານມາກໍຕາມ.
ອາເຊນອລ ຕົກເປັນຂ່າວວ່າພວມຈັບຕາເບິ່ງສະຖານະການຂອງດາວເຕະທີມຊາດສະເປນຢ່າງໃກ້ຊິດ ຫລັງຈາກທີ່ລາວສະແດງຜົນງານໄດ້ໜ້າ ປະທັບໃຈໃນການແຂ່ງຂັນບານໂລກເກມນັດທຳອິດທີ່ຖະຫລົ່ມ ຄອສຕາຣິກາ ໄປ 7-0 ເຊິ່ງລາວສາມາດຍິງປະຕູໄດ້ນຳອີກ.
ຫລາຍຝ່າຍເຊື່ອວ່າຮູບແບບການຫລິ້ນຂອງ ໂຊເລີ ເຮັດໃຫ້ລາວຖືກປຽບທຽບກັບອະດີດາວດັງຂອງອາເຊນອລ ເຊັ່ນ ຊານຕິ ກາຊໍລາ ເຊິ່ງທາງ ອາເຕຕ້າ ເບິ່ງວ່ານັກເຕະຄົນນີ້ຈະເປັນການເສີມທີມທີ່ເຮັດໃຫ້ທີມສົມບູນແບບຫລາຍຍິ່ງຂຶ້ນ.
ສຳລັບ ໂຊເລີ ອາຍຸ 25 ປີ ຍ້າຍມາຈາກບາເລນເຊຍ ເມື່ອຕະຫລາດລະດູການຜ່ານມາດ້ວຍຄ່າຕົວພຽງ 16 ລ້ານປອນ ແຕ່ກໍບໍ່ຄ່ອຍໄດ້ຮັບໂອກາດໃນ ການລົງຫລິ້ນໃຫ້ກັບ ເປເອສ ໂດຍໄດ້ເລີ່ມເປັນຕົວຈິງໃນສະໜາມເປັນຕົວຈິງໃນລີກເອິງໄປພຽງ 4 ເກມເທົ່າກັນ.
ສື່ຝຣັ່ລາຍງານວ່າ ການຍ້າຍທີມມາພຣີເມຍລີກ ອັງກິດ ອາດຈະເຮັດໃຫ້ໂອກາດໃນການລົງສະໜາມຫລາຍຂຶ້ນ ແຕ່ໃນຂະນະດຽວກັນກໍຍັງບໍ່ມີການຢືນຢັນ ວ່າທີມທີ່ມີຂ່າວນີ້ມີຄວາມເປັນໄປໄດ້ຫລາຍໜ້ອຍພຽງໃດ.