ປະເທດຊາດໄດ້ຮັບການພັດທະນາບໍ່ຢຸດຢັ້ງ ແຕ່ມີບາງດ້ານຕ້ອງແກ້ໄຂ


ນັບແຕ່ປະເທດຊາດໄດ້ຮັບການປົດປ່ອຍແຕ່ປີ 1975 ມາເຖິງປັດຈຸບັນ ເຫັນວ່າ: ພັກ-ລັດຖະບານ ໄດ້ເອົາໃຈໃສ່ພັດທະນາທຸກດ້ານມາໂດຍຕະຫລອດ ໂດຍໃນການພັດທະນານັ້ນໄດ້ຖືເອົາການຊຸກຍູ້ປະຊາຊົນບັນດາເຜົ່າ ເປັນເຈົ້າການຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດ ເຮັດໃຫ້ຕົວເມືອງ ແລະ ຊົນນະບົດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງບໍ່ວ່າຈະເປັນຖະໜົນຫົນທາງ, ໂຮງຮຽນ, ສຸກສາລາ, ໄຟຟ້າ, ລະບົບນ້ຳສະອາດຕ່າງໆຢູ່ເຂດຫ່າງໄກສອກຫລີກ, ຄວາມທຸກຍາກ ໄດ້ຮັບການແກ້ໄຂນັບມື້ຫລຸດລົງເປັນກ້າວໆ.
ຫລາຍທ່ານໃຫ້ທັດສະນະວ່າ: ນັບແຕ່ປີ 1975 ຫາປີ 2022 ຖືວ່າເປັນປີຄົບຮອບ 47 ປີ ແລະ ເຫັນຫລາຍຢ່າງພັດທະນາຫລາຍທີ່ສຸດຈາກໜ້າມືເປັນຫລັງມື ຈາກເມື່ອກ່ອນເປັນປະເທດບໍ່ມີຖະໜົນຫົນທາງ ໄປຮອດໄປເຖິງ, ບໍ່ມີເຂື່ອນໄຟຟ້າ ແຕ່ມາຮອດດຽວນີ້ ມີຫົນທາງ, ເຂື່ອນໄຟຟ້າຫລາຍແຫ່ງ ຊຶ່ງສາມາດກະຈາຍກະແສໄຟຟ້າສູ່ຊົນນະບົດ ທັງຂາຍໄປຕ່າງປະເທດ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນ ຊຶ່ງສະແດງໃຫ້ຈາກແຕ່ກ່ອນບໍ່ມີເຮືອນຢູ່ຖາວອນ, ບໍ່ມີລົດລາງພາຫະນະຮັບໃຊ້ຄອບຄົວ ແຕ່ມາຮອດປັດຈຸບັນ ມີເຮືອນຢູ່ຖາວອນ, ມີລົດລາງຮັບໃຊ້ຄອບຄົວເກືອບວ່າເຄິ່ງໜຶ່ງຂອງຄອບ ຄົວໃນທົ່ວປະເທດ… ນີ້ແມ່ນຜົນງານແຫ່ງການນຳພາຊີ້ນຳຂອງພັກ-ລັດຖະບານເຮົາ, ແຕ່ແນວໃດກໍດີເຖິງ ວ່າມີການພັດທະນາດີຂຶ້ນ, ແຕ່ຍັງມີບາງບັນຫາທີ່ຕ້ອງໄດ້ເອົາໃຈໃສ່ພັດທະນາຕື່ມ ເຊັ່ນທາງຫລວງແຫ່ງຊາດ ການກໍ່ສ້າງບໍ່ທັນໄດ້ມາດຖານ ໂດຍເຫັນໄດ້ແຕ່ລະປີຍັງເປ່ແພ ເປັນຂຸມເປັນບວກ ເຮັດໃຫ້ການສັນ ຈອນໄປມາພົບຄວາມຫຍຸ້ງຍາກ.
ຂະນະດຽວກັນກໍເຫັນວ່າ: ທາງຫລວງແຫ່ງຊາດ ຕ້ອງເຮັດໃຫ້ກວ້າງ ຫລື ເປັນທາງທີ່ໄດ້ມາດຖານແຕ່ເໜືອຮອດໃຕ້. ອີກຈຸດໜຶ່ງ, ການພັດທະນາຢູ່ປະເທດເຮົາສ່ວນຫລາຍຍັງອາໄສທຶນຕ່າງປະເທດທີ່ກູ້ຢືມ ຫລື ຕ່າງປະເທດເຂົ້າມາລົງທຶນເອງແລ້ວໃຫ້ສຳປະທານ ໂດຍລວມເບິ່ງຮູບນອກແລ້ວ ປະເທດເຮົາຈະເລີນແທ້, ແຕ່ເນື້ອແທ້ປະຊາຊົນຈຳນວນໜຶ່ງໄດ້ເງິນມາຈາກການຂາຍດິນຂາຍດອນ ບໍ່ແມ່ນຜະລິດມາຂາຍ, ຈຳນວນໜຶ່ງ ໄປອອກແຮງຢູ່ຕ່າງປະເທດແລ້ວເອົາເງິນມາກໍ່ສ້າງເຮືອນຊານ. ການຜະລິດເປັນສິນຄ້າ ຄິດວ່າມີຈຳນວນໜ້ອຍທີ່ສາມາດເຮັດໄດ້. ທີ່ເປັນໃບໜ້າໃບຕາ ກໍຄືພວກເຮົາມີບໍ່ແຮ່, ບໍ່ຄຳຕ່າງໆ ຜ່ານມາໄດ້ຂຸດຄົ້ນຫລາຍ, ແຕ່ການຂຸດຄົ້ນແມ່ນເປັນການລົງທຶນຂອງຕ່າງປະເທດ ເຂົາ ເຈົ້າໄດ້ຫລາຍ, ແຕ່ເຮົາໄດ້ໜ້ອຍ.
ຊັບໃນດິນເຮົາມີຫລາຍ ຊຶ່ງເລື່ອງນີ້ຫລາຍທ່ານໃຫ້ທັດສະນະວ່າ: ຖ້າເປັນໄປໄດ້ ເຮົາລົງມືເຮັດເອງ ບໍ່ຈຳ ເປັນໃຫ້ຕ່າງປະເທດມາສຳປະທານຂຸດຄົ້ນ. ເລື່ອງການຜະລິດເປັນສິນຄ້າກໍເຊັ່ນດຽວກັນ, ເມື່ອໃດເຮົາມີສິນ ຄ້າທີ່ເປັນຜະລິດຕະພັນຂອງຊາວບ້ານ ສົ່ງອອກ ນອກຈາກໄດ້ເງິນມາພັດທະນາແລ້ວ ຍັງເຮັດໃຫ້ເງິນເຮົາແຂງຄ່າ. ການສຶກສາ, ສາທາລະນະສຸກ ກໍເຊັ່ນດຽວກັນ ຂໍໃຫ້ຍົກຄຸນຄ່າ ຍົກຈັນຍາບັນຂອງພະນັກງານໃຫ້ສູງຂຶ້ນເພື່ອສາມາດສ້າງຄວາມພໍໃຈໃຫ້ແກ່ປະຊາຊົນລາວບັນກາເຜົ່າ.
ຍ້ອນມີພັກນຳພາຊີ້ນຳປະເທດຊາດ ຈຶ່ງໄດ້ພັດທະນາດີຂຶ້ນ ມາເທົ່າປັດຈຸບັນ ຊຶ່ງທັດສະນະຂອງທົ່ວສັງ ຄົມເປັນເລື່ອງທີ່ທຸກພາກສ່ວນຂະແໜງການລັດຕ້ອງໄດ້ເປັນເຈົ້າການແກ້ໄຂຄວາມບົກພ່ອງເພື່ອປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດພວກເຮົາໃຫ້ກ້າວໜ້າສີວິໄລໃນອະນາຄົດ