ອີຣານເຊັນ MOU 300 ລ້ານໂດລາ ເພື່ອສົ່ງລົດອອກສູ່ຣັດເຊຍ

ອີຣານເຊັນ MOU 300 ລ້ານໂດລາ ເພື່ອສົ່ງລົດອອກສູ່ຣັດເຊຍ - f8ec7810 63e9 11ed 9cf7 a72ee94ba4ff original - ອີຣານເຊັນ MOU 300 ລ້ານໂດລາ ເພື່ອສົ່ງລົດອອກສູ່ຣັດເຊຍ
ອີຣານເຊັນ MOU 300 ລ້ານໂດລາ ເພື່ອສົ່ງລົດອອກສູ່ຣັດເຊຍ - kitchen vibe - ອີຣານເຊັນ MOU 300 ລ້ານໂດລາ ເພື່ອສົ່ງລົດອອກສູ່ຣັດເຊຍ

ວັນທີ 28 ພະຈິກ 2022, ສື່ມວນຊົນອີຣານລາຍງານວ່າ: ອີຣານໄດ້ລົງນາມບັນທຶກຄວາມເຂົ້າໃຈເພື່ອສົ່ງລົດອອກສູ່ຣັດເຊຍ ມູນຄ່າ 300 ລ້ານໂດລາສະຫະລັດ.

ທ່ານ ໂມຮຳໝັດເດຊາ ນາຈາຟິ-ມາເນດ ປະທານສະມາຄົມຜູ້ຜະລິດຊິ້ນສ່ວນ ແລະ ອຸດສາຫະກຳລະບົບສົ່ງກຳລັງ ລະບຸວ່າ: ຣັດເຊຍເປັນໜຶ່ງໃນລູກຄ້າທີ່ຊື້ລົດອີຣານ, ຂະນະທີ່ອີຣານສົ່ງອອກລົດໄປເວເນຊູເອລາປະມານ 1.000 ຄັນແລ້ວ ແລະ ຄາດວ່າຈະໄດ້ຮັບຄຳສັ່ງຊື້ເພີ່ມຂຶ້ນອີກໃນອະນາຄົດ.

ອີຣານເຊັນ MOU 300 ລ້ານໂດລາ ເພື່ອສົ່ງລົດອອກສູ່ຣັດເຊຍ - Visit Laos Visit SALANA BOUTIQUE HOTEL - ອີຣານເຊັນ MOU 300 ລ້ານໂດລາ ເພື່ອສົ່ງລົດອອກສູ່ຣັດເຊຍ

ທ່ານ ນາຈາຟິ-ມາເນດ ກ່າວວ່າ: ຣັດເຊຍ ແລະ ເວເນຊູເອລາເປັນສອງຕະຫລາດທີ່ໃຫ້ຜົນປະໂຫຍດຕໍ່ອຸດສາຫະກຳລົດອີຣານ ໂດຍອີຣານມຸ່ງກຽມຄວາມພ້ອມເບື້ອງຕົ້ນເພື່ອເປັນແຫລ່ງສົ່ງອອກລົດລະດັບໂລກ.

ກ່ອນໜ້ານີ້, ອີຣານເຄີຍສົ່ງອອກລົດໄປອາເມເນຍ ແລະ ອາເຊີໄບຈານນຳເຊັ່ນກັນ.

ອີຣານເຊັນ MOU 300 ລ້ານໂດລາ ເພື່ອສົ່ງລົດອອກສູ່ຣັດເຊຍ - 5 - ອີຣານເຊັນ MOU 300 ລ້ານໂດລາ ເພື່ອສົ່ງລົດອອກສູ່ຣັດເຊຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!